ກອງປະຊຸມຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມປະ​ຈຳ​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກສະໄໝທີ 82

ກອງປະຊຸມຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມປະ​ຈຳ​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກສະໄໝທີ 82

ກອງປະຊຸມຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມປະ​ຈຳ​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກສະໄໝທີ 82
ໃນລະຫວ່າງວັນທີ 20-24 ເມສານີ້ ທີ່ບາງກອກ ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ​​ຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມປະ​ຈຳ​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກສະໄໝທີ 82 (the 82nd session of the Economic and Social Commission for Asia and the Pacific (ESCAP) ຈັດຂຶ້ນພາຍໃຕ້ຫົວຂໍ້: "ພວກເຮົາພ້ອມກັນກ້າວໄປ: ການພັດທະນາສັງຄົມສໍາລັບທຸກໄວອາຍຸ ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ (Leaving no one behind: advancing a society for all ages in Asia and the Pacific)".
ກອງປະຊມຄະ​ນະ​ກຳ​ມາ​ທ​ການ​ເສດ​ຖະ​ກດ-ສງ​ຄມປະ​ຈຳ​ພາ​ກ​ພນ​ອາ​ຊ-ປາ​ຊ​ຟກສະໄໝທ 82 - image 1
 

 

 ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາວຽກງານ, ຍັດຕິ ແລະ ມະຕິຂອງຄະນະກຳມາທິການເສດຖະກິດ-ສັງຄົມປະຈຳພາກພື້ນອາຊີ-ປາຊີຟິກ ແລະ ທິດທາງໃນຕໍ່ໜ້າ ເພື່ອຮັບມືກັບສິ່ງທ້າທາຍ ໃນໄລຍະໃໝ່ ໂດຍຜ່ານການພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆປະຈໍາປີ 2026-2027. ກອງປະຊຸມດັ່ງກ່າວ ສືບຕໍ່ເປັນເວທີປຶກສາຫາລືທີ່ສໍາຄັນຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບສິ່ງທ້າທາຍ ໃນໄລຍະໃໝ່ ເປັນຕົ້ນແມ່ນ ທ່າອ່ຽງຂອງປະຊາກອນໃນປັດຈຸບັນ ແລະ ຕໍ່ໜ້າ, ບຸລິມະສິດທາງດ້ານເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທໍາທີ່ມີປະສິດທິຜົນຂອງປະຊາກອນທຸກໄວອາຍຸ, ການສ້າງຄວາມເຂັ້ມແຂງທາງດ້ານເສດ ຖະກິດຂອງແມ່ຍິງ, ການເບິ່ງແຍງສຸຂະພາບຂອງຜູ້ສູງອາຍຸ ແລະ ການເຊື່ອມໂຍງທາງສັງຄົມ.

ກອງປະຊມຄະ​ນະ​ກຳ​ມາ​ທ​ການ​ເສດ​ຖະ​ກດ-ສງ​ຄມປະ​ຈຳ​ພາ​ກ​ພນ​ອາ​ຊ-ປາ​ຊ​ຟກສະໄໝທ 82 - image 2
 

ໃນວັນທີ 20 ເມສານີ້, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນກ່າວບົດຄໍາເຫັນພິເສດ (special address) ໃນພິທີເປີດກອງປະຊຸມຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດ້ານຕ່າງໆທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກ ກໍຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ. ໃນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການເພີ່ມທະວີການຮ່ວມມືໃນພາກພື້ນອາຊີ-ປາຊິຟິກ ກໍຄືການຮ່ວມມືສາກົນ ໂດຍຢຶດໝັ້ນຫຼັກການຮ່ວມມືຫຼາຍຝ່າຍ (multilateralism) ເພື່ອແກ້ໄຂສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍລວມ ຂອງພາກພື້ນ ເປັນຕົ້ນແມ່ນຄວາມເສື່ອມໂຊມທາງດ້ານເສດຖະກິດ, ບັນຫາໜີ້ສິນສາທາລະນະ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ຄວາມບໍ່ສະເໝີພາບ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງທີ່ແກ່ຍາວອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄວາມໝັ້ນຄົງທາງດ້ານພະລັງງານ ແລະ ສະບຽງອາຫານ ຊຶ່ງໄດ້ນໍາໄປສູ່ພາວະເງິນເຟີ້ ແລະ ຄ່າຄອງຊີບທີ່ສູງຂຶ້ນ.

ໃນວັນດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຂຶ້ນກ່າວຄໍາເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປ (general debate) ໂດຍໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ສະບັບໃໝ່ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ 10 ຊຶ່ງຖືເປັນໜຶ່ງໃນບັນດາມາດຕະການພື້ນຖານ ທີ່ຈະນໍາໄປສູ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026. ແຜນພັດທະນາເສດຖະກິດ-ສັງຄົມດັ່ງກ່າວ ແມ່ນເປົ້າໝາຍການຈະເລີນເຕີບໂຕຂອງ GDP ສະເລ່ຍຢ່າງໜ້ອຍ 6% ຕໍ່ປີ ແລະ ອັດຕາ GDP ຕໍ່ຫົວຄົນໃຫ້ບັນລຸ 3,055 ໂດລາຕໍ່ປີ ພາຍໃນປີ 2030. ສໍາຄັນ, ແມ່ນການສ້າງພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ (ສອຈ) ໂດຍໄດ້ກໍານົດ 7 ຂົງເຂດບຸລິມະສິດ ເປັນຕົ້ນແມ່ນ ພະລັງງານສະອາດ, ກະສິກຳ ແລະ ການປຸງແຕ່ງ, ການທ່ອງທ່ຽວ, ການຂົນສົ່ງ ແລະ ເສດຖະກິດດີຈີຕອນ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ຍັງໄດ້ຕີລາຄາສູງຕໍ່ກັບຫົວຂໍ້ ຂອງກອງປະຊຸມຄັ້ງນີ້ ກໍຄືການຮັບປະກັນໃຫ້ແກ່ການພັດທະນາສັງຄົມສຳລັບທຸກໄວອາຍຸ ຊຶ່ງສອດຄ່ອງກັບບຸລິມະສິດການພັດທະນາແບບຍືນຍົງຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ຢ່າງເຕັມສ່ວນ ແລະ ມີຄວາມໝາຍ ຂອງທຸກພາກສ່ວນໃນສັງຄົມ ເຂົ້າໃນວຽກງານການພັດທະນາ ແລະ ຮັບປະກັນຜົນປະໂຫຍດທີ່ແທ້ຈິງ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊຸກຍູ້ໃຫ້ປະຊາຄົມສາກົນພ້ອມກັນເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ບັນດາປະເທດທີ່ມີສະພາບເງື່ອນໄຂຫຍຸ້ງຍາກ, ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມືໃນລະດັບພາກພື້ນ ແລະ ສາກົນເພື່ອຮັບປະກັນການພັດທະນາແບບຍືນຍົງກໍຄືການບັນລຸວາລະ 2030 ຂອງ ສປຊ ວ່າດ້ວຍການພັດທະນາເເບບຍືນຍົງ.

ກອງປະຊມຄະ​ນະ​ກຳ​ມາ​ທ​ການ​ເສດ​ຖະ​ກດ-ສງ​ຄມປະ​ຈຳ​ພາ​ກ​ພນ​ອາ​ຊ-ປາ​ຊ​ຟກສະໄໝທ 82 - image 3
 

ໃນໂອກາດດັ່ງກ່ວ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບ ທ່ານ ນາງ Armida Salsiah Alisjahbana ເລຂາບໍລິຫານງານ UNESCAP ເພື່ອປຶກສາຫາລືຮ່ວມກັນກ່ຽວກັບທິດທາງໃນການເສີມຂະຫຍາຍການຮ່ວມມືພາຍໃຕ້ຂອບວຽກງານທີ່ກ່ຽວຂ້ອງ, ຕາມດ້ວຍການພົບປະກັບ ທ່ານ Jeyhun Bayramov ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ອາແຊກໄບຊານ ໂດຍມີຈຸດປະສົງປຶກສາຫາລື ກ່ຽວກັບການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອາແຊກໄບຊານ.

ພິເສດ, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຮອງເອົາຍັດຕິ ຈໍານວນ 6 ສະບັບ ແລະ ມະຕິ ຈໍານວນ 25 ສະບັບ ກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນງານປະຈໍາປີ 2026-2027 ເພື່ອຊຸກຍູ້ການເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງບັນດາປະເທດ LDCs, LLDCs ເເລະ SIDs.

ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ເຂົ້າຮ່ວມບັນດາວາລະທາງການ ແລະ ກອງປະຊຸມປິ່ນອ້ອມ (Side Events) ດັ່ງກ່າວຢ່າງຕັ້ງໜ້າເພື່ອແລກປ່ຽນຄວາມຄິດເຫັນ ກ່ຽວກັບປະສົມການ ແລະ ບົດຮຽນທີ່ດີໃນການແກ້ໄຂສິ່ງທ້າທາຍຕ່າໆ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ ແນໃສ່ຮັບປະກັນຄວາມຍືນຍົງຂອງການພັດທະນາສັງຄົມສຳລັບທຸກໄວອາຍຸ ເພື່ອກ້າວໄປສູ່ອະນາຄົດທີ່ຍືນຍົງ ແລະ ຮອບດ້ານ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ