![]() |
ກອງປະຊຸມຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ ເປັນກອງປະຊຸມເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບບັນດາປະເທດຄູ່ເຈລະຈາ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 20-25 ກໍລະກົດ 2026 ທີ່ ມະນິລາຟີລິບປິນ. ກອງປະຊຸມ ໄດ້ຮັບຊາບກ່ຽວກັບຄວາມຄືບໜ້າການສ້າງປະຊາຄົມອາຊຽນ, ລວມທັງ ຄວາມຄືບໜ້າກ່ຽວກັບການກະກຽມສະເຫຼີມສະຫຼອງຄົບຮອບ 50 ປີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືກັບພາຍນອກຂອງອາຊຽນ ເປັນຕົ້ນແມ່ນ ການພິຈາລະນາບັນດາເງື່ອນໄຂ ສໍາລັບການເປັນຄູ່ຮ່ວມທາງການຂອງອາຊຽນ ຊຶຶ່ງກອງປະຊຸມໄດ້ເນັ້ນຢໍ້າຄວາມສໍາຄັນໃນການສົ່ງເສີມບົົດບາດການນໍາພາ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບພາຍນອກ. ພ້ອມນີ້, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ, ໃນນາມເປັນປະເທດປະສານງານການພົວພັນອາຊຽນ-ການາດາໄດ້ລາຍງານຄວາມຄືບໜ້າການພົວພັນຮ່ວມມື ອາຊຽນ-ການາດາ ກໍຄືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ. ນອກນັ້ນ, ກອງປະຊຸມໄດ້ປຶກສາຫາລືບັນດາວຽກງານທີ່ກ່ຽວຂ້ອງກັບເວທີພາກພື້ນອາຊຽນ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.
![]() |
ໃນວັນດຽວກັນ, ທ່ານ ພົງສະຫວັນ ສີສຸລາດໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງຄະນະກຳມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້.ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ (2023-2027),ໂດຍສະເພາະການດຳເນີນງານຂອງ ໜ່ວຍງານຄຸ້ມຄອງພະລັງງານປະລໍາມະນູອາຊຽນ. ພ້ອມນີ້, ກອງປະຊຸມໄດ້ຢໍ້າຄືນຄວາມພະຍາຍາມຂອງອາຊຽນໃນການສົ່ງເສີມສົນທິສັນຍາດັ່ງກ່າວໃນເວທີຫຼາຍຝ່າຍ ເປັນຕົ້ນແມ່ນການປຶກສາຫາລືຄວາມເປັນໄປໄດ້ໃນການຮ່ວມມືກັບອົງການເພື່ອການຫ້າມອາວຸດນິວເຄລຍໃນ ລາຕິນອາເມລິກາ ແລະ ຄາຣິບບຽນ ແລະເຂດປອດອາວຸດນິວເຄລຍອາຊີກາງ.
(ຂ່າວ: ກຕທ)


ຄໍາເຫັນ