ຂ່າວລະບຸວ່າ: ກອງປະຊຸມດັ່ງກ່າວໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານວຽກງານທີ່ຂຶ້ນຜ່ານໂດຍທ່ານ ສີຈິ້ນຜິງ ຊຶ່ງໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ທັງໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15. ທ່ານ ສີຈິ້ນຜິງ ໄດ້ແນະນຳຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ສະບັບປຶກສາຫາລືຕໍ່ກອງປະຊຸມ.
ເສດຖະກິດຈີນ ໄດ້ຮັກສາສະພາບຄວາມໝັ້ນທ່ຽງ ທ່າອ່ຽງກ້າວໄປໜ້າ ແລະ ຄວາມໝັ້ນໜຽວ
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 8 ທັນວາ ຜ່ານມາ, ໂຕເລກສະຖິຕິທີ່ເຜີຍແຜ່ໂດຍລັດຖະບານຈີນສະແດງເຫັນວ່າ, ໃນ 11 ເດືອນຂອງປີ 2025, ຍອດມູນຄ່ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນມີເຖິງ 41,210 ຕື້ຢວນ, ເພີ່ມຂຶ້ນ 3.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າ ນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງຂອງເດືອນພະຈິກໄດ້ເພີ່ມຂຶ້ນ 4.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງໄດ້ຮັກສາການເຕີບໂຕເປັນເວລາ 10 ເດືອນລຽນຕິດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນັກວິເຄາະຊີ້ໃຫ້ເຫັນວ່າ, ໂຄງປະກອບການຄ້າກັບຕ່າງປະເທດຂອງຈີນໄດ້ປັບປຸງດີຂຶ້ນເລື້ອຍໆ, ປ່ອຍພະລັງຂັບເຄື່ອນໃໝ່ຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວທີ່ເຂັ້ມແຂງ.
ຄໍາເຫັນ