ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14
ໃນວັນທີ 23 ກໍລະກົດຜ່ານມາ ທີ່ ນະຄອນຫຼວງມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 14 (14thMekong-ROKForeignMinisters’ Meeting) ໂດຍການເປັນປະທານຮ່ວມຂອງທ່ານ SihasakPhuangketkeow ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ທ່ານChoHyun ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

 

ກອງປະຊມລດຖະມນຕຕາງປະເທດ ຂອບການຮວມມແມນາຂອງ - ສ ເກາຫ ຄງທ 14 - image 1
 

ກອງປະຊຸມດັ່ງກ່າວ ມີລັດຖະມົນຕີຕ່າງປະເທດ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ປະກອບດ້ວຍ ກຳປູເຈຍ, ສປປ ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສ ເກົາຫຼີ ເຂົ້າຮ່ວມ ເພື່ອຕີລາຄາຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ກໍຄື ບັນດາແຜນງານ, ໂຄງການທີ່ນອນໃນແຜນປະຕິບັດງານ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ສະບັບປີ 2021-2025 (PlanofAction ຫຼື PoA2021-2025). ພ້ອມທັງ, ໄດ້ປຶກສາຫາລື ແລະ ແລກປ່ຽນຄຳເຫັນເພື່ອກຳນົດແຜນງານ ແລະ ທິດທາງໃນຕໍ່ໜ້າໂດຍເນັ້ນໃສ່ 3 ເສົາຄໍ້າ (ປະຊາ ຊົນ, ຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິພາບ) ແລະ 7 ຂົງເຂດການຮ່ວມມືບຸລິມະສິດ ຄື: 1). ວັດທະນະທຳ ແລະ ການທ່ອງທ່ຽວ, 2). ການພັດທະນາຊັບພະຍາກອນມະນຸດ, 3). ການພັດທະນາກະສິກຳ ແລະ ຊົນນະບົດ, 4). ພື້ນຖານໂຄງລ່າງ, 5). ເຕັກໂນໂລຊີຂ່າວສານ ແລະ ການສື່ສານ, 6). ສິ່ງແວດລ້ອມ ແລະ 7). ສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ .

ກອງປະຊມລດຖະມນຕຕາງປະເທດ ຂອບການຮວມມແມນາຂອງ - ສ ເກາຫ ຄງທ 14 - image 2
 

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ຕະຫຼອດໄລຍະຜ່ານມາ ກໍຄືການຈັດຕັ້ງແຜນປະຕິບັດງານສະບັບຜ່ານມາ ຊຶ່ງໄດ້ສົ່ງເສີມການສ້າງຂີດຄວາມສາມາດ, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານສາທາລະນະສຸກ, ດີຈີຕອນ, ສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ ຜ່ານໂຄງການທີ່ໄດ້ຮັບການສະໜັບສະໜູນ ຈາກກອງທຶນຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ (Mekong-ROK Cooperation Fund ຫຼື MKCF). ພ້ອມດຽວກັນ, ກໍໄດ້ສະເໜີບາງທິດທາງ ແລະ ແຜນການຮ່ວມມື ໂດຍໃຫ້ເນັ້ນຄວາມສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດ, ການພັດທະນາທັກສະດ້ານດີຈີຕອນ, ການສົ່ງເສີມການເຕີບໂຕສີຂຽວ, ພະລັງງານສະອາດ, ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ການພັດທະນາເວທີເຄືອຂ່າຍທຸລະກິດດີຈີຕອນ ແມ່ນ້ຳຂອງ - ສ ເກົາຫຼີ, ການເຊື່ອມໂຍງພາກພື້ນ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ພິເສດ, ສປປ ລາວ ໄດ້ຢ້ຳຄວາມສຳຄັນຂອງການເຊື່ອມໂຍງພາກພື້ນ ເພື່ອສະໜັບສະໜູນວິໄສທັດການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດທີ່ເຊື່ອມໂຍງ ແລະ ເຊື່ອມຈອດໃນພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຢືນຢັນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືຢ່າງໃກ້ຊິດກັບ ສ ເກົາຫຼີ ແລະ ບັນດາປະເທດສະມາຊິກແມ່ນ້ຳຂອງ ເພື່ອເຮັດໃຫ້ຂອບການຮ່ວມມື Mekong-ROK ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ.

ກອງປະຊຸມໄດ້ຮັບຊາບເອກະສານສຳຄັນ 1 ສະບັບ ຄື: ຖະແຫຼງການຂອງປະທານຮ່ວມກອງປະຊຸມ (Co-Chairs’ Statement) ແລະ ປິດລົງດ້ວຍບັນຍາກາດແຫ່ງມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈຮ່ວມກັນທີ່ຈະສືບຕໍ່ພັດທະນາຂອບການຮ່ວມມື ແມ່ນ້ຳຂອງ - ສ ເກົາຫຼີ ໃຫ້ມີຄວາມເຂັ້ມແຂງ ແລະ ເກີດຜົນປະໂຫຍດຢ່າງເປັນຮູບປະທຳຕໍ່ປະຊາຊົນຂອງພາກພື້ນ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ