ຖະແຫຼງການຮ່ວມໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຢຶຍຶດໝັ້ນລັດທິຫຼາຍຝ່າຍ ແລະ ການສົນທະນາຢ່າງຈິງໃຈ, ຊຸກຍູ້ການແກ້ໄຂການປະທະກັນຢູ່ພາກພື້ນຕາເວັນອອກກາງໃຫ້ມີສັນຕິພາບຖາວອນດ້ວຍວິທີທາງການທູດ, ເລັ່ງທວງໃຫ້ບັນດາຝ່າຍຢຸດຕິການເຄື່ອນໄຫວທີ່ເປັນປໍລະປັກກັນໃນທັນທີຢ່າງຮອບດ້ານ. ຖະແຫຼງການໄດ້ເນັ້ນຄືນການປົກປັກຮັກສາເສລີພາບໃນການເດີນເຮືອ ແລະ ການບິນຜ່ານທາງທະເລຕາມກົດໝາຍສາກົນ, ຮຽກຮ້ອງໃຫ້ຮັບປະກັນການສັນຈອນຂອງກຳປັ່ນ ແລະ ເຮືອບິນ ຜ່ານຊ່ອງແຄບສາກົນຢ່າງປອດໄພ, ໂລ່ງລ່ຽນ ແລະ ຕໍ່ເນື່ອງ.
ໃນການຮ່ວມມືດ້ານພະລັງງານ, ສອງຝ່າຍເຫັນດີປຶກສາຫາລືຈະສ້າງຕັ້ງກົນໄກການຮ່ວມມືເພື່ອເພີ່ມທະວີການຮ່ວມມືພາກພື້ນໃນຂົງເຂດຕ່າງໆເຊັ່ນ: ການເຊື່ອມໂຍງເຊື່ອມຈອດຂອງຕ່າຂ່າຍໄຟຟ້າ, ຕ່ອງໂສ້ການສະໜອງພະລັງ ງານ, ພະລັງງານໝູນວຽນທີ່ສະອາດ, ການປະດິດສ້າງດ້ານເຕັກໂນໂລຊີພະລັງງານ ແລະ ພະລັງງານນີວເຄລຍທາງພົນລະເຮືອນເປັນຕົ້ນ, ສະໜັບສະໜູນແຜນແມ່ບົດການຮ່ວມມືດ້ານພະລັງງານອາຊຽນ (2026-2030), ພ້ອມທັງຈັດສັນຊັບພະຍາກອນດ້ານການລະດົມທຶນທັງພາກລັດ ແລະ ເອກະຊົນເພື່ອສະໜັບສະໜູນໂຄງການທີ່ກ່ຽວຂ້ອງ.
ຄໍາເຫັນ