ກອງປະຊຸມຈະໄດ້ຮັບຟັງການລາຍງານວຽກສຳຄັນຈຳນວນໜຶ່ງທີ່ເປັນພື້ນຖານໃຫ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກກະຊວງ ປກສ, ເປັນຕົ້ນແມ່ນມະຕິຕົກລົງ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ VI, ຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ VI, ຮ່າງແຜນການ ແລະ ມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກກະຊວງ ປກສ.
ກອງປະຊຸມຄັ້ງນີ້, ໄດ້ນໍາເອົາເນື້ອໃນສໍາຄັນ, ບັນດາຫົວຂໍ້ຕ່າງໆນໍາມາປຶກສາຫາລື, ພິຈາລະນາ ແລະ ໃຫ້ທິດຊີ້ນໍາເພື່ອຕີລາຄາບັນຫາສະເພາະ ແລະ ບັນຫາທີ່ເປັນຍຸດທະສາດ; ບົນຈິດໃຈດັ່ງກ່າວນັ້ນ, ປະທານກອງປະຊຸມຈຶ່ງຮຽກຮ້ອງມາຍັງບັນດາສະຫາຍຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາເຂົ້າໃນການຄົ້ນ ຄວ້າເອກະສານຕ່າງໆໃຫ້ລະອຽດ, ເລິກເຊິ່ງ, ມີການວິເຄາະ ວິໄຈບັນຫາຢ່າງພາວະວິໄສ, ຮອບຄອບ ແລະ ຢືນຢູ່ບົນຈິດໃຈກ້າຄິດ, ກ້າສະເໜີບັນຫາຢ່າງກົງໄປ-ກົງມາ ແລະ ສ້າງສັນ, ເສີມຂະຫຍາຍຫົວຄິດປະດິດສ້າງ ເຮັດໃຫ້ບັນຫາຕ່າງໆທີ່ນໍາມາປຶກສາຫາລືກັນມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາ ມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ. ພາຍຫຼັງດໍາເນີນກອງປະຊຸມຄັ້ງນີ້ ຕ້ອງເຮັດໃຫ້ທຸກຂົງເຂດວຽກງານພາຍໃນກໍາລັງ ປກສ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ຂ່າວ: ບຸນເຫຼືອ
ຄໍາເຫັນ