ຄວາມຄືບໜ້າຂອງວຽກງານບໍລິການດ້ານສຸຂະພາບຈະເລີນພັນແມ່ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ

ຄວາມຄືບໜ້າຂອງວຽກງານບໍລິການດ້ານສຸຂະພາບຈະເລີນພັນແມ່ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ

ຄວາມຄືບໜ້າຂອງວຽກງານບໍລິການດ້ານສຸຂະພາບຈະເລີນພັນແມ່ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ
ເມື່ອບໍ່ດົນມານີ້, ການນໍາຂັ້ນສູງຈາກກະຊວງສາທາລະນະສຸກ ແລະ ສະຖານທູດຣາຊະ ອານາຈັກລຸກຊຳບວກ, ພ້ອມດ້ວຍບັນດາຄູ່ຮ່ວມງານຈາກອົງການສະຫະປະຊາຊາດ (UNFPA, UNICEF ແລະ WHO) ໄດ້ລົງຢ້ຽມຢາມແຂວງສະຫວັນນະເຂດເມື່ອບໍ່ດົນມານີ້ ເພື່ອຕິດຕາມ ການຈັດຕັ້ງປະຕິບັດແຜນງານຮ່ວມຂອງອົງການສະຫະປະຊາຊາດ, ປະເມີນຄຸນນະພາບ ແລະ ຄວາມ ພ້ອມໃນການສະໜອງການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).
ຄວາມຄບໜາຂອງວຽກງານບລການດານສຂະພາບຈະເລນພນແມ ເດກເກດໃໝ ເດກນອຍ ແລະ ໄວໜມ ໃນ ສປປ ລາວ - image 1
 

 

ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນໄດ້ພົບປະກັບການນຳຂະແໜງສາທາລະນະສຸກຂັ້ນ ແຂວງ ແລະ ທີມງານແພດໃນຂັ້ນທ້ອງຖິ່ນ, ພ້ອມທັງໄດ້ຕິດຕາມເບິ່ງການບໍລິການຕົວຈິງຢູ່ບັນດາໂຮງໝໍ ແລະ ສຸກສາລາ ຊຶ່ງລວມມີການເບິ່ງແຍງຮັກສາສຸຂະພາບແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ການບໍລິການທີ່ເປັນມິດສຳລັບໄວໜຸ່ມ; ການລົງຢ້ຽມຢາມໃນຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງແຜນງານຮ່ວມ ຂອງອົງການສະຫະປະຊາຊາດ (UNJP) ໃນວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ຊຶ່ງນຳພາໂດຍກະຊວງສາທາລະນະສຸກ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ຣາຊະອານາຈັກລຸກຊໍາບວກ ແລະ ຈັດຕັ້ງປະຕິບັດຮ່ວມກັບອົງການ UNFPA, UNICEF ແລະ WHO ຊຶ່ງມາຮອດປັດຈຸບັນ, ແຜນງານດັ່ງກ່າວໄດ້ຊ່ວຍສະໜັບສະໜູນປະກອບສ່ວນໃນການຫຼຸດຜ່ອນອັດຕາການ ເສຍຊີວິດຂອງແມ່ໄດ້ເຖິງ 82% ໃນໄລຍະສອງທົດສະວັດທີ່ຜ່ານມາ.

ຄວາມຄບໜາຂອງວຽກງານບລການດານສຂະພາບຈະເລນພນແມ ເດກເກດໃໝ ເດກນອຍ ແລະ ໄວໜມ ໃນ ສປປ ລາວ - image 2
 

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: “ການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ທີ່ມີຄຸນນະພາບ ແມ່ນສິ່ງສຳຄັນໃນການຮັບປະກັນວ່າ ແມ່ຍິງ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມທຸກຄົນ ສາມາດເຂົ້າເຖິງການບໍລິການສຸຂະພາບຢ່າງທ່ວງທັນ ແລະ ໄດ້ຮັບ ການດູແລດ້ວຍຄວາມນັບຖືໃນເຂດໃກ້ບ້ານຂອງພວກເຂົາ”. ການຢ້ຽມຢາມຮ່ວມກັນໃນຄັ້ງນີ້ແມ່ນເປັນ ໂອກາດໜຶ່ງເພື່ອຖອດຖອນບົດຮຽນໂດຍກົງຈາກທີມງານສາທາລະນະສຸກຂັ້ນແຂວງ, ຂັ້ນເມືອງ ແລະ ຊຸມຊົນ, ເພື່ອຊອກຫາຂໍ້ຄົງຄ້າງຕົວຈິງ ແລະ ເລັ່ງປັບປຸງການບໍລິການໃນທຸກລະດັບຂອງລະບົບ ສາທາລະນະສຸກ.”; ປັດຈຸບັນ, ແຜນງານຮ່ວມນີ້ (UNJP) ໄດ້ກ້າວເຂົ້າສູ່ປີທີ 15 ຊຶ່ງໄດ້ຊ່ວຍສ້າງ ຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໂດຍການສະໜອງອຸປະກອນໃຫ້ແກ່ສະຖານທີ່ບໍລິການສາ ທາລະນະສຸກ, ການຝຶກອົບຮົມບຸກຄະລາກອນການແພດ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານ, ພ້ອມທັງສະໜັບສະໜູນຊຸດການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ແບບເຊື່ອມສານ (RMNCAH) ເພື່ອປັບປຸງການເຂົ້າເຖິງ ແລະ ຄຸນນະພາບຂອງການ ບໍລິການໃນທົ່ວ ສປປ ລາວ.

ຄວາມຄບໜາຂອງວຽກງານບລການດານສຂະພາບຈະເລນພນແມ ເດກເກດໃໝ ເດກນອຍ ແລະ ໄວໜມ ໃນ ສປປ ລາວ - image 3
 

ທ່ານ ໂທມັສ ລາມມາ ອຸປະທູດລຸກຊຳບວກ ປະຈຳ ສປປ ລາວ ກ່າວວ່າ: “ລຸກຊຳບວກ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສາທາລະນະສຸກ, ໂດຍສະເພາະແມ່ນສຳລັບແມ່, ເດັກ ເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ,”. “ຜ່ານການຮ່ວມມືກັບກະຊວງສາທາລະນະສຸກ ແລະ ຄູ່ຮ່ວມງານ ຈາກອົງການສະຫະປະຊາຊາດ, ພວກເຮົາມີເປົ້າໝາຍທີ່ຈະຊ່ວຍສ້າງຜົນສຳເລັດທີ່ຍືນຍົງ-ເປັນຕົ້ນແມ່ນ ລະບົບທີ່ເຂັ້ມແຂງຂຶ້ນ, ຄຸນນະພາບຂອງການບໍລິການທີ່ດີຂຶ້ນ ແລະ ການເຂົ້າເຖິງການບໍລິການສຸຂະພາບ ທີ່ສະເໝີພາບຫຼາຍຂຶ້ນສຳລັບຄອບຄົວຕ່າງໆ, ລວມທັງຜູ້ທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ.”

ຄູ່ຮ່ວມງານຈາກອົງການສະຫະປະຊາຊາດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະສານງານ ເພື່ອຊ່ວຍເຫຼືອໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການ ໃນສະຖານທີ່ບໍລິການສາທາລະນະສຸກ ແລະ ໃນຂັ້ນຊຸມຊົນ; ທ່ານ ບິລາລ ອູແຣັງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ກ່າວວ່າ: “ຍ້ອນການສະໜັບສະໜູນທີ່ຍາວນານຈາກ ລັດຖະບານ ລຸກຊໍາບວກ ແລະ ການຮ່ວມມືຢ່າງໃກ້ຊິດກັບ ລັດຖະບານ ສປປ ລາວ, ແຜນງານຮ່ວມນີ້ແມ່ນກຳລັງຫັນປ່ຽນການລົງທຶນ ໃຫ້ກາຍເປັນການປັບປຸງຕົວຈິງ ສຳລັບສຸຂະພາບ ຂອງຄອບຄົວຕ່າງໆ ຢູ່ໃນ ສປປ ລາວ,”; ທ່ານ ບາກທີອໍ ຄາດິຣົຟ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ ກ່າວວ່າ: “ສິ່ງທີ່ພວກເຮົາໄດ້ເຫັນຢູ່ ແຂວງສະຫວັນນະເຂດ ແມ່ນສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງການລົງທຶນ ແບບມີການປະສານ ງານໃນໄລຍະຍາວ ເຂົ້າໃນລະບົບສາທາລະນະສຸກ,” “ໂດຍການສ້າງຄວາມເຂັ້ມແຂງດ້ານທັກສະໃຫ້ ແກ່ບຸກຄະລາກອນການແພດ, ການປັບປຸງຄວາມພ້ອມຂອງສະຖານທີ່ບໍລິການ ແລະ ການເຊື່ອມຕໍ່ຂອງ ການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ແຕ່ລະດັບຊຸມຊົນຈົນເຖິງລະດັບສົ່ງຕໍ່, ແຜນງານຮ່ວມນີ້ແມ່ນກຳລັງຊ່ວຍສ້າງລະບົບທີ່ສາມາດສະໜອງ ການບໍລິການທີ່ມີຄຸນນະພາບໃຫ້ແກ່ ແມ່ຍິງ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມທຸກຄົນ-ທັງໃນມື້ນີ້ ແລະ ໃນປີຕໍ່ໆໄປ.”; ທ່ານ ດຣ. ຄຣິສໂຕເຟີ ຟິສແພັດທຣິກ ຮອງຜູ້ຕາງໜ້າອົງການ WHO ປະຈໍາ ສປປ ລາວ ກ່າວວ່າ: “ໂດຍຜ່ານແຜນງານຮ່ວມຂອງອົງການສະຫະປະຊາຊາດ, ອົງການອະນາໄມໂລກ (WHO) ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຄວາມຄືບໜ້າທີ່ໂດດເດັ່ນຂອງ ສປປ ລາວ ໃນວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ຊຶ່ງລວມມີ ການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ລົງເຖິງ 82% ໃນໄລຍະສອງທົດສະວັດທີ່ຜ່ານມາ,” “ໃນຂະນະທີ່ພວກເຮົາກ້າວເຂົ້າສູ່ໄລຍະທີ 4, ຈຸດສຸມຂອງພວກ ເຮົາແມ່ນການດໍາເນີນງານໃນໄລຍະສຸດ ທ້າຍ ເພື່ອຮັບປະກັນໃຫ້ການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ມີຄວາມຕໍ່ເນື່ອງ, ສະເໝີພາບ ແລະ ມີຄຸນນະພາບສູງ ສາມາດຕອບສະໜອງຕໍ່ ຄວາມຕ້ອງການຂອງແມ່ຍິງ, ເດັກເກີດໃໝ່ ແລະ ເດັກນ້ອຍ ຢູ່ໃນ ສປປ ລາວ. ດ້ວຍການຮ່ວມມືຢ່າງ ຕໍ່ເນື່ອງກັບລັດຖະບານລຸກຊຳບວກ, ພວກເຮົາມີຄວາມມຸ່ງໝັ້ນທີ່ຈະຊຸກຍູ້ຜົນສຳເລັດນີ້ ໃຫ້ມີຄວາມຍືນຍົງ.”

ການຢ້ຽມຢາມໄດ້ສິ້ນສຸດລົງດ້ວຍການເຂົ້າພົບກັບການນໍາຂັ້ນແຂວງ ແລະ ທົບທວນຄືນຜົນຂອງ ການຢ້ຽມຢາມຮ່ວມກັນ ເພື່ອເປັນຂໍ້ມູນໃຫ້ແກ່ຂັ້ນຕອນຕໍ່ໄປ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບ ສາທາລະນະສຸກ.

(ຂ່າວ: ອຸຍນີເຊບ)

ຄໍາເຫັນ

ຂ່າວສາທະລະນະສຸກ

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
ເພີ່ມເຕີມ