ກິດຈະກຳສົ່ງເສີມການຄ້າມະຫານະຄອນກວາງຈູ(Kwangju)

ກິດຈະກຳສົ່ງເສີມການຄ້າມະຫານະຄອນກວາງຈູ(Kwangju)
ອົງການສົ່ງເສີມການຄ້າ-ການລົງທຶນ ສເກົາຫຼີ (KOTRA) ແລະ ຫ້ອງວ່າການແຂວງກວາງຈູ-ບັກກູ (Kwangju-Buk Gu) ໄດ້ກິດຈະກຳສົ່ງເສີມການຄ້າຂອງມະຫານະຄອນກວາງຈູ ສເກົາຫຼີ ປະຈຳປີ 2023 (the 2023 Gwangju Trade Mission) ຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນອາທິດຜ່ານມາ ນີ້,ໂດຍມີ 10 ບໍລິສັດທີ່ມີຊື່ສຽງໃນຂະແໜງຜະລິດຕະພັນດ້ານຄວາມງາມ ແລະ ອາຫານແປຮູບ ຈາກກວາງຈູ ແລະ 35 ບໍລິສັດ ຈາກ ສປປ ລາວເຂົ້າຮ່ວມ.
ໃນກິດຈະກຳດັ່ງກ່າວ,ໄດ້ມີກອງປະຊຸມສອງຝ່າຍລະຫວ່າງຜູ້ປະກອບການຂອງລາວ ແລະ ສເກົາຫຼີ  65 ຄັ້ງ ເພື່ອແລກປ່ຽນຂໍ້ມູນດ້ານທຸລະກິດ ກ່ຽວກັບຜະລິດຕະພັນ ແລະ ການທົດລອງຕະຫຼາດ. ໃນໂອກາດນີ້ຜູ້ປະກອບການຂອງລາວກໍຍັງໄດ້ຮຽນຮູ້ວິໄສທັດ ແລະ ວັດທະນະທໍາດ້ານການດຳເນີນທຸລະກິດຂອງເກົາຫຼີ.ຜູ້ປະກອບການ ຈາກ ສເກົາຫຼີ ທີ່ເຂົ້າຮ່ວມໃນຄັ້ງນີ້ລ້ວນແຕ່ມາຈາກບໍລິສັດທີ່ມີທ່າແຮງ ແລະ ຈາກຜົນວິໄຈການຕະຫຼາດໃນລາວ ຊຶ່ງທຸກບໍລິສັດທີ່ເຂົ້າຮ່ວມ ແມ່ນຖືກຄັດເລືອກໂດຍອົງການສົ່ງເສີມການຄ້າ-ການລົງທຶນ ສເກົາຫຼີ (KOTRA) ຮ່ວມກັບ ຫ້ອງວ່າການມະຫານະຄອນກວາງຈູ-ບັກກູ.
ໃນກິດຈະກຳການສົ່ງເສີມການຄ້າຄັ້ງນີ້ ອົງການ KOTRAໄດ້ຈັບຄູ່ບັນດາຜູ້ຊື້ ແລະ ຜູ້ຜະລິດສິນຄ້າເກົາຫຼີ ເກຣດພຣີມຽມ ໃນຂະແໜງຕ່າງໆເຊັ່ນ: ເຄື່ອງສໍາອາງ, ຜະລິດຕະພັນບໍາລຸງເສັ້ນຜົມ, ອາຫານແປຮູບ, ຄອນແທກເລນ ແລະ ອື່ນໆ ເພື່ອແນໃສ່ສົ່ງເສີມການຄ້າ ແລະ ເສີມຂະຫຍາຍໂອກາດດ້ານເສດຖະກິດລະຫວ່າງສອງປະເທດ.
ໃນກິດຈະກຳດັ່ງກ່າວນີ້, ຍັງໄດ້ມີການລົງນາມຮ່ວມກັນໃນບົດບັນທຶກຄວາມເຂົ້າໃຈ ທັງໝົດ 7 ສະບັບ.ບົດບັນທຶກຄວາມເຂົ້າໃຈສະບັບທຳອິດແມ່ນລົງນາມໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ມຸນ ອິນ ເຈົ້າເມືອງບັກກູ. ຈຸດປະສົງເພື່ອແນໃສ່ເພີ່ມໂອກາດໃນການພັດທະນາດ້ານເສດຖະກິດການຄ້າ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ບົດບັນທຶກຄວາມເຂົ້າໃຈອີກ 6 ສະບັບແມ່ນລົງນາມໂດຍບໍລິສັດເອກະຊົນຈາກທັງສອງປະເທດເຊັ່ນ: ບໍລິສັດ Green Goods ຮ່ວມກັບ ບໍລິສັດ Dongseo Green Co., Ltd ໄດ້ນຳສະເໜີເຕັກນິກການເຮັດກະສິກຳແບບອັດສະລິຍະ ໃຫ້ແກ່ປະເທດລາວ. ແລະ ຍັງມີບັນດາບໍລິສັດຈາກຂະແໜງເຄື່ອງສໍາອາງ ແລະ ຜູ້ຜະລິດອາຫານແປຮູບ.
ທ່ານ ຄິມ ພີລຊອງຜູ້ອໍານວຍການໃຫຍ່ ອົງການKOTRA ວຽງຈັນ ໃຫ້ຮູ້ວ່າ: ໃນປີ 2023, ອົງການKOTRA ວຽງຈັນ ໄດ້ຈັດ 10 ກິດຈະກຳຕ່າງໆເພື່ອສົ່ງເສີມການຄ້າການລົງທຶນລະຫວ່າງສອງປະເທດເຊັ່ນ:ບັນດາກິດຈະກຳສົ່ງເສີມການຄ້າ, ການຮ່ວມມືລະຫວ່າງທຸລະກິດຈາກສອງປະເທດ (B2B), ແລະ ງານວາງສະແດງສິນຄ້າຕ່າງໆ. ກິດຈະກຳສົ່ງເສີມການຄ້າຂອງແຂວງກວາງຈູ 2023ຊຶ່ງເປັນກິດຈະກຳສຸດທ້າຍຂອງປີນີ້ ກາຍເປັນກິດຈະກຳທີ່ໂດດເດັ່ນແລະປະສົມຜົນສຳເລັດໃນປີນີ້.
ຕະຫຼອດປີ 2023, ອົງການ KOTRA ວຽງຈັນ ບໍ່ພຽງແຕ່ຈັດກິດຈະກຳໃນແບບໃນສະຖານທີ່ເທົ່ານັ້ນ ແຕ່ຍັງໃດ້ຈັດແລະສົ່ງເສີມການປະຊຸມອອນລາຍຜ່ານ ໂປແກຣມZoom ລວມທັງໝົດ 146 ຄັ້ງ ໂດຍມີ 105 ບໍລິສັດຈາກເກົາຫຼີ ແລະ 50 ບໍລິສັດຂອງລາວເຂົ້າຮ່ວມ.
ຂ່າວ-ພາບ:ໜິງ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ