ກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ ສະຫຼຸບປະຈຳປີ 2023

ກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ ສະຫຼຸບປະຈຳປີ 2023
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈຳປີ 2023 ແລະ ວາງທິດທາງແຜນການປະຈຳປີ 2024 ຂອງກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ ໄດ້ຈັດຂຶ້ນໃນວັນທີ 21 ທັນວາ ຜ່ານມາ ທີ່ຫ້ອງວ່າການສູນກາງພັກ ໂດຍມີ ທ່ານ ກິ່ງເພັດ ມົງຄົນວິໄລ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນຳວຽກງານຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຈະຫຼອດຮອດພະນັກງານລັດຖະກອນເຂົ້າຮ່ວມ.
ທ່ານ ຄໍາພອນ ສອນທະວົງ ເລຂາໜ່ວຍພັກ  ຫົວໜ້າກົມຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານຂອງພັກ ຫ້ອງວ່າການສູນກາງພັກ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານບົດສະຫຼຸບໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຊຶ່ງໄດ້ຍົກໃຫ້ເຫັນສະພາບການເຄື່ອນໄຫວວຽກງານຮອບດ້ານ, ຜົນງານທີ່ກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກຍາດມາໄດ້ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ.    
     ຈາກນັ້ນ, ທ່ານ ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານຂອງພັກໄດ້ສະເໜີກ່ຽວກັບແຜນພັດທະນາຫັນເປັນດີຈີຕອນ ແລະ ແຜນກະກຽມປັບປຸງຫ້ອງມູນເຊື້ອ ຂອງຫ້ອງວ່າການສູນກາງພັກ ເພື່ອຫັນວຽກງານຫ້ອງວ່າການສູນກາງພັກເປັນທັນສະໄໝ ແລະ ເປັນຕົວຢ່າງໃຫ້ບັນດາອົງການຈັດຕັ້ງພັກ-ລັດ ໃນການຫັນເປັນທັນສະໄໝໃນຮູບແບບດີຈີຕອນ.
ນອກນັ້ນ, ທ່ານ ແສງເດືອນເພັງ ໂຄດລືຊາ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກຍັງໄດ້ຖືໂອກາດຂື້ນກ່າວເປີດຂະບວນການແຂ່ງຂັນຮັດຊາດ ແລະ ພັດທະນາ ຂອງກົມຮອດປີ 2025.
ໃນໂອກາດດັ່ງກ່າວ ທ່ານ ກິ່ງເພັດ ມົງຄົນວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນສໍາເລັດທີ່ກົມຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານຂອງພັກ ຍາດມາໄດ້, ພ້ອມທັງເນັ້ນບາງບັນຫາທີ່ກົມຂໍ້ມູນຂ່າວສານ ແລະ ສຳເນົາເອກະສານຂອງພັກ ຕ້ອງໄດ້ສຸມໃສ່ປະຕິບັດໃນປີ 2024 ດັ່ງນີ້:
1.    ກ່ຽວກັບລະບົບກອງປະຊຸມທາງໄກຕ້ອງໄດ້ສຶບຕໍ່ຄົ້ນຄວ້າ ແລະ ພັດທະນາໃຫ້ໄດ້ມາດຕະຖານ, ຮັບປະກັນການນຳໃຊ້ໃນການຈັດກອງປະຊຸມຕ່າງໆຂອງການນຳ ລະຫວ່າງປະເທດ, ສູນກາງກັບແຂວງ, ແຂວງກັບເມືອງ ໃຫ້ມີປະສິດທິພາບ ແລະ ຍືນຍົງໂດຍການສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການກະກຽມຄວາມພ້ອມທາງດ້ານວັດຖຸ, ເຕັກນິກ, ພ້ອມທັງຕິດຕາມກວດກາ ແລະ ຖອດຖອນບົດຮຽນໃນແຕ່ລະໄລຍະ, ນັບທັງສຶບຕໍ່ຄົ້ນຄວ້າ, ຂື້ນແຜນປັບປຸງ ແລະ ພັດທະນາອຸປະກອນ LED ຢູ່ແຕ່ລະຫ້ອງປະຊຸມ ໃຫ້ມີປະສິດທິພາບ ແລະ ຍືນຍົງ.
2.    ການປັບປຸງລະບົບເຄື່ອງຈັກແມ່ (Server) ຫັນໄປສູ່ລະບົບ Cloud, ຫັນເປັນລວມສູນ, ພ້ອມທັງຂຶ້ນແຜນປັບປຸງໃນແຕ່ລະໄລຍະ, ສົມທົບກັບທ້ອງຖິ່ນຮາກຖານກວດກາຄືນລະບົບ Server ຂອງວຽກງານກົມກອງ, ທ້ອງຖິ່ນຮາກຖານໃຫ້ຮັບປະກັນມາດຕະຖານ ແລະ ຄົ້ນຄວ້າພັດທະນາເພື່ອຂະຫຍາຍໄປນຳໃຊ້ຢູ່ບັນດາແຂວງ, ເມືອງ ແລະ ຕາແສງຕໍ່ໄປ.
3.    ລະບົບຄຸ້ມຄອງເອກະສານຫັນນຳໃຊ້ລະບົບທັນສະໄໝ ໃນການຄຸ້ມຄອງເອກະສານ ຂອງ ຫສພ ສາມາດເຊື່ອມໂຍງເອກະສານ ທົ່ວ ຫສພ ໄດ້ຢ່າງສະດວກ ແລະ ວ່ອງໄວ, ໂດຍຄົ້ນຄວ້ານຳໃຊ້ລະບົບ e-office ຫຼື Lotunote; ຄົ້ນຄວ້າ, ພັດທະນາລະບົບຫໍສະໝຸດ (e-Library) ໃຫ້ມີຄວາມທັນສະໄໝ, ພ້ອມທັງ ກວດກາຄືນປື້ມ ຫຼື ເອກະສານ ທີ່ບໍ່ຈຳເປັນ ແລະ ບໍ່ກ່ຽວຂ້ອງກັບວຽກງານ, ພາລະບົດບາດ ຂອງ ຫສພ ແມ່ນໃຫ້ເອົາອອກ ຈາກຫ້ອງສະໝຸດ. ພ້ອມທັງຄົ້ນຄວ້າຂຶ້ນແຜນສ້າງ ແລະ ພັດທະນາລະບົບສຳເນົາ ຂອງ ຫສພ ໃຫ້ທັນສະໄໝ (e-archives).
4.    ການເຊື່ອມໂຍງຂໍ້ມູນຂ່າວສານລະຫວ່າງ ຫສພ ກັບອົງການຈັດຕັ້ງຕ່າງໆ ທັງຂັ້ນສູນກາງ ລົງຮອດທ້ອງຖິ່ນໄລຍະສັ້ນ: ຕ້ອງຄົ້ນຄວ້າຂຶ້ນແຜນສ້າງ ແລະ ພັດທະນາລະບົບຖານຂໍ້ມູນ ເພື່ອໃຫ້ບັນດາອົງການຈັດຕັ້ງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ ໃຫ້ສູນກາງພັກ ກໍຄື ຫສພ ແລະ ຄົ້ນຄວ້າ ອອກແບບ ແບບສອມຖາມ ເພື່ອເກັບກຳຂໍ້ມູນ ຕ່າງໆ. ໄລຍະຍາວ: ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າຄວາມເປັນໄປໄດ້ໃນການພັດທະນາ ລະບົບເຊື່ອມໂຍງ ຖານຂໍ້ມູນຂ່າວສານກັບພາກສ່ວນຕ່າງໆ.
5.    ເອົາໃຈໃສ່ ປະຕິບັດແຜນພັດທະນາຫັນເປັນ ດີຈີຕອນ ທົ່ວ ຫສພ ຄວບຄູ່ກັບການຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ MOU ລະຫວ່າງ ຫສພ ກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານໃຫ້ເປັນໂຄງການລະອຽດ ແລະ ຈັດຕັ້ງປະຕິບັດຮ່ວມກັນ ຢ່າງມີປະສິດທິພາບ ແລະ ເປັນຮູບປະທຳ. ໂດຍບັນດາກົມຕ່າງໆ ຕ້ອງສ້າງຄວາມເຂົ້າໃຈ ເປັນເອກະພາບ ພ້ອມກັນຈັດຕັ້ງປະຕິບັດ ບັນລຸຕາມ ແຜນຫັນເປັນທັນສະໄໝທີ່ວາງໄວ້ ແລະ ບັນຫາອື່ໆອີກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ