ກຽມພັດທະນາພື້ນທີ່ເຂດເມືອງປາກຊ່ອງເປັນແຫຼ່ງທ່ອງທ່ຽວຄົບວົງຈອນ

ກຽມພັດທະນາພື້ນທີ່ເຂດເມືອງປາກຊ່ອງເປັນແຫຼ່ງທ່ອງທ່ຽວຄົບວົງຈອນ
ໂດຍ: ວັນເພັງ
ບໍລິສັດກຸຍໂຈນານຊານຮົວຫາວເຢ້ຢວນການລົງທຶນແຫຼ່ງທ່ອງທ່ຽວວັດທະນະທຳຈຳກັດແຫ່ງສປຈີນ (GuizhouNanshanHuahaoYueYuan Tourism Culture Investment Co.,Ltd) ຊຶ່ງເປັນໜຶ່ງໃນບັນດາບໍລິສັດທີ່ມີແນວຄິດ ພັດທະນາແຫຼ່ງທ່ອງທ່ຽວພື້ນທີ່ເຂດເມືອງປາກຊ່ອງ ແຂວງຈຳປາສັກໃຫ້ເປັນແຫຼ່ງທ່ອງທ່ຽວຄົບວົງຈອນໃນປີ 2024 ນີ້.
ໃນໂອກາດເຂົ້າຮ່ວມກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້: ໜຶ່ງແລວ ໜຶ່ງເສັ້ນທາງທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ທ່ານ ລີ ຈິງ (Li Jing) ປະທານບໍລິສັດກຸຍໂຈນານຊານຮົວຫາວເຢ້ຢວນການລົງທຶນແຫຼ່ງທ່ອງທ່ຽວວັດທະນະທຳຈຳກັດແຫ່ງສປຈີນ ໄດ້ໃຫ້ສໍາພາດຜ່ານສື່ມວນຊົນວ່າ: ຂ້າພະເຈົ້າເລືອກມາລົງທຶນຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ ຍ້ອນເຫັນວ່າສະພາບອາກາດ ແລະ ທຳມະຊາດຢູ່ເຂດນີ້ແມ່ນດີຫຼາຍບໍ່ວ່າຈະເປັນອາກາດທີ່ດີຕໍ່ຄົນເຮົາອາໄສຢູ່, ມີອາກາດເຢັນ ແລະ ຊັບພະຍາກອນທຳມະຊາດອຸດົມສົມບູນ. ເບິ່ງແລ້ວຄ້າຍຄືແຫຼ່ງທ່ອງທ່ຽວທີ່ພັດທະນາຢູ່ກຸຍໂຈ ເມືອງກຸຍຢາງ ສປຈີນ.ດັ່ງນັ້ນຈຶ່ງໄດ້ເລືອກພັດທະນາແຫຼ່ງທ່ອງທ່ຽວຢູ່ເຂດເມືອງປາກຊ່ອງ. ພາຍໃຕ້ການສະໜັບສະໜູນຂອງພັກ-ລັດທັງສອງຊາດລາວ-ຈີນ ແລະ ພາຍໃຕ້ຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງບວກກັບປະສົບການທີ່ມີ ແລະ ໄດ້ເຮັດສຳເລັດຢູ່ສປ ຈີນ ຈຶ່ງເກີດມີແນວຄິດຢາກເອົາປະສົບການດັ່ງກ່າວນຳມາແບ່ງປັນ ແລະ ຊຸກຍູ້ການພັດທະນາແຫຼ່ງທ່ອງທ່ຽວຂອງສປປ ລາວ.
ຕາມແຜນການພັດທະນາແຫຼ່ງທ່ອງທ່ຽວໃນເຂດເມືອງດັ່ງກ່າວ ພາຍໃນໂຄງການຈະປະກອບໄປດ້ວຍຫຼາຍພາກສ່ວນຮ່ວມກັນ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ກໍຄືເປັນແຫຼ່ງທ່ອງທ່ຽວທີ່ປະສົມປະສານກັບກະສິກຳ, ການຮັກສາສຸຂະພາບ, ການຜະລິດສິນຄ້າຕ່າງໆໂດຍຈະໃຊ້ເນື້ອທີ່ປະມານ 25 ຕະລາງກິໂລແມັດ ຊຶ່ງໂຄງການດັ່ງກ່າວຈະເລີ່ມລົງມືດຳເນີນປະຕິບັດໃນປີ 2024 ນີ້ຊຶ່ງກົງກັບໄລຍະປີທ່ອງທ່ຽວ ສປປ ລາວ ຈະໃຊ້ເວລາປະມານ 3-5 ປີຈຶ່ງຈະສຳເລັດ. 
ທ່ານລີຈິງກ່າວຕື່ມວ່າ: ຖ້າຫາກໂຄງການພັດທະນາແຫຼ່ງທ່ອງທ່ຽວຢູ່ເຂດດັ່ງກ່າວສ້າງສຳເລັດ ຈະຊຸກຍູ້ການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນໃຫ້ດີຂຶ້ນ. ສຳລັບໂຄງການຂ້າພະເຈົ້າເອງຢູ່ສປຈີນກໍໄດ້ພັດທະນາແຫຼ່ງທ່ອງທ່ຽວຢູ່ເຂດຊົນນະບົດທີ່ທຸກຍາກ, ມີການຊຸກຍູ້ຊີວິດຂອງປະຊາຊົນໃຫ້ມີລາຍໄດ້ເພີ່ມຂຶ້ນ ສາມາດເຮັດວຽກຢູ່ເຂດນັ້ນໄດ້. ພ້ອມນັ້ນ, ບ້ານເຮືອນຂອງປະຊາຊົນຍັງສາມາດເຮັດເປັນໂຮມສະເຕໄດ້ໂດຍປະຊາຊົນມີສ່ວນຮ່ວມ,ເປັນໂຄງການທີ່ມີການອະນຸລັກ, ບໍ່ມີການປະເມີນລາຄາໄດ້ກໍຄືດ້ານວັດທະນະທຳ ແລະ ຮີດຄອງປະເພນີຂອງທ້ອງຖິ່ນ ທັງມີການຊຸກຍູ້ພັດທະນາໄປຮ່ວມກັນ. ສິ່ງສຳຄັນທີ່ສຸດຄືພະຍາຍາມ ເນັ້ນໃຫ້ປະຊາຊົນມີສ່ວນຮ່ວມ, ມີຄວາມຜາສຸກ. ສະນັ້ນຈຶ່ງຢາກແບ່ງປະສົບການນີ້ໃຫ້ສປປ ລາວ ໂດຍສ້າງເປັນແຫຼ່ງທ່ອງທ່ຽວທີ່ສາມາດຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າພາຍໃນທ້ອງຖິ່ນຕ່າງໆສາມາດມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ. ພ້ອມນັ້ນທາງໂຄງການຍັງຈະມີການຝຶກອົບຮົບບຸກຄະລາກອນແລະໃຫ້ທຶນການສຶກສາໄປຮຽນຕໍ່ຢູ່ສປຈີນຕື່ມອີກ.
ສໍາລັບໂຄງການຈະນໍາເອົາເອກະລັກວັດທະນະທໍາຂອງລາວ ໄປສ້າງເປັນສວນຈຳລອງວັດທະນະທຳເອກະລັກລາວຢູ່ນານຊານອີຈານນະຄອນກຸຍຢາງເມືອງກຸຍໂຈສປຈີນ ຊຶ່ງສະແດງເຖິງວັດທະນະທຳເອກະລັກຂອງສປປລາວ ເພື່ອໃຫ້ປະຊາຊົນຈີນໄດ້ຮັບຮູ້ເຖິງເອກະລັກຄວາມງົດງາມຂອງຮີດຄອງປະເພນີຂອງລາວ ແລະ ຈະນໍາເອົາດ້ານຜະລິດຕະພັນຫົວຄິດປະດິດສ້າງຂອງປະຊາຊົນລາວເປັນຕົ້ນຫັດຖະກຳ, ສິນຄ້າກະສິກຳຕ່າງໆໄປວາງສະແດງ ສະຖານທີຈັດການສະແດງຕ່າງໆເພື່ອໃຫ້ປະຊາຊົນຈີນໄດ້ເຂົ້າມາທ່ຽວຊົມສະຖານທີດັ່ງກ່າວໃຫ້ເກີດມີຄວາມຄິດຢາກມາທ່ຽວຊົມ, ສຳພັດອາກາດຂອງລາວໃນຕົວຈິງກໍຄືເຂດເມືອງປາກຊ່ອງ.
ທ່ານ ລີຈິງຍັງກ່າວຕື່ມວ່າ: ປັດຈຸບັນໄດ້ສຶກສາສຳຫຼວດ-ອອກແບບພັດທະນາແຫຼ່ງທ່ອງທ່ຽວສວນກາເຟດາວເຮືອງໃນເນື້ອທີ່ທັງໝົດຫຼາຍກວ່າ 250 ເຮັກຕາຢູ່ເຂດບ້ານຈັນສະຫວ່າງເມືອງປາກຊ່ອງແຂວງດັ່ງກ່າວຕື່ມອີກ. ສະນັ້ນ, ຢາກເຊີນຊວນໃຫ້ນັກລົງທຶນຂອງສປຈີນເຂົ້າມາລົງທຶນໃນເຂດສາທິດການສ້າງກໍຄືພັດທະນາແຫຼ່ງທ່ອງທ່ຽວຢູ່ເຂດເມືອງປາກຊ່ອງໃຫ້ຫຼາຍຂຶ້ນໂດຍມີການເຄັ່ງຄັດບໍ່ໃຫ້ໄປທຳລາຍຊັບພະຍາກອນທີ່ມີຢູ່ແລ້ວ ພ້ອມມີການຈັດສັນຢ່າງລະອຽດແລະ ເນັ້ນໜັກໃສ່ການອະນຸລັກວັດທະນະທຳ, ຊັບພະຍາກອນທຳມະຊາດຂອງເມືອງດັ່ງກ່າວໃຫ້ດີທີ່ສຸດ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ