ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII ແຂວງຫຼວງພະບາງໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ໂດຍການເປັນປະທານຂອງ ສະຫາຍ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ເຂົ້າຮ່ວມ.
ກອງປະຊມຄບຄະນະບລຫານງານພກເມອງວຽງຄຳ ຄງທ 4 ສະໄໝທ VIII - image 1
 

ໃນກອງປະຊຸມ, ໄດ້ມີການຜ່ານຮ່າງບົດສະຫຼຸບ ຕີລາຄາການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະຜ່ານມາ ແລະທິດທາງວຽກງານຈຸດສຸມ ທ້າຍປີ 2025. ຊຶ່ງພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ສິດ ຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ສຸມໃສ່ທຸກເງື່ອນໄຂ ແລະທ່າແຮງດ້ວຍຄວາມພະຍາຍາມຢ່າງຕັ້ງໜ້າໄດ້ສຸມໃສ່ ການປະເມີນຄອບຄົວ ແລະບ້ານແບບຢ່າງປະຕິບັດກົດໝາຍ ປີ 2024 ໄດ້ 72 ບ້ານ ມີ 5,241 ຄອບຄົວ, ປັບປຸງແຕ່ງຕັ້ງຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຄືນໃໝ່ ຈໍານວນ 5 ບ້ານ, ໃຫ້ຄໍາປຶກສາທາງດ້ານກົດໝາຍໄດ້ 6 ຄັ້ງ ແລະເປີດຝຶກອົບຮົມກົດໝາຍ 45 ວັນ, ປັບປຸງຕາໜ່າງກອງຫຼອນສໍາເລັດ 4 ກຸ່ມ ມີ 6 ບ້ານ; ປັບປຸງກອງຫຼອນບ້ານ ໄດ້ 72 ບ້ານ; ປະກາດຄອບຄົວ ແລະມອບປ້າຍບ້ານປ້ອງກັນຊາດເຂັ້ມແຂງ ຢູ່ກຸ່ມບ້ານແສ້ ຈໍານວນ 4 ບ້ານ, ຝຶກອົບຮົມການເມືອງ-ການທະຫານໄລຍະສັ້ນ ໃຫ້ກອງຫຼອນບ້ານໄດ້ 1 ກຸ່ມ, ເອົາໃຈໃສ່ສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ປ່ຽນປື້ມສໍາມະໂນຄົວໄດ້ 53 ຫົວ, ສ້າງຄອບຄົວ ແລະບ້ານປ້ອງກັນຄວາມສະຫງົບດີໄດ້ 2 ບ້ານ, ໂຄສະນາປູກຈິດສໍານຶກໃຫ້ນັກຮຽນ ກ່ຽວກັບກົດລະບຽບຈໍລະຈອນທາງບົກ, ຜົນຮ້າຍຢາເສບຕິດ ແລະຜົນຮ້າຍການຄ້າມະນຸດ ໄດ້ 2 ກຸ່ມບ້ານ ແລະ 8 ໂຮງຮຽນ ມີຜູ້ເຂົ້າຮ່ວມ 2,301 ຄົນຍິງ 1,093 ຄົນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳເຫັນ ໃສ່ຮ່າງບົດສະຫຼຸບ ແລະທິດທາງແຜນການໃນຕໍ່ໜ້າ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະນຳໄປຈັດຕັ້ງປະຕິບັດ ຢ່າງມີຜົນສຳເລັດ.

ຕອນທ້າຍ ສະຫາຍ ສອນສັກ ສຸລິເສີມ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫຼວດ ແລະປະຊາຊົນບັນດາເຜົ່າ ໃຫ້ເລິກເຊິ່ງ-ທົ່ວເຖິງ ແນໃສ່ຍົກສູງຄຸນທາດການເມືອງ ຂອງສະມາຊິກພັກ ໃຫ້ມີຄວາມໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ ໃຫ້ນັບມື້ສູງຂຶ້ນ.

(ພາບ-ຂ່າວ ບຸນມີ ໄຊຍະກຸມມານ)

ຄໍາເຫັນ

ຂ່າວການເມືອງ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສະກຳ ແລະ ສິ່ງແວດລ້ອມ(ກສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

ໃນໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະດ້ານການສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ເຮັດໃຫ້ໃນທົ່ວປະເທດສາມາດແກ້ໄຂມ້າງຄະດີໄດ້ 21,003 ເລື່ອງ.
ສສຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນຄຸ້ມຄອງ​ບໍ່ແຮ່

ສສຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນຄຸ້ມຄອງ​ບໍ່ແຮ່

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 12 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕິ.
ທຫລ ຊີ້ແຈງການ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້-ຄຸ້ມ​ຄອງເງິນ​ຕາ​ຕ່າງ​ປະ​ເທດ

ທຫລ ຊີ້ແຈງການ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້-ຄຸ້ມ​ຄອງເງິນ​ຕາ​ຕ່າງ​ປະ​ເທດ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສະໄໝທີ IX, ໃນ​ວັນ​ທີ 13 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄຳຊັກຖາມບັນຫາພົ້ນເດັ່ນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ກັບການກໍານົດ 3 ຄາດໝາຍຕົ້ນຕໍ ໃນແຜນເງິນຕາ 5 ປີ (2026-2030) ໂດຍສະເພາະ ຄາດໝາຍອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບສະເລ່ຍ 5% (ເໜັງຕີງ ± 2%) ສະເໜີທະນາຄານ ແຫ່ງ ສປປ ລາວ ຊີ້ແຈງ ແລະ ຢັ້ງຢືນຄວາມແນ່ນອນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ ຫຼື ບໍ່. ຖ້າເພີ່ມດັດສະນີເງິນເດືອນ ຜົນທີ່ຕາມມາຄືລາຄາສິນຄ້າເພີ່ມສູງຂຶ້ນ, ​ເງິນເຟີ້ ຈະກັບຄືນມາບໍ່; ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອໃຫ້ກຸ້ມການນຳເຂົ້າໄດ້ 5-6 ເດືອນຂຶ້ນໄປ, ໃນທິດທາງຕໍ່ໜ້າ ທຫລ ຈະສາມາດບັນລຸໄດ້ຄືແນວໃດ ແລະ ດ້ວຍວິທີໃດແດ່.
ລັດຖະບານ ຈະນໍາໃຊ້ລະບົບວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ

ລັດຖະບານ ຈະນໍາໃຊ້ລະບົບວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ

ປັດຈຸບັນລັດຖະບານກໍຄືກະຊວງການເງິນກໍາລັງຄົ້ນຄວ້າ, ການນໍາໃຊ້ລະບົບການວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ ຊຶ່ງຈະເຮັດໃຫ້ການສັງລວມມີຄວາມຊັດເຈນຂຶ້ນໃນຕໍ່ໜ້າ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ບັນດາສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງ ໄດ້ສຸມໃສປະກອບຄຳເຫັນໃສ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 5 ປີ(2021-2025) ແລະ ທິດທາງໃນຕໍ່ໜ້າຢ່າງກົງໄປກົງມາ ແລະ ມີຈຸດສຸມ ແນໃສ່ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດເປັນກ້າວໆ.
ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ທ່ານ ພົນໂທ ສຸວອນ ເລືອງບຸນມີຮອງປະທານສະພາແຫ່ງຊາດຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5ປີ(2021-2025) ແລະ ທິດທາງໃນຕໍ່ໜ້າ,ສະເໜີໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 12 ພະຈິກນີ້,ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ກອງປະຊຸມໃຫຍ່ ຄັ້ງທີ X ໜ່ວຍພັກຮາກຖານວິທະຍາໄລ ສິລະປະແຫ່ງຊາດ(ວສຊ) ກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ) ໄດ້ເປີດຂຶ້ນໃນວັນທີ 12ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ ໂດຍການປະທານຂອງ ສະຫາຍ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ເລຂາ ໜ່ວຍພັກຮາກຖານ ວສຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ວທ, ພ້ອມດ້ວຍອາດີດການນໍາອາວຸໂສ-ບໍານານ ແລະ ສະມາຊິກພັກ ວສຊ ເຂົ້າຮ່ວມ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ທ່ານໄຊ​ສົມ​ພອນພົມ​ວິ​ຫານປະທານສະພາແຫ່ງຊາດ ເນັ້ນໃຫ້ສະມາຊິກສະພາ ແຫ່ງຊາດ(ສສຊ) ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ(2021-2025) ຂອງລັດຖະບານຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ,ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າໃຫ້ເຊື່ອມສານເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X.
ເພີ່ມເຕີມ