ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກ ຍີ່ປຸ່ນ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກ ຍີ່ປຸ່ນ
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກ ຍີ່ປຸ່ນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ບວກ ຍີ່ປຸ່ນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 9 ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ ນີ້ ທີ່ໂຮງແຮມລາດຊະວົງວັນດາ ວິສຕ້າ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງຫົວໜ້າເຈົ້າໜ້າທີ່ອາວຸໂສ

 ສິງກະໂປ ແລະ ຍີ່ປຸ່ນ, ມີຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ ພ້ອມດ້ວຍຄະນະຜູ້ແທນທີ່ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເປັນການກະກຽມຢ່າງຮອບດ້ານໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ບວກ ຍີ່ປຸ່ນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 9, ຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ຮ່ວມປຶກສາຫາລືຫຼາຍບັນຫາ ໂດຍສະເພາະບັນຫາກ່ຽວຂ້ອງກັບການຮ່ວມມືລະຫວ່າງ ອາຊຽນ-ຍີ່ປຸ່ນ ໃນການຕ້ານອາຊະຍາກໍາຂ້າມຊາດ ໃນນັ້ນ, ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຂອງອາຊຽນບວກ ຍີ່ປຸ່ນ ກ່ຽວກັບການຮ່ວມມືເພື່ອຕ້ານອາຊະຍາກາຂ້າມຊາດ ໄລຍະຜ່ານມາ, ກອງປະຊຸມໄດ້ພົບປະແລກປ່ຽນທັດສະນະ, ແບ່ງປັນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ແລະ ແລກປ່ຽນປະສົບການໃນການຕ້ານອາຊະຍາກໍາຂ້າມຊາດ, ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການທີ່ສໍາເລັດແລ້ວ, ໂຄງການທີ່ກຳລັງດຳເນີນຢູ່ ແລະ ການສະເໜີໂຄງການໃໝ່. ທັງໝົດນັ້ນ, ສະແດງໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນ ໃນການຮ່ວມມືລະຫວ່າງອາຊຽນ ແລະ ຍີ່ປຸ່ນ ໃນການຕ້ານອາຊະຍາກຳຂ້າມຊາດຕະຫຼອດຫຼາຍປີຜ່ານມາ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວພໍສົມຄວນ, ສະເໝີຕົ້ນສະເໝີປາຍ ແລະ ມີຜົນສໍາເລັດຫຼາຍດ້ານ, ກອງປະຊຸມຍັງໄດ້ເປັນເອກະພາບກັນຕໍ່ກັບບັນດາເນື້ອໃນຕ່າງໆທີ່ຈະນໍາໄປພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມລັດຖະມົນຕີອາຊຽນ ບວກ ຍີ່ປຸ່ນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 9.

ຂ່າວ:ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947-27/7/2025), ໃນວັນທີ 27 ກໍລະກົດນີ້, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ນໍາໂດຍທ່ານ ນາງ ຕ້າເຟືອງຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ພ້ອມຄະນະ ໄດ້ເຂົ້າວາງພວງມາລາ, ທູບ-ທຽນ ທີ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທັງນີ້ກໍເພື່ອລະນຶກວັນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ26 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້​ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 8ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ.
ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ໃນລະຫວ່າງວັນທີ 14 - 23 ກໍລະກົດ ຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ນິວຢອກ ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຈາກ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025
ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ໂລກໃນທຸກມື້ນີ້, ມີການຜັນແປຢ່າງໄວວາທີ່ສຸດ ທີ່ບໍ່ເຄີຍເຫັນໃນຮອບໜຶ່ງສະຕະ​ວັດທີ່ຜ່ານມາ, ແຕ່ແນວໃດກໍຕາມ, ສັນຕິພາບ ​ແລະ​ ການພັດທະນາ ຍັງເປັນກະແສຫຼັກຂອງຍຸກສະໄໝ ປັດຈຸບັນ. ​ທ່າອ່ຽງຈຸດໝາຍປາຍທາງຮ່ວມຂອງບັນດາປະເທດໃນພາກພື້ນ ນັບມື້ພົ້ນເດັ່ນຂຶ້ນ. ສະນັ້ນ, ຕ້ອງຮ່ວມກັນສ້າງປະຊາຄົມຊາຕາກຳ. ປະເທດຈີນ, ຫວຽດນາມ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ມີອຸດົມການ,​ ໜ້າທີ່ປະຫວັດສາດ ແລະ ເປົ້າໝາຍການພັດທະນາທີ່ຄ້າຍຄືກັນ. ສະນັ້ນ, ການພົບປະ​ແລກປ່ຽນວັດທະນະທຳດ້ານການປະຕິວັດ ກໍເລີ່ມກາຍເປັນກິດຈະກຳອັນສຳຄັນ ສຳລັບທັງ 3 ປະເທດ.
ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ໃນຕອນເຊົ້າວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະຜູ້ແທນ ອຳເພີບຶງໂຂງຫຼົງ ຈັງຫວັດບຶງການ ຣາຊະອານາຈັກໄທ ທີ່ໄດ້ເດີນທາງມາຢ້ຽມຢາມເມືອງປາກກະດິງ ແຂວງບໍລິຄຳໄຊ ສປປລາວ.
ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ເມື່ອຕົ້ນເດືອນກໍລະກົດນີ້, ຄະນະຜູ້ແທນວາລະສານອະລຸນໃໝ່ ຊຶ່ງແມ່ນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນ ປະຕິວັດລາວ ນໍາໂດຍສະຫາຍ ວັນລາຕີ ຄໍາວານວົງສາ ກຳມະການຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການວາລະສານອະລຸນໃໝ່ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບວາລະສານຊິວສື ຂອງສູນກາງພັກກອມມູນິດຈີນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ; ໃຫ້ກຽດຕ້ອນຮັບໂດຍສະຫາຍ ເຊີນຢາງຢົງ ຜູ້ອຳນວຍການວາລະສານຊິວສື ທັງເປັນຫົວໜ້າບັນນາທິການວາລະສານຊິວສື ພ້ອມດ້ວຍຄະນະ.
ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ສຸພາສິດຈີນ ໄດ້ກ່າວວ່າ: “ພີ່ນ້ອງທີ່ຢູ່ຫ່າງໄກກັນ ບໍ່ດີເທົ່າກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ”. ທ່ານ ສີຈີ້ຜິງ ເລຂາທິການໃຫຍ່ ໄດ້ກ່າວເນັ້ນວ່າ: “ປະເທດອ້ອມຂ້າງເປັນບ່ອນເພິ່ງພາອາໄສຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນ ໃນການພັດທະນາ”. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດເປັນຕົ້ນມາ, ຝ່າຍຈີນ ໄດ້ສະເໜີວິໄສທັດ ວຽກງານການຕ່າງປະເທດຂອງຕົນ ຕໍ່ກັບບັນດາປະເທດໃກ້ຄຽງ ຄື: “ສະໜິດສະໜົມ, ຈິງອົກຈິງໃຈ, ໃຫ້ຜົນປະໂຫຍດ, ເອື້ອອາລີ” ແລະ ໄດ້ສະເໜີຂໍ້ລິເລີ່ມ ໃນການສົ່ງເສີມກໍ່ສ້າງປະຊາຄົມຮ່ວມຊາຕາກຳປະເທດອ້ອມຂ້າງ. ຝ່າຍຈີນ ໄດ້ລົງເລິກສ້າງການຮ່ວມມືຢ່າງຮອບດ້ານກັບບັນດາປະເທດອ້ອມຂ້າງ, ເພີ່ມທະວີການແລກປ່ຽນໃນທຸກຂົງເຂດ ໂດຍຖືເອົາການຊີ້ນຳ-ນຳພາຂອງການນຳສູງສຸດຂອງປະເທດ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ(ອກສລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງທີ 16-20 ກໍລະກົດ ຜ່ານມາ.
ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ ສປສສ, ໃຫ້ກຽດປາຖະກະຖາ ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີຮອງປະທານ ສປສສ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງສານເຂົ້າຮ່ວມ.
ເພີ່ມເຕີມ