![]() |
ກອງປະຊຸມຄະນະກໍາມະການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ (2023-2027) ເປັນຕົ້ນແມ່ນວຽກງານຂອງ ໜ່ວຍງານຄຸ້ມຄອງພະລັງງານປະລໍາມະນູອາຊຽນ ແລະ ການພົວພັນຮ່ວມມືກັບພາຍນອກ, ໂດຍສະເພາະກັບອົງການພະລັງງານປະລໍາມະນູສາກົນ. ກອງປະຊຸມຍັງໄດ້ສືບຕໍ່ປຶກສາຫາລືກ່ຽວກັບອະນຸສັນຍາຂອງສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະ ການສືບຕໍ່ພົວພັນກັບ 5 ປະເທດມະຫາອຳນາດນິວເຄລຍ (ສປ ຈີນ, ຝຣັ່ງ, ຣັດເຊຍ, ອັງກິດ ແລະ ສ ອາເມຣິກາ) ເພື່ອຊຸກຍູ້ໃຫ້ບັນດາປະເທດດັ່ງກ່າວ ໃນການລົງນາມຕໍ່ກັບອະນຸສັນຍາ.
![]() |
ໃນກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ, ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາ ຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄື ຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກຳມາທິການດັ່ງກ່າວ ສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນທີ່ໄດ້ຖືກມອບໝາຍ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳບຸລິມະສິດ ສຳລັບ ປີ 2026 ຊຶ່ງເປັນປີທຳອິດໃນການຈັດຕັ້ງແຜນວຽກ 5 ປີ ສະບັບໃໝ່ (2026-2030) ຂອງຄະນະກຳມາທິການດັ່ງກ່າວໃຫ້ສຳເລັດ ແລະ ມີປະສິດທິຜົນ.
![]() |
(ຂ່າວ: ກຕທ)



ຄໍາເຫັນ