ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX
​ ກອງປະຊຸມປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກວ້າງ ຄັ້ງທີ 19 ສະໄໝທີ IX; ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດຜ່ານມາ, ທີ່ສະໂມສອນແຂວງສາລະວັນ, ໂດຍເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ, ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊມຄບຄະນະບລຫານງານພກແຂວງສາລະວນ ເປດກວາງ ຄງທ 19 ສະໄໝທ IX - image 1
 

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ສະບັບເລກທີ 08/ຄບສພ; ນອກນີ້, ຍັງໄດ້ຜ່ານຮ່າງເອກະສານສຳຄັນ ເປັນຕົ້ນ: ຮ່າງບົດຕີລາຄາການນໍາພາຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງຈຸດສຸມ 3 ເດືອນ (7,8,9) 2025,ລາຍງານຄວາມຄືບໜ້າການກະກຽມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X; ລາຍງານຄວາມຄືບໜ້າການກະກຽມປັບປຸງກົງຈັກການຈັດຕັ້ງ, ເປົ້າໝາຍບັນດາພະແນກການທີ່ຈະໂຮມ ແລະ ໂອນວຽກເຂົ້າກັນ; ລາຍງານຄວາມຄືບໜ້າການກະກຽມສ້າງຕາແສງຢູ່ພາຍໃນແຂວງແລະ ລາຍງານກ່ຽວກັບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ.

ໃນໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງ ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງການຈັດຕັ້ງພັກ-ລັດທຸກຂັ້ນ ໃນການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ອັນສຳຄັນ, ສະຫາຍ ໄດ້ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຕໍ່ຄະນະນໍາຂອງແຂວງ: ຕ້ອງໄດ້ປຸ້ມລຸມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນກັນ, ມີຄວາມເປັນເອກະພາບພາຍໃນສູງ; ແບບແຜນວິທີເຮັດວຽກຕ້ອງລວມສູນ, ຄົບຖ້ວນຕາມຫຼັກການນໍາພາຂອງພັກ.ບໍ່ຫຼີກ ແລະ ບໍ່ໂຍນຄວາມຮັບຜິດຊອບ, ໜ້າວຽກສໍາຄັນ ຕ້ອງເອກະພາບພາຍໃນໝູ່ຄະນະ; ມີການຕິດຕາມກວດກາ ປະເມີນຜົນເປັນແຕ່ລະໄລຍະ; ຍົກສູງຄວາມຮັບຜິດຊອບຂອງບຸກຄົນ, ພະນັກງານ ແລະ ລວມໝູ່ຄະນະ ເພື່ອແບກຫາບພາລະກິດລວມຂອງແຂວງ ເຮັດໃຫ້ແຂວງມີການພັດທະນາ, ປະຊາຊົນຫຼຸດພົ້ນຄວາມທຸກຍາກ. ວຽກພັກ-ພະນັກງານ: ຕ້ອງສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ; ປະຕິບັດຫຼັກການ ລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ, ຊີ້ນໍາລວມສູນ, ມີການແບ່ງວຽກແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ເສີມຂະຫຍາຍບົດບາດການການນຳພາ ເປັນໝູ່ຄະນະ; ເຊີດຊູຄວາມຮັບຜິດຊອບຂອງລວມໝູ່ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງບຸກຄົນ ແລະ ວຽກງານອື່ນໆກໍຕ້ອງເອົາໃຈໃສ່ໃຫ້ມີຜົນສໍາເລັດ.

ໃນຕອນທ້າຍ, ກໍໄດ້ມອບເຄື່ອງຊ່ວຍເຫຼືອຈາກຄະນະຄຸ້ມຄອງໄພພິບັດສູນກາງ ໃຫ້ແກ່ແຂວງສາລະວັນ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທົ່ວແຂວງ ປີ 2025 ໂດຍການກ່າວມອບຂອງ ສະຫາຍ ໂພໄຊ ໄຊຍະສອນລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກ່າວຮັບໂດຍ ສະຫາຍ ດາວວົງ ພອນແກ້ວເຈົ້າແຂວງສາລະວັນ. ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີເຄື່ອງອຸປະໂພກ-ບໍລິໂພກ, ວັດສະດຸກໍ່ສ້າງ, ນໍ້າດື່ມ, ເຂົ້າສານ ແລະ ເງິນສົດ ລວມມູນຄ່າທັງໝົດ 372 ລ້ານກີບ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ພາຍຫຼັງຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງສະພາແຫ່ງຊາດ (ສພຊ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ບົດລາຍງານດັ່ງກ່າວ. ໂດຍສະເໜີແກ້ໄຂຫຼາຍບັນຫາສໍາຄັນ. ພ້ອມສະເໜີເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສະພາປະຊາຊົນແຂວງ (ສພຂ).
ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ໃນປີ 2027 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສຸມໃສ່ຫຼາຍວຽກງານສໍາຄັນ ໂດຍສະເພາະຈະສືບຕໍ່ຍົກສູງຄຸນນະພາບການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ.
ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ໃນປີ 2027 ສະພາແຫ່ງຊາດ (ສພຊ) ໄດ້ວາງຫຼາຍຄາດໝາຍສູ້ຊົນ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດໃຫ້ບັນລຸຕາມແຜນການ. ຂະນະດຽວກັນ, ສພຊ ຈະສຸມໃສ່ຫຼາຍວຽກງານສໍາຄັນຂອງຊາດ.
1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

ໃນໄລຍະ 1ປີຜ່ານມາ, ຄະນະປະຈໍາສະພາແຫ່ງຊາດ(ສພຊ) ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະດ້ານການຕິດຕາມກວດກາ ໄດ້ຈັດຕັ້ງປະຕິບັດພາລະບົດບາດຕິດຕາມກວດກາຕາມລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ.
ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ