![]() |
ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວເປີດກອງປະຊຸມວ່າ: ການຈັດກອງປະຊຸມຄັ້ງນີ້, ເພື່ອເປັນການຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ ເພື່ອເຫັນໄດ້ດ້ານຕັ້ງໜ້າ, ຜົນສຳເລັດ, ບັນຫາຂໍ້ຄົງຄ້າງ, ສາເຫດ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ເພຶ່ອກະກຽມຄວາມພ້ອມເປີດກອງປະຊຸມ ດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ໂອກາດນີ້, ສະຫາຍໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ຄົ້ນຄວ້າ, ປະກອບຄຳເຫັນໃຫ້ມີເນື້ອໃນເລິກເຊິ່ງ, ຖືກຕ້ອງ, ກົງໄປກົງມາ ແລະ ພາວະວິໄສ. ຈາກນັ້ນ, ກໍໄດ້ຮັບຟັງການຜ່ານຮ່າງ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝທີ I ຈາກສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈຳພັກແຂວງ ປະທານອົງການກວດກາພັກ-ລັດ ແຂວງ ຊຶ່ງຕະຫຼອດໄລຍະ 5 ປີຜ່ານມາຄະນະບໍລິຫານງານພັກແຂວງ ໄດ້ຖືສໍາຄັນໃນການນໍາພາຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ, ນິຕິກຳຕ່າງໆ ຂອງພັກ-ລັດ ເປັນຕົ້ນແມ່ນ: ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງໄຊສົມບູນ ຕິດພັນກັບ ດຳລັດ 414/ລບ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ພ້ອມນີ້ ຄະນະບໍລິຫານງານພັກແຂວງ ຍາມໃດກໍໄດ້ເອົາໃຈໃສ່ນໍາພາສຶກສາອົບຮົມປຸກລະດົມແນວຄິດ ໃຫ້ແກ່ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານ ກໍຄືປະຊາຊົນບັນດາເຜົ່າ ຢ່າງແທດເຖິງ, ເອົາໃຈໃສ່ ໃນກການສຶກສາອົບຮົມນໍາພາແນວຄິດ ຂອງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງ ໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ເປັນເຈົ້າການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ, ເມືອງ ແລະ ບ້ານ, ພ້ອມທັງປັບປຸງປົວແປງ, ຍົກລະດັບຊີວິດການເປັນຢູ່ຂອງຕົນດີຂຶ້ນ ເທື່ອລະກ້າວ, ການນຳພາດ້ານການຈັດຕັ້ງ ນໍາພາ-ຊີ້ນໍາການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ໃນທົ່ວແຂວງ ມີຜົນສໍາເລັດເປັນຢ່າງດີ, ພ້ອມກັນນັ້ນ ກໍໄດ້ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ແລະ ໄດ້ຮັບການບັນຈຸ, ສັບຊ້ອນ, ຈັດວາງບຸກຄະລາກອນ ແຕ່ລະຂົງເຂດ, ຂະແໜງການ ສອດຄ່ອງຕາມແຜນທີ່ກຳນົດໄວ້.
(ຂ່າວ: ຄຳໝັ້ນ ພຽງພິລາ)
ຄໍາເຫັນ