![]() |
ສະຫາຍ ບຸນພະລັງ ວິໄລສັກ ໄດ້ກ່າວໄຂກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 3 ສະໄໜທີ VIII. ຈາກນັ້ນ, ສະຫາຍ ອານຸສິດ ມະໂນສິນ ຮອງເລຂາພັກເມືອງ ໄດ້ຜ່ານບົດສະຫຼຸບລາຍງານການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ປະຈໍາ 9 ເດືອນ ແລະ ທິດທາງແຜນການຈຸດສຸມ 3 ທ້າຍປີ 2025. ສະຫາຍ ສະຫງົບ ພັບບົວອອນ ຄະນະປະຈຳພັກເມືອງ ໄດ້ຜານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 9 ເດືອນຜ່ານມາ, ທິດທາງແຜນການ 3 ເດືອນ ທ້າຍປີ 2025 ແລະ ໄດ້ຮັບຟັງການລາຍງານແຜນການປັບປຸງກົງຈັກການຈັດຕັ້ງ ແລະ ການສ້າງຕັ້ງຕາແສງຢູ່ພາຍໃນເມືອງ. ໃນໄລຍະ 9 ເດືອນຜ່ານມາຄະນະບໍລິຫານງານພັກເມືອງບໍ່ແຕນໄດ້ນຳພາຊີ້ນຳໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງໄດ້ທັນເວລາ.
ການຈັດເກັບລາຍຮັບມອບເຂົ້າງົບປະມານປະຕິບັດໄດ້ 4,131 ລ້ານກີບເທົ່າ 132.69% ຂອງແຜນການປີ. ໃນນີ້, ຮັບຈາກສ່ວຍສາອາກອນ 3,980 ລ້ານກີບ, ຮັບຈາກຊັບສິນຂອງລັດ 151 ລ້ານກີບ.ຊຸກຍູ້ປະຊາຊົນປູກພືດອຸດສາຫະກຳເປັນຕົ້ນແມ່ນເຂົ້ນາໃນເນື້ອທີ່ 3,441.29 ເຮັກຕາ ປະຕິບັດໄດ້ 3,415.31 ເຮັກຕາ ທຽບໃສ່ແຜນການປະຕິບັດໄດ້ 99.81%, ປູກພືດອຸດສາຫະກຳໃນເນື້ອທີ່ແຜນການ8,877 ເຮັກຕາ ປະຕິບັດໄດ້ 3,697.88 ເຮັກຕາ ທຽບໃສ່ແຜນການປີ ປະຕິບັດໄດ້ 95.38% ການລ້ຽງສັດມີການຂະຫຍາຍຕົວຕິດພັນກັບການປຸກຫຍ້າອາຫານສັດ ໃນທົ່ວເມືອງມີສັດລ້ຽງທັງໝົດ 154,084 ໂຕ ແລະ ການເຄື່ອນຍ້າຍສິນຄ້າພາຍໃນລວມມູນຄ່າ 188,392 ໂດລາທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 99.4%. ຂົງເຂດວັດທະນະທຳ-ສັງຄົມ ໄດ້ເຄື່ອນໄຫວເຮັດໜ້າທີຕາມພາລະບົດບາດ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມ ແລະ ມີຄວາມຮັບຜິດຊອບສູງໃສ່ຮ່າງບົດລາຍງານການນຳພາ-ຊີ້ນຳ ວຽກງານຮອບດ້ານໃນໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການຈຸດສຸມ 3 ເດືອນຕໍ່ໜ້າ ຊອກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີີຈະຕອ້ງໄດ້ສືບຕໍ່ແກ້ໄຂເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)
ຄໍາເຫັນ