ກອງປະຊຸມລະດັບສູງ ວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ຄັ້ງທີ 2

ກອງປະຊຸມລະດັບສູງ ວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ຄັ້ງທີ 2

ກອງປະຊຸມລະດັບສູງ ວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ຄັ້ງທີ 2
ກະຊວງການເງິນ ຮ່ວມກັບ ທະນາຄານພັດທະນາອາຊີ (ADB), ກອງທຶນການເງິນສາກົນ (IMF) ແລະ ທະນາຄານໂລກ, ໄດ້ຈັດກອງປະຊຸມລະດັບສູງ ວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ຄັ້ງທີ2ຂຶ້ນໃນວັນທີ 25 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມມີ ທ່ານ ສຸລິວັດ ສຸວັນນະຈູມຄຳຮອງລັດຖະມົນຕີກະຊວງການເງິນ,ທ່ານ ປຣະວິດ ຣາມາຈັນດຣານຮອງຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ຂອງ ADB,ມີຜູ້ຕາງໜ້າຈາກພາກລັດ, ຄູ່ຮ່ວມພັດທະນາສາກົນແລະ ຊ່ຽວຊານຈາກທົ່ວພາກພື້ນເຂົ້າຮ່ວມ.
ກອງປະຊມລະດບສງ ວາດວຍການຄມຄອງໜສນສາທາລະນະ ຄງທ 2 - image 1
 

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປະເມີນຄວາມຄືບໜ້າ ແລະ ກຳນົດການດຳເນີນຂັ້ນຕອນຕໍ່ໄປ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນ ແລະ ການບໍລິຫານຄວາມສ່ຽງດ້ານງົບປະມານຢູ່ ສປປ ລາວ. ເພື່ອແນໃສ່ຜັນຂະຫຍາຍຍຸດທະສາດ ທີ່ເພີ່ມທະວີຄວາມເຂັ້ມແຂງດ້ານປະສິດຕິພາບ ຄວາມໂປ່ງໃສ ແລະ ຄວາມຍືນຍົງໃນໄລຍະຍາວ ຂອງການຄຸ້ມຄອງໜີ້ສິນສາທາລະນະຂອງ (ສປປ ລາວ).

ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ມີຄວາມເອົາໃຈໃສ່ການຊຸກຍູ້ການປະຕິຮູບທີ່ຈະຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ, ສ້າງຄວາມເຂັ້ມແຂງທາງດ້ານການເງິນພາກລັດ ແລະ ຮັບປະກັນການຄຸ້ມຄອງໜີ້ສິນໃຫ້ມີຄວາມໂປ່ງໃສ ແລະ ຍືນຍົງສຳລັບ ສປປ ລາວ. ທ່ານຍັງໄດ້ກ່າວເນັ້ນເຖິງຄວາມມຸ່ງໝັ້ນຂອງລັດຖະບານຕໍ່ 3 ບຸລິມະສິດທີ່ສຳຄັນຄື: ການຄຸ້ມຄອງໜີ້ສິນສາທາລະນະໃຫ້ເຂັ້ມແຂງການເພີ່ມທະວີການບໍລິຫານການເງິນພາກລັດ ແລະ ການປະເມີນຄວາມສ່ຽງດ້ານງົບປະມານ, ພ້ອມທັງ ການຈັດການຄວາມສ່ຽງທາງການເງິນຂອງລັດວິສາຫະກິດ ແລະ ໜີ້ສິນສໍາຮອງ.

ທ່ານ ປຣະວິດ ຣາມາຈັນດຣານໄດ້ກ່າວວ່າ: ກະຊວງການເງິນມີຄວາມຄືບໜ້າຢ່າງພົ້ນເດັ່ນໃນການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງໜີ້ສິນການສົ່ງເສີມຄວາມໂປ່ງໃສແລະ ການປັບປຸງຂອບນິຕິກຳໂດຍຜ່ານກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ. ຄວາມພະຍາຍາມເຫຼົ່ານີ້ມີຄວາມສຳຄັນຢ່າງຍິ່ງຕໍ່ການສ້າງລະບົບການຄຸ້ມຄອງໜີ້ສິນໃຫ້ສາ

ມາດຮອງຮັບກັບສະພາບການປ່ຽນແປງ ແລະ ໂປ່ງໃສເພີ່ມຂຶ້ນ. ADB ຢືນຢັນເຖິງການສະໜັບສະໜູນຂອງຕົນຕໍ່ ສປປ ລາວ ເພື່ອຄວາມກ້າວໜ້າຂອງການປະຕິບັດງານດ້ານໜີ້ສິນໃຫ້ມີຄວາມຍືນຍົງ”.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບເຕັກນິກການປະເມີນຄວາມສ່ຽງທາງດ້ານການງົບປະມານ ແລະ ວິທີການຄຸ້ມຄອງໜີ້ສິນສໍາຮອງໂດຍເນັ້ນໃສ່ບັນຫາທີ່ຕິດພັນກັບລັດວິສາຫະກິດ. ຜູ້ຊ່ຽວຊານຈາກພາກພື້ນໄດ້ແບ່ງປັນປະສົບການຕົວຈິງ ແລະ ແນວທາງການປະຕິບັດທີ່ດີທີ່ສຸດຢ່າງມີຫົວຄິດປະດິດສ້າງໂດຍເນັ້ນເຖິງຄວາມສໍາຄັນຂອງການຖອດຖອນບົດຮຽນຊຶ່ງກັນລະຫວ່າງຜູ້ຊ່ຽວຊານ ແລະ ການເພີ່ມທະວີການປະສານງານຮ່ວມກັນ ເພື່ອຫຼຸດຜ່ອນຄວາມສ່ຽງທາງດ້ານງົບປະມານທີ່ຫຍຸ້ງຍາກ.

ໂດຍອີງໃສ່ຜົນສຳເລັດຂອງກອງປະຊຸມລະດັບສູງຄັ້ງປະຖົມມະລຶກທີ່ໄດ້ຈັດຂຶ້ນໃນປີ 2023, ມັນໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງເລິກຊຶ່ງຂອງລັດຖະບານແຫ່ງ ສປປ ລາວ ທີ່ຈະພັດທະນາການລວມສູນທາງດ້ານງົບປະມານ, ການຄຸ້ມຄອງການເງິນພາກລັດທີ່ເຂັ້ມແຂງແລະ ຄວາມໂປ່ງໃສດ້ານໜີ້ສິນໃຫ້ເພີ່ມສູງຂຶ້ນ ຊຶ່ງເປັນເສົາຄ້ຳທີ່ສຳຄັນໃນການສ້າງສະຖຽນລະພາບເສດຖະກິດມະຫາພາກ ແລະ ການພັດທະນາທີ່ຍືນຍົງ. ກອງປະຊຸມຄັ້ງນີ້ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັບສາກົນໃນການສ້າງລະບົບການເງິນພາກລັດທີ່ສາມາດຮອງຮັບກັບສະພາບການປ່ຽນແປງ. ຂ່າວ-ຮູບ:ບຸນຕອມ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະປະສານງານຮ່ວມມື ພາກເໜືອຂອງລາວ ກັບ ແຂວງຢຸນນານ ຈັດກອງປະຊຸມຄັ້ງທີXV

ຄະນະປະສານງານຮ່ວມມື ພາກເໜືອຂອງລາວ ກັບ ແຂວງຢຸນນານ ຈັດກອງປະຊຸມຄັ້ງທີXV

ກອງປະຊຸມຄັ້ງທີXV ຂອງຄະນະປະສານງານຮ່ວມມື ລະຫວ່າງ ພາກເໜືອ ສປປ ລາວ ກັບ ແຂວງຢຸນນານສປ ຈີນໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ ທີ່ໂຮງແຮມ ລາດຊະວົງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການ ຄະນະກໍຳມະການຮ່ວມມືລາວ-ຈີນ ແລະ ທ່ານ ຫູ ຕ້າເພິງ ກໍາມະການ ປະຈໍາພັກແຂວງ, ເລຂາຄະນະກໍາມະການການເມືອງ ແລະ ກົດໝາຍ ແຂວງຢຸນນານ; ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຝ່າຍລາວ ມີບັນດາທ່ານ ຮອງເຈົ້າແຂວງ,ຜູ້ຕາງໜ້າຈາກ 10 ແຂວງພາກເໜືອ ຂອງ ສປປ ລາວ ແລະ ຜູ້ຕາງໜ້າຈາກ ກະຊວງການທີ່ກ່ຽວຂ້ອງ ແລະ ຝ່າຍຈີນ ມີຄະນະຜູ້ແທນຈາກ ພະແນກການທີ່ກ່ຽວຂ້ອງຂອງ,ການນໍາຈາກນະຄອນ-ເມືອງ ຂອງແຂວງຢຸນນານ ສປ ຈີນ ແລະ ບັນດາຫົວໜ່ວຍວິສາຫະກິດຝ່າຍຈີນ ຊຶ່ງຜູ້ແທນກອງປະຊຸມຂອງທັງສອງຝ່າຍລວມທັງໝົດ 180ກວ່າ ທ່ານ.
ມອບລາງວັນຜູ້ປະກອບການແມ່ຍິງດີເດັ່ນອາຊຽນປະຈຳປີ 2025

ມອບລາງວັນຜູ້ປະກອບການແມ່ຍິງດີເດັ່ນອາຊຽນປະຈຳປີ 2025

ພິທີມອບລາງວັນເຄືອຂ່າຍຜູ້ປະກອບການແມ່ຍິງດີເດັ່ນອາຊຽນປະຈຳປີ 2025 (AWEN Award 2025) ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບຈັດໂດຍ ASEAN Entrepreneurs Network (AWEN) ຣາຊະອານາຈັກກຳປູເຈຍໃນນາມເປັນປະທານ AWEN ໃຫ້ກຽດເຂົ້າຮ່ວມ ຂອງທ່ານ Khieu Kanharith ສະມາຊິກສະພາທີ່ປຶກສາສູງສຸດແຫ່ງເຈົ້າຊີວິດ, ທີ່ປຶກສາອາວຸໂສຂອງເຈົ້າຊີວິດ ທັງເປັນສະມາຊິກສະພາແຫ່ງຣາຊະອານາຈັກກຳປູເຈຍ, ທ່ານ ນາງ Ing Kantha Phavi ລັດຖະມົນຕີກະຊວງກິດຈະ ການແມ່ຍິງ ຣາຊະອານາຈັກກຳປູເຈຍ, ທ່ານ ນາງ Chum Nimol ລັດຖະມົນຕີກະຊວງການຄ້າ ຣາຊະອານາຈັກກຳປູເຈຍ, ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສປປ ລາວໄດ້ຕາງໜ້າລັດຖະບານແຫ່ງສປປ ລາວ, ມີຜູ້ປະສານງານຂອງ AWEN ບັນດາປະເທດສະມາຊິກອາຊຽນ, ມີທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ປະທານ AWEN Laos, ທ່ານ ນາງ ບຸບຜາມະນີ ຈຸນລະມະນີ ຄະນະບໍລິຫານສະມາຄົມນັກທຸລະກິດແມ່ຍິງ, ຮອງປະທານ AWEN Laos ພ້ອມດ້ວຍຄະນະຜູ້ແທກຈາກ ສປປ ລາວເຂົ້າຮ່ວມທັງໝົດ 25 ທ່ານ.
ມອບ-ຮັບປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ມອບ-ຮັບປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີມອບ-ຮັບປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women Entrepreneurs (AWEN) Network) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ໂຮງແຮມໂຊຟີເທວ ນະຄອນຫຼວງພະນົມເປັນ ຣາຊະອາຈັກກຳປູເຈຍ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ Khieu Kanharith ສະມາຊິກສະພາທີ່ປຶກສາສູງສຸດແຫ່ງພຣະມະຫາກະສັດ ແລະ ສະມາຊິກສະພາແຫ່ງຊາດ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍແຂກຖຶກເຊີນ, ບັນດາທູດ ແລະ ຜູ້ປະສານງານຂອງ AWEN ແຕ່ລະປະເທດ, ທ່ານນາງ ບຸບຜາມະນີ ຈຸນລະມະນີ ຄະນະບໍລິຫານສະມາຄົມນັກທຸລະກິດແມ່ຍິງ, ຮອງປະທານ AWEN Lao PDR ແລະ ຜູ້ສະໜັບສະໜູນເຂົ້າຮ່ວມ.
ຈີນ-ລາວຈັດສຳມະນາຜັນຂະຫຍາຍຈິດໃຈກອງປະຊຸມຄົບຄະນະຄັ້ງທີ4ສະໄຫມທີXXຂອງພັກກອມມູນິດຈີນ

ຈີນ-ລາວຈັດສຳມະນາຜັນຂະຫຍາຍຈິດໃຈກອງປະຊຸມຄົບຄະນະຄັ້ງທີ4ສະໄຫມທີXXຂອງພັກກອມມູນິດຈີນ

ໃນວັນທີ24ພະຈິກ2025ກົງສູນໃຫຍ່ສປຈີນປະຈຳແຂວງຫຼວງພະບາງຮ່ວມກັບວິທະຍຸໂທລະພາບສູນກາງ ຈີນ CMG ປະຈຳລາວໄດ້ຈັດກອງປະຊຸມສຳມະນາ ຜັນຂະຫຍາຍ ຈິດໃຈກອງປະຊຸມຄົບຄະນະຄັ້ງທີ 4 ສະໄຫມທີ XX ຂອງສູນກາງພັກກອມມູນິດຈີນ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ພາຍໃຕ້ຫົວຂໍ້: ຂະບວນ ການໃໝ່ ໂອກາດໃໝ່ ການພັດທະນາໃຫມ” ໂດຍການເຂົ້າຮ່ວມຂອງທ່ານ ນາງ ວິລະວອນ ພັນທະວົງຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ,ທ່ານຄຳຫລ້າລຽນປະດິດຮອງເລຂາພັກແຂວງຫຼວງພະບາງ, ທ່ານ ຈ່າງ ເສີຜິງ ຫົວຫນ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ທ່ານ ນາງ ແສງແກ້ວ ຫົວຫນ້າCMG ປະຈຳລາວ ພ້ອມດ້ວຍແຂກທີ່ຖືກເຊີນແລະ ການນໍາແຂວງອ້ອມຂ້າງເຂົ້າຮ່ວມ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍານະຄອນປາກເຊ ອວຍພອນການນໍາແຂວງຈຳປາສັກ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍານະຄອນປາກເຊ ອວຍພອນການນໍາແຂວງຈຳປາສັກ

ທ່ານ ນາງ ຕະ ເຟືອງ ຢຸງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນປາກເຊ (ພາກໃຕ້ລາວ) ພ້ອມດ້ວຍຄະນະ ເຂົ້າອວຍພອນການນໍາແຂວງຈຳປາສັກ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໂດຍມີ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ. ໃນວັນທີ 24 ພະຈິກ 2025ທີ່ຫ້ອງວ່າການແຂວງ.
ສໍາມະນາວິຊາການສາກົນກ່ຽວກັບ “ລັດທິມາກ ແລະ ລັດທິສັງຄົມນິຍົມໂລກຮ່ວມສະໄໝ

ສໍາມະນາວິຊາການສາກົນກ່ຽວກັບ “ລັດທິມາກ ແລະ ລັດທິສັງຄົມນິຍົມໂລກຮ່ວມສະໄໝ

ກອງປະຊຸມສໍາມະນາວິຊາການສາກົນກ່ຽວກັບ “ລັດທິມາກ ແລະ ລັດທິສັງຄົມນິຍົມໂລກຮ່ວມສະໄໝ” ແລະ “ທິດສະດີ ແລະ ການປະຕິບັດຂອງການພັດທະນາສັງຄົມນິຍົມໃຫ້ທັນສະໄໝ” (“Marxism and Contemporary World Socialism” and “The Theory and Practice of Socialist Modernization” 2025)ໄດ້ຈັດຂຶ້ນທີ່ເມືອງເຊິນຢາງ ແຂວງລຽວນິງ ສປ ຈີນເມື່ອ​ບໍ່​ດົນ​ມາ​ນີ້, ກອງປະຊຸມດັ່ງກ່າວຈັດໂດຍຄະນະລັດທິມາກມະຫາວິທະຍາໄລລຽວນິງ (School of Marxism, Liaoning University)ໂດຍໄດ້ສຸມໃສ່ທິດສະດີ ແລະ ການປະຕິບັດຂອງການພັດທະນາສັງຄົມນິຍົມສະໄໝໃໝ່. ຜູ້ຊ່ຽວຊານ ແລະ ນັກວິຊາການຫຼາຍກວ່າ 150 ຄົນຈາກຈີນ, ຣັດເຊຍ, ຫວຽດນາມ, ລາວ ແລະ ປະເທດອື່ນໆ ໄດ້ເຕົ້າໂຮມກັນເພື່ອປຶກສາຫາລືກ່ຽວກັບຄຸນຄ່າໃນປັດຈຸບັນຂອງລັດທິມາກ ລວມເຖິງ ທິດສະດີ ແລະ ການປະຕິບັດຂອງການພັດທະນາສັງຄົມນິຍົມສະໄໝໃໝ່.
ສປປ ລາວ ແລະ ສ. ສະໂລເວນີ ລົງນາມເອກະສານຮ່ວມມືສອງຝ່າຍ

ສປປ ລາວ ແລະ ສ. ສະໂລເວນີ ລົງນາມເອກະສານຮ່ວມມືສອງຝ່າຍ

ໃນວັນທີ 21 ພະຈິກຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ນາງ ທານຈາ ຟາໂຈນ(Tanja FAJON),ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ.​ ສະໂລເວນີ ໃນໂອກາດເຂົ້າຮ່ວມກອງປະຊຸມ ອີຢູ ອິນໂດ-ປາຊີຟິກ ທີ່ ບຣຸກແຊນ.ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດ ລາວ ແລະ ສະໂລເວນີ ໄດ້ສ້າງຕັ້ງສາຍພົົວພັນການທູດນໍາກັນເກືອບ 30 ປີ;ສອງຝ່າຍ ຍັງໄດ້ ປຶກສາຫາລື ກ່ຽວກັບ ທິດທາງການເສີມຂະຫຍາຍການຮ່ວມມືນຳກັນໃນຕໍ່ໜ້າ ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງລວມທັງສະເໜີສືບຕໍ່ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ, ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ.
ຜົນສຳເລັດກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV

ຜົນສຳເລັດກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV

ກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV ປີ 2025 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 19 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໃນນາມຕາງໜ້າລັດຖະບານແຫ່ງສປປ ລາວ ທັງເປັນຮອງປະທານ ແລະ ຜູ້ປະຈຳການຄະນະຊີ້ນຳລະດັບຊາດເພື່ອຂະບວນການໂຕະມົນ ມີຄວາມປິຕິຊົມຊື່ນທີ່ໄດ້ຮັບກຽດຮ່ວມກັບທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດປະຈໍາສປປລາວ ຖະແຫຼງຂ່າວຜົນສໍາເລັດ​ກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV ປີ 2025 ຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ”.
ເປີດສູນຝຶກອົບ​ຮົມແມ່​ນ້ຳ​ຂອງ-ແມ່​ນ້ຳລ້ານຊ້າງ

ເປີດສູນຝຶກອົບ​ຮົມແມ່​ນ້ຳ​ຂອງ-ແມ່​ນ້ຳລ້ານຊ້າງ

ສະຖາບັນ ອຸດສາຫະກຳ,ການຄ້າ ແລະ ພະລັງງານກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດສູນຝຶກ ແມ່​ນ້ຳຂອງ-ແມ່​ນ້ຳລ້ານ​ຊ້າງ​ຂຶ້ນ​ໃນ​ວັນ​ທີ 18 ພະ​ຈິກ​ຜ່ານ​ມາທີ່ ໂຮງ​ແຮມ​ແລນ​ມາກ, ພາຍໃຕ້ການຮ່ວມມືລະຫວ່າງສະຖາບັນອຸດສາຫະກຳ,ການຄ້າ ແລະ ພະລັງງານ, ວິທະຍາໄລເຕັກນິກສັບພະວິຊາ ສປປ ລາວ ແລະ ວິທະຍາໄລ ອາຊີວະສຶກສາ ທີ່ດິນ-ຊັບພະຍາກອນຢູນານ ສປ ຈີນ ເພື່ອແລກປ່ຽນ ແລະສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃນກາຮ່ວມມືສາກົນດ້ານອາຊີວະສຶກສາ ໂດຍມີທ່ານ ອານຸສັກ ພົງສະຫວັດ ຫົວໜ້າສະຖາບັນ ອຸດສາຫະກຳ ແລະ ພະລັງງານ, ທ່ານ ລຳພອນ ແສງສະຫວ່າງ ຮອງອຳນວຍການສະຖາບັນເຕັກໂນໂລຊີແຫ່ງຊາດລາວ, ທ່ານ ນາງ ເສີນ ຢິ໋ງ (Ms. Chen Ying) ຮອງເລຂາຄະນະພັກ, ຜູ້ອຳນວຍການວິທະຍາໄລວິຊາຊີບຊັບພະຍາກອນທີ່ດິນແຫ່ງຢຸນນານ, ມີພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍນັກສຶກສາຈາກວິທະຍາໄລເຕັກນິກສັບພະວິຊາເຂົ້າ​ຮ່ວມ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ເກຣັກ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ເກຣັກ

ໃນວັນທີ 18 ພະຈິກຜ່ານມານີ້, ທີ່ນະຄອນຫຼວງອາແຕນ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ກົງສະຕັນຕິໂນສ ຕາສູລັດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຣັກ ເພື່ອດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເກຣັກ, ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ເຊີແນວ,ປະເທດສະວິດ.
ເພີ່ມເຕີມ