![]() |
ສະຫາຍ ຄໍາບຸນ ດວງພະບາງ ໄດ້ກ່າວໄຂກອງປະຊຸມວ່າ: ປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ14 ສະໄໝທີ XI ຄັ້ງນີ້, ແມ່ນຈະໄດ້ສະຫຼຸບຕີລາຄາຄືນ ການເຄື່ອນໄຫວນຳພາ-ຊີ້ນຳວຽກງານຮອບດ້ານ ຂອງອົງຄະນະພັກແຂວງ, ການນໍາພາ-ຊີ້ນໍາພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ, ການກໍ່ສ້າງຮາກຖານການເມືອງ ແລະ ຮັບຟັງລາຍງານ ຕິດຕາມຫາງສຽງສັງຄົມ ໄລຍະ 6 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນການໃນຕໍ່ໜ້າ, ຮັບຟັງການຜ່ານບົດສໍາຫຼວດນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ໄລຍະ 6 ເດືອນຕົ້ນປີ; ພ້ອມກັນນັ້ນ, ຍັງຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄວາມຄິດ ຄວາມເຫັນຕໍ່ເນື້ອໃນຕົ້ນຕໍຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ເປັນຕົ້ນ: ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X, ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI ແລະ ຈະໄດ້ດຳເນີນການສຳຫຼວດກວດກາພາຍໃນຄະນະບໍລິຫານງານພັກແຂວງຕື່ມອີກ.
![]() |
ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບການເມືອງຂອງຕົນ, ເຮັດໜ້າທີ່ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢ່າງສຸດກົກສຸດປາຍ ແລະ ເອົາໃຈໃສ່ຄົ້ນຄວ້າປືກສາຫາລື, ປະກອບຄວາມຄິດເຫັນ ຕໍ່ແຕ່ລະເນື້ອໃນ ແຕ່ລະວຽກງານ, ບັນຫາແຕ່ລະດ້ານ ໃຫ້ຈະແຈ້ງ, ເລີກເຊິ່ງ ແລະ ສອດຄ່ອງຕາມຕົວຈິງ, ພ້ອມທັງມີທາງອອກ ແລະ ມາດຕະການຈັດຕັ້ງປະຕິບັດໃຫ້ເປັນລະບົບ ແລະ ມີຜົນສໍາເລັດ; ເພື່ອຮັບປະກັນເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້; ກອງປະຊຸມຄັ້ງນີ້, ຈະດຳເນີນເປັນເວລາ 3 ວັນ ຈຶ່ງຈະສໍາເລັດ.
(ຂ່າວ: ມະນີວອນ)
ຄໍາເຫັນ