ກອງປະຊຸມ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII

ກອງປະຊຸມ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII

ກອງປະຊຸມ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII
ກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ຄັ້ງທີ VIII ໄດ້ໄຂຂຶ້ນໃນວັນທີ 16 ກໍລະກົດ 2026 ທີ່ ໂຮງແຮມພູແມນ ແຂວງຫຼວງພະບາງ ສປປ ລາວ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືທາງອາຍາລະຫວ່າງປະເທດ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະອາຊະຍາກຳໄຊເບີ ຢ່າງມີປະສິດທິຜົນ” ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຮຸຍ ຕຽນ ກຳມະການສູນກາງພັກກອມມູນິດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ບັນດາກົມ, ອົງການໄອຍະການປະຊາຊົນພາກ, ແຂວງ-ນະຄອນຫຼວງ, ອົງການໄອຍະການທະຫານ ລາວ-ຫວຽດນາມ ເຂົ້າຮ່ວມ.
ກອງປະຊມ ອງການໄອຍະການປະຊາຊນບນດາແຂວງທມຊາຍແດນຕດຈອດກນ ລາວ-ຫວຽດນາມ ຄງທ VIII - image 1
 

ໃນວາລະດັ່ງກ່າວ ຜູ້ແທນເຂົ້າຮ່ວມກອງປະຊຸມທັງສອງຝ່າຍ ໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມອົງການໄອຍະການປະຊາຊົນ ທີ່ມີຊາຍແດນຕິດຈອດກັນຄັ້ງທີ VII ທີ່ໄດ້ຈັດຂຶ້ນໃນປີ 2022 ຢູ່ ນະຄອນຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ ໂດຍໄດ້ຊີ້ໃຫ້ເຫັນຜົນສໍາເລັດ, ຄວາມຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການສືບຕໍ່ເພີ່ມທະວີການຮ່ວມມື ໃນການຈັດຕັ້ງປະຕິບັດການຮ່ວມມືທາງອາຍາ ບົນພື້ນຖານສົນທິສັນຍາວ່າດ້ວຍການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ກອງປະຊຸມ ໄດ້ດຳເນີນພາຍໃຕ້ບັນຍາກາດທີ່ເຕັມໄປດ້ວຍເນື້ອໃນຄວາມໝາຍສໍາຄັນ ແລະ ສະໜິດສະໜົມຖານສະຫາຍອ້າຍ-ນ້ອງ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ໂດຍໄດ້ເຫັນດີເປັນເອກະພາບກັນບາງບັນຫາສໍາຄັນ ດັ່ງນີ້:

ກອງປະຊມ ອງການໄອຍະການປະຊາຊນບນດາແຂວງທມຊາຍແດນຕດຈອດກນ ລາວ-ຫວຽດນາມ ຄງທ VIII - image 2
 

1.ກອງປະຊຸມ ຕີລາຄາສູງຕໍ່ຫົວຂໍ້ຂອງກອງປະຊຸມຄັ້ງທີ VIII ຊຶ່ງເຫັນວ່າ ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງ ໃນສະພາບການທີ່ອາຊະຍາກຳຂ້າມຊາດ ສືບຕໍ່ມີຄວາມສັບສົນຮຸນແຮງຂຶ້ນ, ໂດຍສະເພາະອາຊະຍາກຳໄຊເບີ, ການຫຼອກລວງຜ່ານອິນເຕີເນັດ, ການຈັດຕັ້ງການພະນັນອອນລາຍ, ການຟອກເງິນ, ການຊື້-ຂາຍຂໍ້ມູນສ່ວນຕົວ ແລະ ການກະທຳຜິດທີ່ພົວພັນກັບຕ່າງປະເທດ. 2.ກອງປະຊຸມ ຮັບຮູ້ ແລະ ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງເປັນເອກະພາບກັນ ໃນກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽນາມ ຄັ້ງທີ VII ທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງຮ່າໂນ້ຍ ໃນເດືອນສິງຫາ 2022. ສອງຝ່າຍ ໄດ້ຮັກສາປະສິດທິຜົນຂອງກົນໄກການແລກ ປ່ຽນຂໍ້ມູນຂ່າວສານ, ການປະສານສົມທົບ ແກ້ໄຂຄະດີທີ່ມີລັກສະນະຂ້າມຊາດ, ການປະຕິບັດຄຳຮ້ອງຂໍການຮ່ວມມືທາງອາຍາ. 3.ກອງປະຊຸມ ເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີການຮ່ວມມື ໃນການຈັດຕັ້ງປະຕິບັດການຮ່ວມມືທາງອາຍາ ບົນພື້ນຖານສົນທິສັນຍາວ່າດ້ວຍການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍ ໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໂດຍສອດຄ່ອງກັບກົດໝາຍຂອງສອງປະເທດ; ຍົກສູງປະສິດທິຜົນໃນການຮັບ, ພິຈາລະນາ ແລະ ປະຕິບັດຄຳຮ້ອງຂໍການຮ່ວມມືທາງອາຍາ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການທາງດ້ານວິຊາການໃນການຕ້ານ, ສະກັດກັ້ນອາຊະຍາກຳຂ້າມຊາດ, ໂດຍສະເພາະອາຊະຍາກຳໄຊເບີ; ປະສານສົມທົບໃນການພິສູດ, ເກັບກຳຫຼັກຖານ, ຕິດຕາມຄົ້ນຫາຜູ້ກະທຳຜິດ ແລະ ກຳນົດຊັບສິນທີ່ໄດ້ມາຈາກການກະທຳຜິດ. 4.ຊຸກຍູ້ຢ່າງແຮງ ໃນການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນປ່ຽນດິຈິຕອນ ໃນການເຄື່ອນໄຫວຮ່ວມມື ລະຫວ່າງ ຂະແໜງການໄອຍະການຂອງສອງປະເທດ; ເພີ່ມທະວີກົນໄກການແລກປ່ຽນຂໍ້ມູນຂ່າວສານໂດຍກົງ ລະຫວ່າງ ອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ເພື່ອທັນກັບສະພາບການ, ສະກັດກັ້ນ ແລະ ແກ້ໄຂອາຊະຍາກຳຂ້າມຊາດ, ໂດຍສະເພາະອາຊະຍາກຳໄຊເບີ.5.ກອງປະຊຸມ ຕີລາຄາສູງຕໍ່ບົດບາດຂອງລະບົບອົງການໄອຍະການທະຫານຂອງສອງປະເທດ ໃນວຽກງານການປະສານສົມທົບໃນການຕ້ານ, ສະກັດກັ້ນອາຊະຍາກຳຢູ່ບໍລິເວນຊາຍແດນ; ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ ແລະ ປະສານສົມທົບການຈັດຕັ້ງປະຕິບັດຄຳຮ້ອງຂໍການຮ່ວມມືທາງອາຍາ ຕາມກົດໝາຍ, ສົນທິສັນຍາ ແລະ ຂໍ້ຕົກລົງການຮ່ວມມືລະຫວ່າງສອງຝ່າຍ.6.ກອງປະຊຸມ ຢືນຢັນຄວາມຈໍາເປັນທີ່ຈະຕ້ອງສືບຕໍ່ຮັກສາກົນໄກການຈັດກອງປະຊຸມອົງການໄອຍະການປະຊາ ຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ - ຫວຽດນາມ ໃຫ້ເປັນເວທີທີ່ສຳຄັນ ເພື່ອເພີ່ມທະວີການປະສານສົມທົບ, ແລກປ່ຽນປະສົບການ ແລະ ເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດລະຫວ່າງ ຂະແໜງການໄອຍະການຂອງສອງປະເທດ ລາວ-ຫວຽດນາມ; ເຫັນດີເປັນເອກະພາບຈັດກອງປະຊຸມອົງການໄອການປະຊາຊົນ ບັນດາແຂວງທີ່ມີຊາຍແດນຕິດຈອດຄັ້ງທີ IX ຢູ່ ສສ ຫວຽດນາມ ໃນປີ 2029.7.ກອງປະຊຸມ ເຫັນດີເປັນເອກະພາບມອບໃຫ້ກົມຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ກົມຮ່ວມມືສາກົນ ແລະ ການຮ່ວມມືທາງອາຍາ ອົງການໄອການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ເປັນໜ່ວຍງານປະສານສົມທົບຫຼັກ ໃນການຈັດຕັ້ງປະຕິບັດເນື້ອໃນຕ່າງໆຂອງບົດບັນທຶກ; ສະໜັບສະໜູນອົງການໄອການປະຊາຊົນບັນດາແຂວງ ແລະ ອົງການໄອການທະຫານຂອງສອງປະເທດ ໃນຂະບວນການຈັດຕັ້ງປະຕິບັດກິດຈະກຳຮ່ວມມືມິດຕະພາບ ແລະ ການຮ່ວມມືທາງອາຍາ.

ກອງປະຊຸມໄດ້ປິດລົງໃນເວລາ 12.00 ຂອງວັນດຽວກັນ ດ້ວຍຜົນສໍາເລັດອັນຈົບງາມ. (ຂ່າວ :ອອປສ)

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ