![]() |
ທ່ານ ແດງ ປະທຸມທອງ ໄດ້ກ່າວໄຂກອງປະຊຸມວ່າ: ໄຂກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງການລາຍງານ, ການພິຈາລະນາ, ການຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຄື: ບົດລາຍງານ ໂດຍສັງເຂບຂອງທ່ານປະທານຄະນະກຳມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງແຂວງ ໄລຍະ 5 ປີ (2021-2025) ແລະ ປະຈຳປີ 2025, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ໄລຍະ 5 ປີ ຄັ້ງທີ II (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ III (2026-2030), ການຈັດຕັ້ງປະຕິບັດ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026, ໂຄງການລົງທຶນຂອງລັດ ປະຈຳປີ 2025 ທິດທາງແຜນການ 2026, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ການເຄື່ອນໄຫວ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບປະຈຳພາກກາງ, ບົດລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030); ການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງອົງການກວດກາລັດແຂວງ, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດດຳລັດ 414/ລບ
![]() |
ໃນໄລຍະຜ່ານມາ ແລະ ທິດທາງແຜນການ 5 ປີ (2026-2030), ບົດລາຍງານການແກ້ໄຂຄວາມທຸກຍາກ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ການແກ້ໄຂຄວາມທຸກຍາກ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງແຂວງ, ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແລະ ທິດທາງແຜນການ 5 ປີ (2026-2030), ການຈັດຕັ້ງປະຕິບັດ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງສານປະຊາຊົນແຂວງ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ການປະຕິບັດປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງອົງການໄອຍະການປະຊາຊົນແຂວງ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ການເຄື່ອນໄຫວວຽກງານ ປະຈຳປີ 2025, ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ທິດທາງແຜນການ ປະຈໍາປີ 2026 ຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ຍັງຈະໄດ້ອອກມະຕິຮັບຮອງເອົາວຽກງານທີ່ສຳຄັນ ຈຳນວນ 8 ສະບັບ ຕື່ມອີກ. ພ້ອມນີ້ ຍັງຈະໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກພະແນກການ, ອົງການ ແລະ ກົມກອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາປະຊາຊົນແຂວງ. ຊຶ່ງກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນ (ວັນທີ 29-31 ທັນວາ 2025) ຈິ່ງຈະສຳເລັດ ແລະ ບັນດາທ່ານສາມາດສົ່ງຄໍາຄິດ-ຄໍາເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 026 156 ຕະຫຼອດໄລຍະກອງປະຊຸມ.
(ຂ່າວ: ຄຳໝັ້ນ ພຽງພິລາ)


ຄໍາເຫັນ