ວຽກງານແຮ່ທາດບາງວຽກຍັງບໍ່ທັນກົມກຽວກັນ

ກິດຈະການວຽກງານແຮ່ທາດບາງວຽກຍັງບໍ່ທັນກົມກຽວກັນ

ກິດຈະການວຽກງານແຮ່ທາດບາງວຽກຍັງບໍ່ທັນກົມກຽວກັນ
ໂດຍ: ສຳນານ ພົມພັກດີ ການປະສານສົມທົບຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ດ້ວຍກັນ ແລະ ຂະແໜງດັ່ງກ່າວ ກັບອົງການປົກຄອງທ້ອງຖິ່ນໃນກິດຈະການກ່ຽວກັບວຽກງານແຮ່ທາດມີບາງວຽກຍັງບໍ່ທັນກົມກຽວກັນ, ໃນຂະນະດຽວກັນການກຳນົດຂອບເຂດສິດ

 

ແລະ ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງຂອງອົງ ການຈັດຕັ້ງລັດຂັ້ນສູນກາງ ບາງດ້ານຍັງມີການທັບຊ້ອນ ແລະ ເປັນຊ່ອງວ່າງ.

ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການ ກະຊວງພະລັງງານ - ບໍ່ແຮ່ (ພບ) ມີຄຳເຫັນ ຕໍ່ກອງປະຊຸມປຶກສາຫາລື ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ວ່າ: ການປະສານສົມທົບລະຫວ່າງຂະແໜງການພະລັງງານ ແລະ ບໍ່ແຮ່ ດ້ວຍກັນ, ຂະແໜງການພະລັງງານ ແລະ ບໍ່ແຮ່ ກັບອົງການປົກຄອງທ້ອງຖິ່ນ ໃນກິດຈະການກ່ຽວກັບວຽກງານແຮ່ທາດ ເຫັນວ່າບາງວຽກຍັງບໍ່ທັນກົມກຽວກັນດີເປັນຕົ້ນ: ສິດ ແລະ ໜ້າທີ່ໃນການຄຸ້ມຄອງວຽກງານແຮ່ທາດ ໂດຍສະເພາະແຮ່ທາດອະໂລຫະ, ບໍລິມາດການຂຸດຄົ້ນໜ້ອຍກວ່າໜຶ່ງແສນແມັດກ້ອນລົງ ມາ, ເນື້ອທີ່ບໍ່ເກີນ 4 ເຮັກຕາ, ອາຍຸບໍ່ເກີນ 5 ປີ, ຈໍາໜ່າຍພາຍໃນປະເທດ ແລະ ບໍ່ອະນຸຍາດສົ່ງອອກຕ່າງປະເທດ ຂອງໂຄງການທີ່ຂັ້ນທ້ອງຖິ່ນໄດ້ອອກອະນຸຍາດໃນໄລຍະຜ່ານມາ ບາງໂຄງການຂອງບາງທ້ອງຖິ່ນ ແມ່ນບໍ່ໄດ້ສະເໜີຜ່ານສູນກາງ ເພື່ອກວດກາ ແລະ ມີຄໍາເຫັນດ້ານເນື້ອທີ່ເຂດສໍາປະທານ ເຮັດໃຫ້ມີຫຼາຍໂຄງການທັບຊ້ອນກັນ, ການສະເໜີຂອງບາງທ້ອງຖິ່ນໃຫ້ສູນກາງເປັນຜູ້ອອກອະນຸຍາດສໍາຫຼວດ ຫຼື ຂຸດຄົ້ນແຮ່ທາດອະໂລຫະ ຫຼື ໂລຫະ, ເນື້ອທີ່ເກີນ 4 ເຮັກຕາ ເຫັນວ່າ ການຄົ້ນຄວ້າພາຍໃນທ້ອງຖິ່ນຍັງບໍ່ທັນມີ ຄວາມເປັນເອກະພາບກັນ (ອົງການປົກຄອງແຂວງ, ເມືອງ ແລະ ບ້ານ) ແລະ ຍັງຂາດການກວດກາພື້ນທີ່ຢ່າງລະອຽດລວມທັງແຜນການພັດທະນາໃນເຂດດັ່ງກ່າວ ຈຶ່ງເຮັດໃຫ້ເນື້ອທີ່ຂອງບາງໂຄງ ການມີການທັບຊ້ອນກັບການອອກອະນຸຍາດຂອງຂະແໜງການອື່ນ. ການອອກອະນຸຍາດຂອງຂັ້ນທ້ອງຖິ່ນ ແມ່ນເພື່ອສະໜອງໃຫ້ຕະຫຼາດພາຍໃນປະເທດ ແຕ່ພາກປະຕິບັດຕົວຈິງ ເຫັນວ່າ ຕະຫຼາດພາຍໃນປະເທດ ມີ ຄວາມຈຳກັດ ຈຶ່ງໄດ້ສະເໜີມາຍັງຂັ້ນສູນກາງ ເພື່ອພິຈາລະນາສົ່ງແຮ່ທາດອອກຂາຍຕ່າງປະເທດ.

ທ່ານກ່າວຕື່ມວ່າ: ການກຳນົດຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງຂອງອົງການຈັດຕັ້ງລັດຂັ້ນສູນກາງ ເຫັນວ່າ ບາງດ້ານຍັງມີການທັບຊ້ອນກັນ ແລະ ບາງດ້ານຍັງເປັນຊ່ອງວ່າງ ເປັນຕົ້ນ: ການຄຸ້ມຄອງໂຮງງານປຸງແຕ່ງແຮ່ທາດ, ການຄຸ້ມຄອງບັນຫາສິ່ງແວດລ້ອມດ້ານບໍ່ແຮ່, ການຈັດເກັບລາຍຮັບດ້ານບໍ່ແຮ່, ການຄຸ້ມຄອງ ແລະ ອອກອະນຸຍາດຂຸດຄົ້ນຫີນແຮ່-ຊາຍ, ດິນດໍາ-ດິນແດງ ແລະ ບັນຫາອື່ນໆ ເມື່ອມີບັນຫາເກີດຂຶ້ນ ສັງເກດເຫັນວ່າ ບໍ່ມີພາກສ່ວນໃດຮັບຜິດຊອບ ຫຼື ແກ້ໄຂ ພ້ອມທັງມີການໂຍນວຽກງານ (ຖິ້ມວຽກ) ໃຫ້ພາກສ່ວນອື່ນ ໂດຍຂາດຄວາມຮັບຜິດຊອບ. ການຄົ້ນຄວ້າ, ສ້າງ ແລະ ປັບປຸງ ເຄື່ອງມືນິຕິກຳ ເພື່ອຄຸ້ມຄອງວຽກງານແຮ່ທາດຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຍັງບໍ່ທັນຄົບຖ້ວນ ແລະ ຮັດກຸມ ເປັນຕົ້ນ: ໃນໄລຍະຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ຜູ້ລົງທຶນຈະຕ້ອງເຮັດຫຍັງແດ່ (SOP), ເອກະສານມີຫຍັງແດ່ ລວມທັງການກຳນົດເວລາຂອງແຕ່ລະໜ້າວຽກຢ່າງລະອຽດ ແລ້ວຈຶ່ງຕິດຕາມ ກວດກາໄປຕາມນັ້ນໄດ້, ຖ້າບໍ່ສໍາເລັດຕາມແຜນການທີ່ຖືກຮັບຮອງ ຫຼື ສັນຍາສໍາປະທານ ໂດຍບໍ່ມີເຫດຜົນ ຫຼື ບໍ່ມີການເຄື່ອນໄຫວວຽກງານຂອງໂຄງການ ຕ້ອງໄດ້ນໍາໃຊ້ມາດຕະການ ຕາມແຕ່ລະກໍລະນີ. ການບັງຄັບໃຊ້ກົດໝາຍ ແລະ ລະບຽບການຂອງຂະ ແໜງການທີ່ກ່ຽວຂ້ອງ ຍັງບໍ່ທັນເຄັ່ງຄັດ, ເຂັ້ມງວດ, ເດັດຂາດ ແລະ ທົ່ວເຖິງ (ໂດຍສະເພາະບັນດາບໍລິສັດທີ່ຈັດຢູ່ປະເພດອ່ອນ ແມ່ນຍັງມີການແກ່ຍາວ ໃນການຍົກເລີກສັນຍາ), ບາງໂຄງການຍັງມີການນໍາໃຊ້ຊ່ອງວ່າງຂອງກົດໝາຍ ແລະ ລະບຽບການ ຈຶ່ງນໍາໄປສູ່ການລັກລອບຂຸດຄົ້ນແຮ່ທາດທີ່ມີຄ່າສູງ (ແຮ່ຄໍາ), ໃນເບື້ອງຕົ້ນໄດ້ຮັບອະນຸຍາດລົງທຶນສໍາຫຼວດແຮ່ທາດອະໂລຫະ ຕໍ່ມາໄດ້ມີການຂໍເພີ່ມແຮ່ທາດໂລຫະເຂົ້າໃນສັນຍາ (ອັນນີ້ ກໍເປັນການສວຍໃຊ້ຊ່ອງວ່າງ ເພາະວ່າ ລັດຖະບານໄດ້ມີແຈ້ງການໂຈະການລົງທຶນໃໝ່ ສໍາລັບແຮ່ທາດໂລຫະ), ບາງໂຄງການຢູ່ໃນໄລຍະສໍາຫຼວດແຮ່ທາດທີ່ມີເນື້ອທີ່ຕິດຈອດກັນໃນໂຄງການດຽວກັນ ແຕ່ເຮັດເປັນສອງສັນຍາ ຕໍ່ມາໄດ້ມີການໂຮມສອງສັນຍາເຂົ້າເປັນສັນຍາດຽວກັນ ແລ້ວມາຂໍຂະຫຍາຍເນື້ອທີ່ຕາມກົດໝາຍວ່າດ້ວຍແຮ່ທາດ (ສາມາດຂະຫຍາຍເນື້ອທີ່ໄດ້ 10% ຂອງເນື້ອທີ່ອະນຸຍາດ, ອັນນີ້ກໍເປັນຊ່ອງວ່າງໜຶ່ງ ເຮັດໃຫ້ໄດ້ຮັບເນື້ອທີ່ຂະຫຍາຍເພີ່ມຂຶ້ນ), ການດໍາເນີນວຽກງານຂ້າມຂັ້ນຕອນ. ມີການລັກລອບຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ບໍ່ໄດ້ຮັບອະນຸຍາດຂອງບໍລິສັດຈໍານວນ ໜຶ່ງຍັງເກີດຂຶ້ນຢູ່ບາງແຂວງ ຫຼື ທ້ອງຖິ່ນ, ການດໍາເນີນການຊອກຄົ້ນ, ສໍາຫຼວດ ມີລັກສະນະເບົາບາງ ແລະ ບໍ່ສອດຄ່ອງກັບມາດຕະຖານເຕັກນິກ, ມີໜີ້ຄ້າງຈ່າຍພັນທະທາງດ້ານການເງິນຕາມສັນຍາສຳປະທານ ແລະ ກົດໝາຍ ຕໍ່ ພາກລັດ ຍັງມີຈໍານວນຫຼາຍພໍສົມຄວນ, ການປະຕິບັດຫຼັກການສະຫຼຸບບັນຊີຍັງມີບາງບໍລິສັດປະຕິບັດບໍ່ໄດ້ດີ ເຮັດໃຫ້ການປະຕິບັດພັນທະອາກອນບໍ່ສອດຄ່ອງຕາມຄວາມເປັນຈິງ, ການປ້ອງກັນ ແລະ ປະຕິບັດ ມາດຕະການຄວາມປອດໄພຍັງບໍ່ທັນໄດ້ດີ (ຍັງມີການເສຍຊີວິດຂອງແຮງງານ, ເກີດມີດິນຍຸບ, ດິນເຊາະ ເຈື່ອນ, ເສັ້ນທາງບາງເສັ້ນມີການເປ່ເພ, ມີຂີ້ໃງ່, ແມ່ນໍ້າຂຸ່ນ ເຮັດໃຫ້ຊັບພະຍາກອນນໍ້າຖືກທໍາລາຍ, ສັດນໍ້າ, ພືດຢູ່ໃນນໍ້າຖືກທໍາລາຍ, ນໍ້າບໍ່ສາມາດນໍາໃຊ້ເຂົ້າໃນຊີວິດປະຈຳວັນ ຫຼື ຄົວເຮືອນໄດ້). ນອກນັ້ນ, ບາງບໍລິສັດມີການລັກລອບຕັດໄມ້-ທຳລາຍປ່າເພື່ອນຳໃຊ້ເຂົ້າໃນໂຄງການ, ບາງບໍລິສັດເມື່ອໄດ້ຮັບອະນຸຍາດແລ້ວເມີນເສີຍໃນການຈັດຕັ້ງປະຕິບັດວຽກງານຂອງຕົນໂດຍບໍ່ມີການລາຍງານສະພາບການເຄື່ອນໄຫວໃຫ້ພາກລັດຮັບຮູ້, ມີບໍລິສັດຈຳນວນໜຶ່ງເປັນພຽງນາຍໜ້າອອກຊື່ໃນເອກະສານດ້ານນິຕິກຳເທົ່ານັ້ນ, ແຕ່ການດຳເນີນວຽກງານຕົວຈິງແມ່ນບໍລິສັດອື່ນໂດຍບໍ່ແຈ້ງໃຫ້ພາກລັດຮັບຮູ້, ເມື່ອມີບັນຫາແລ້ວຈຶ່ງແຈ້ງພາຍຫຼັງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຫວ່າງວັນທີ 13-19 ມິຖຸນາ ຈະມີການຕັດຮອນກິ່ງຫງ່າໄມ້ຢູ່ຖະໜົນເສດຖາທິລາດເພື່ອປ້ອງກັນຄວາມປອດໄພ

ລະຫວ່າງວັນທີ 13-19 ມິຖຸນາ ຈະມີການຕັດຮອນກິ່ງຫງ່າໄມ້ຢູ່ຖະໜົນເສດຖາທິລາດເພື່ອປ້ອງກັນຄວາມປອດໄພ

ທ່ານ ດວງຕາ ບົວລະວົງ ຮອງພາກວິຊາເສດຖະສາດເຕັກໂນໂລຊີປຸງແຕ່ງໄມ້ ຊ່ຽວຊານອຸດສາຫະກຳປຸ່ງແຕ່ງໄມ້ ແລະ ພັດທະນາຜະລິດຕະພັນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການຕັດຮອນກິ່ງຫງ່າຂອງຕົ້ນໄມ້ໃນວັນທີ 13 ມິຖຸນາວ່າ: ເນື່ອງຈາກວ່າມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງຖະໜົນເສດຖາທິຣາດໄດ້ມີຜົນກະທົບຕໍ່ຮາກໄມ້ ໂດຍສະເພາະໄດ້ມີການຈົກເຮັດໃຫ້ຮາກໄມ້ສ່ວນໃຫຍ່ມັນຂາດ ເຮັດໃຫ້ການຢືນໂຕຂອງຕົ້ນ ໄມ້ອາດຈະບໍ່ໝັ້ນຄົງ ແລະ ຕົ້ນໄມ້ຢູ່ລຽບຕາມແຄມທາງ ເປັນຕົ້ນໄມ້ທີ່ມີອາຍຸຫຼາຍສິບປີ ແລະ ຂະໜາດໃຫຍ່ສູງອາດຈະມີຄວາມສ່ຽງລົ້ມໃນໄລຍະລະດູຝົນ ເພື່ອເປັນການປ້ອງກັນຄວາມປອດໄພ ແລະ ອຸບັດເຫດທີ່ອາດຈະເກີດຂຶ້ນຈຶ່ງຈໍາເປັນຕ້ອງໄດ້ມີການຕັດຮອນກິ່ງຫງ່າໄມ້ຂອງຕົ້ນໄມ້ຈຳນວນ 61 ຕົ້ນ.
ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ ປີ 2024

ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ ປີ 2024

ກອງປະຊຸມຄົບຄະນະເປີດກວ້າງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ; ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຜູ້ປະຈຳການພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮັບເໝົາເກັບກູ້ລະເບີດ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 3 ເມືອງ

ຮັບເໝົາເກັບກູ້ລະເບີດ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 3 ເມືອງ

ພິທີເຊັນສັນຍາຮັບເໝົາເກັບກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກ ອອກຈາກໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ ຈັດຂຶ້ນໃນວັນທີ 12 ມິຖຸນາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍແມ່ນບໍລິສັດ ອິນຊີເກັບກູ້ ແລະ ທຳລາຍລະເບີດ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ຊຶ່ງປະກອບມີ 3 ເສັ້ນທາງຄື: ເສັ້ນທາງແຕ່ບ້ານປາກພະນັງ ຫາ ບ້ານຊອກ ເມືອງບົວລະພາ ມີຄວາມຍາວ 19.01 ກິໂລແມັດ, ເສັ້ນທາງແຕ່ບ້ານນາຊອຍ ເມືອງເຊບັ້ງໄຟ ຫາ ບ້ານກະພະ-ນໍ້າມະລາ ເມືອງມະຫາໄຊ ຄວາມຍາວ 19.55 ກິໂລແມັດ ແລະ ເສັ້ນທາງແຕ່ບ້ານບຶງຫົວນາ ເມືອງເຊບັ້ງໄຟ ຫາ ບ້ານຜາໂຄ້ງ ເມືອງໄຊບົວທອງ ຄວາມຍາວ 53.02 ກິໂລແມັດ ຊຶ່ງລວມຄວາມຍາວທັງໝົດ 91.59 ກິໂລແມັດ.
ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ຊຸດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາໃຫ້ແກ່ພະນັກງານຫ້ອງວ່າການສູນກາງພັກ ຊຶ່ງໄດ້ດຳເນີນມາເປັນເວລາ 2 ວັນ ໄດ້ປິດລົງໃນຕອນແລງວັນທີ 12 ມິຖຸນານີ້ ທີ່ ຫສພ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໂດຍ ມີພະນັກງານເຂົ້າຮ່ວມຝຶກອົບຮົບຈາກກົມຕ່າງໆພາຍໃນ ຫສພ ທັງໝົດ 40 ສະຫາຍ ຍິງ 17 ສະຫາຍ.
ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປ ລາວ) ໃຫ້ສະມາຊິກພັກພາຍໃນສະພາແຫ່ງຊາດ ຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ຫ້ອງປະຊຸມສະພາແຫ່ງຊາດ; ເປັນກຽດປະດັບຫຼຽນໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາແຫ່ງຊາດ, ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ກໍາມະການປະຈໍາພັກ ປະທານຄະນະກວດກາພັກ ຮອງປະທານສະພາແຫ່ງຊາດ; ມີບັນດາສະຫາຍກໍາມະການຄະນະບໍລິຫານງານພັກ, ອະດີດຄະນະປະຈໍາສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ພໍເຖິງເດືອນ 5-8 ຂອງທຸກໆປີ ແມ່ນລະດູການທີ່ໝາກນັດໃຫ້ຜົນຜະລິດແກ່ຊາວສວນ ກໍຄືສັງຄົມໄດ້ບໍລິໂພກຢ່າງເຕັມສ່ວນ, ໝາກນັດມີຫຼາຍສາຍພັນ ແຕ່ໃນບົດນີ້ຈະເວົ້າເຖິງໝາກນັດສາຍພັນນໍ້າເຜິ້ງ ທີ່ຊາວສວນຂອງບ້ານຜາເມືອງປູກໄວ້ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍສົ່ງອອກ ໃຫ້ລູກຄ້າທົ່ວໄປໄດ້ບໍລິໂພກເຊັ່ນກັນ.
ທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

ທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ກົງຈິ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີບັນດາຮອງລັດຖະມົນຕີກະຊວງ; ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ແລະ ລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ມີບັນຍາກາດຟົດຟື້ນ ແລະ ບັນລຸຈຸດປະສົງທີ່ກຳນົດໄວ້. ອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນຍ້ອງຍໍໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມ ສນຊ ໂດຍການເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ ໂດຍມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະກຳມະການ, ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນພັນທະໃຫ້ລັດຖະບານ ມູນຄ່າ 35 ລ້ານກວ່າໂດລາ

ບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນພັນທະໃຫ້ລັດຖະບານ ມູນຄ່າ 35 ລ້ານກວ່າໂດລາ

ວັນທີ 9 ມີຖຸນາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດໄຟຟ້າ ນ້ຳເທີນ 2 ຈໍາກັດ ໄດ້ມອບອາກອນກໍາໄລຈາກການຜະລິດໄຟຟ້າໃຫ້ລັດຖະບານ ລວມມູນຄ່າ 35,180,529 ໂດລາສະຫະລັດ.
ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ກອງປະຊຸມສະຫຼູບວຽກງານໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນານີ້ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນີກ ວີຊາຊີບແບບປະສົມແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ.
ເພີ່ມເຕີມ