ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ
ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.

 

ທ່ານ ຜູ້ວ່າການ ທຫລ ກ່າວວ່າ: ພາຍຫຼັງທີ່ສະພາແຫ່ງຊາດໄດ້ມີມະຕິເລກທີ 140/ສພຊ, ທຫລໄດ້ອອກແຈ້ງການໄປຫາບັນດາກົມແລະທະນາຄານທຸລະກິດທີ່ກ່ຽວຂ້ອງໃນການຄົ້ນຄວ້າແກ້ໄຂ. ຜ່ານການຈັດຕັ້ງປະຕິບັດເຫັນວ່າມີຄວາມຄືບໜ້າດັ່ງນີ້:

ມາດຕະການທີ 1 ໃຫ້ທຫລສ້າງນິຕິກຳຫຼືຄຳແນະນຳກ່ຽວກັບການຄຸ້ມຄອງແລະນຳໃຊ້ຄັງຂະຫຍາຍການຜະລິດໄດ້ດຳເນີນການແກ້ໄຂສຳເລັດ. ໂດຍໃນເດືອນສິງຫາ 2025, ທຫລ (ກົມບັນຊີແລະການເງິນ) ໄດ້ສໍາເລັດແຍກເລກໝາຍບັນຊີແລະແຍກຈໍານວນເງິນທີ່ໄດ້ນໍາໃຊ້ໄປບັນທຶກຕິດຕາມເປັນອັນສະເພາະ.

ມາດຕະການທີ 2 ໃຫ້ທະນາຄານສົ່ງເສີມກະສິກຳ(ທສກ) ດຳເນີນຂັ້ນຕອນການຈັດຊື້-ຈັດຈ້າງໃຫ້ຖືກຕ້ອງຕາມກົດໝາຍ ແມ່ນໄດ້ດຳເນີນການແກ້ໄຂແຕ່ຍັງບໍ່ສາມາດແກ້ໄຂສໍາເລັດ; ທສກ,ກໍາລັງຄົ້ນຄວ້າປັບປຸງລະບຽບວ່າດ້ວຍການຈັດຊື້-ຈັດຈ້າງຄາດຄະເນຈະສຳເລັດພາຍໃນທ້າຍປີ 2025;ພ້ອມກັນນັ້ນ, ໃນຕໍ່ໜ້າທສກຈະຈັດຝຶກອົບຮົມເພື່ອເພີ່ມຂີດຄວາມສາມາດໃຫ້ພະນັກງານກໍາແໜ້ນກ່ຽວກັບລະບຽບການຈັດຊື້-ຈັດຈ້າງແລະຂໍ້ກຳນົດການປະຕິບັດຕາມລະບຽບການໂດຍການວ່າຈ້າງບໍລິສັດຫຼືພາກສ່ວນທີ່ກ່ຽວຂ້ອງໃຫ້ສໍາເລັດໃນໄຕມາດI/2026,ພ້ອມທັງເພີ່ມທະວີຄວາມເຄັ່ງຄັດໃນການຈັດຊື້-ຈັດຈ້າງໃນຕໍ່ໜ້າໃຫ້ສອດຄ່ອງກັບລະບຽບການນັບແຕ່ປີ 2026 ເປັນຕົ້ນໄປ.

ມາດຕະການທີ 3 ໃຫ້ທະນາຄານນະໂຍບາຍແລະທສກເອົາໃຈໃສ່ການຕິດຕາມກວດກາລະບົບຄວບຄຸມພາຍໃນໃຫ້ຮັດກຸມແລະສະກັດກັ້ນໄດ້ຄວາມສ່ຽງທີ່ຈະເກີດຂຶ້ນໃນຕໍ່ໜ້າ ແມ່ນໄດ້ດຳເນີນການແກ້ໄຂສໍາເລັດ ຊຶ່ງປັດຈຸບັນທະນາຄານນະໂຍບາຍສໍາເລັດຄົ້ນຄວ້າອອກຂໍ້ກໍານົດສະບັບເລກທີ 416/ທນບ,ລົງວັນທີ 26 ກຸມພາ 2025 ກ່ຽວກັບການຄຸ້ມຄອງພາຍໃນແລະປັບປຸງການແບ່ງຄວາມຮັບຜິດຊອບແລະລະບຽບການຕິດຕາມກວດກາພາຍໃນໃຫ້ເປັນລະບົບທີ່ຮັດກຸມແລະສອດຄ່ອງໄລຍະໃໝ່;ສໍາເລັດການຄົ້ນຄວ້າລະບຽບແລະຂໍ້ກຳນົດໃນການຄຸ້ມຄອງບໍລິຫານໄດ້ປັບປຸງສິດຂອງຄະນະກວດກາພາຍໃນກວດກາປະຈຳສາຂາໃນເມື່ອກ່ອນມາຂຶ້ນໂດຍກົງກັບສຳນັກງານໃຫຍ່ (ພະແນກກວດກາ) ຊຶ່ງຈະປະກາດນຳໃຊ້ພາຍຫຼັງສຳເລັດການຫັນເປັນທະນາຄານພັດທະນາຊົນນະບົດ.ສ່ວນ ທສກ,ໄດ້ເອົາໃຈໃສ່ໃນການຄວບຄຸມປ້ອງກັນ, ສະກັດກັ້ນ, ເພື່ອປິດຊ່ອງວ່າງບັນຫາຕ່າງໆໂດຍອີງໃສ່ບົດຮຽນຜ່ານມາແລະຜົນການກວດກາພາຍໃນແລະພາຍນອກໃນແຕ່ລະໄລຍະເພື່ອປະເມີນບັນຫາທີ່ມີຄວາມສ່ຽງແລະປິດຊ່ອງວ່າງດັ່ງກ່າວ, ທສກໄດ້ສ້າງແລະປັບປຸງບັນດານິກຳພາຍໃນໃຫ້ມີຄວາມຮັດກຸມແລະສອດຄ່ອງກັບສະພາບຕົວຈິງໃນແຕ່ລະໄລຍະເຊັ່ນ: ທສກໄດ້ມີການປັບປຸງນະໂຍບາຍການກວດກາພາຍໃນສະບັບເລກທີ 20/ທສກ, ລົງວັນທີ 30 ເມສາ 2024, ນະໂຍບາຍການບໍລິຫານຄວາມສ່ຽງເລກທີ 08/ສພ.ທສກ, ລົງວັນທີ 28 ເມສາ 2021, ນະໂຍບາຍວ່າດ້ວຍການຕ້ານ,ສະກັດກັ້ນການຟອກເງິນເລກທີ 07/ສພ.ທສກ, ລົງວັນທີ 26 ເມສາ 2023. ນອກນັ້ນ,ທສກຍັງໄດ້ສ້າງຄູ່ມືການກວດກາພາຍໃນ, ລະບຽບການຕ່າງໆທີ່ຕິດພັນກັບວຽກງານວິຊາສະເພາະແລະຄູ່ມືຕ່າງໆຫຼາຍສະບັບ. ນອກຈາກລະບຽບແລ້ວ,ຍັງໄດ້ອອກແຈ້ງການຕ່າງໆໃນແຕ່ລະໄລຍະ ຊຶ່ງນັບແຕ່ປີ 2024 ຮອດປັດຈຸບັນທສກສາມາດສະກັດກັ້ນບໍ່ໃຫ້ເກີດມີປະກົດການຫຍໍ້ໄດ້.

ມາດຕະການທີ 4 ໃຫ້ທະນາຄານສົ່ງເສີມກະສິກຳປັບປຸງລະບຽບການປ່ອຍກູ້ໃຫ້ສອດຄ່ອງກັບມາດຕາ 512 ຂອງປະມວນກົດໝາຍແພ່ງສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018 ແມ່ນໄດ້ດຳເນີນການແກ້ໄຂແຕ່ຍັງບໍ່ທັນສຳເລັດ. ທສກກໍາລັງດໍາເນີນການຄົ້ນຄວ້າປັບປຸງລະບຽບວ່າດ້ວຍຫຼັກຊັບຄໍ້າປະກັນສະບັບເລກທີ 384/ທສກ, ລົງວັນທີ 28 ມິຖຸນາ 2022 ຄາດຄະເນຈະສໍາເລັດການປັບປຸງໃນທ້າຍປີ 2025.

ຜ່ານການຈັດຕັ້ງປະຕິບັດການແກ້ໄຂຂໍ້ຄົງຄ້າງຕາມຜົນການກວດສອບ-ກວດກາມີຂໍ້ຫຍຸ້ງຍາກຄືການແກ້ໄຂຂໍ້ຄົງຄ້າງຂອງທະນາຄານທຸລະກິດແມ່ນຕິດພັນກັບຫຼາຍພາກສ່ວນແລະມີຫຼາຍຂັ້ນຕອນ-ຂະບວນການໃນການແກ້ໄຂຈຶ່ງຍັງບໍ່ທັນສາມາດແກ້ໄຂໄດ້ສໍາເລັດຂາດຕົວ ຊຶ່ງທິດທາງໃນການແກ້ໄຂຄະນະນໍາທຫລແລະຄະນະຜູ້ບໍລິຫານທະນາຄານທຸລະກິດແຕ່ລະຂັ້ນຕ້ອງເພີ່ມທະວີເອົາໃຈໃສ່ໃນການແກ້ໄຂຂໍ້ຄົງຄ້າງຂອງຕົນດ້ວຍຄວາມຮັບຜິດຊອບສູງຂຶ້ນໂດຍສ້າງເປັນແຜນການແກ້ໄຂຢ່າງລະອຽດແລະມີຈຸດສຸມ, ພ້ອມທັງເອົາໃຈໃສ່ໃນການແກ້ໄຂຂໍ້ຄົງຄ້າງເປັນປົກກະຕິ-ຕໍ່ເນື່ອງເພື່ອເຮັດໃຫ້ຂໍ້ຄົງຄ້າງໄດ້ຮັບການແກ້ໄຂຢ່າງຂາດຕົວ, ທັງເປັນການຕີຖອຍບັນດາດ້ານອ່ອນ-ຂໍ້ຄົງຄ້າງໃນເຄື່ອນໄຫວວຽກງານໃນຂະແໜງການທະນາຄານໃຫ້ຫຼຸດໜ້ອຍຖອຍລົງໃນຕໍ່ໜ້າ.

(ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ