ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊມໃຫຍ ຄງທ IX ຂອງໜວຍພກ ກມອບຮມ - image 1
 

ກອງປະຊຸມໃຫຍ່ໄດ້ເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ ຊຶ່ງໄດ້ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກໃນ 5 ປີ ທີ່ຜ່ານມາ ແລະ ໄດ້ຮັບຜົນສໍາເລັດສໍາຄັນໃຫຍ່ຫຼວງ ແລະ ຜົນງານອັນພົ້ນເດັ່ນຮອບດ້ານທີ່ຍາດມາໄດ້, ຊຶ່ງໄດ້ສ້າງໜໍ່ແໜງສໍາຄັນເພື່ອເປັນປັດໄຈຍູ້ການຫັນປ່ຽນແຂງແຮງ ແລະ ເລິກເຊິ່ງຂອງວຽກງານອົບຮົມໃນຊຸມປີຕໍ່ໜ້າ. ກອງປະຊຸມໃຫຍ່ຍັງໄດ້ເປັນເອກພາບຢ່າງພາວະວິໄສດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນໍາພາຊີ້ນໍາຂອງພັກກໍຄືການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ວຽກງານຈຸດສຸມໃນບາງດ້ານທີ່ບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້, ພ້ອມທັງໄດ້ຊີ້ໃຫ້ເຫັນສາເຫດຕົນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂທີ່ສອດ ຄ່ອງ ແລະ ແທດເໝາະເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນຢ່າງຈິງຈັງໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນຕໍ່ໜ້າ, ກອງປະຊຸມໄດ້ຮັບຮອງເອົາແຜນພັດທະນາວຽກງານຂອງກົມໄລຍະ 5 ປີ 2026-2030, ກອງປະຊຸມໄດ້ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະໜ່ວຍພັກກົມອົບຮົມສະໄໝທີ VIII ຊຶ່ງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນ ເຊື້ອ ແລະ ບົດຮຽນຂອງການນໍາພາໜ່ວຍພັກຂອງຄະນະໜ່ວຍພັກສາມາດນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ໄດ້ຮັບຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ ກໍສະແດງຄວາມຊົມເຊີຍຕໍ່ການເປັນຄະນະນໍາທີ່ມີຄວາມສາມັກຄີເປັນເອກະພາບອັນໜັກແໜ້ນເຂັ້ມແຂງ, ເປັນຫຼັກແຫຼ່ງແກ່ນສານໃຫ້ແກ່ຄວາມສາ ມັກຄີເປັນເອກະພາບໃນໜ່ວຍພັກ, ເປັນເຈົ້າການຢ່າງເຂັ້ມງວດໃນການຕີຖອຍ ແລະ ແກ້ໄຂການກະທໍາທີ່ຝືນກັບລະບຽບພັກ, ກອງປະຊຸມໃຫຍ່ໄດ້ເລັ່ງທວງໃຫ້ຄະນະໜ່ວຍພັກຊຸດທີ IX ອອກແຮງເສີມຂະຫຍາຍຈຸດດີໃນດ້ານຕ່າງໆຢ່າງແຂງແຮງ, ແກ້ໄຂຂໍ້ບົກຜ່ອງ ແລະ ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາ ມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຄະນະນໍາໃຫ້ສູງຂຶ້ນ, ເປັນຫຼັກແຫຼ່ງສ້າງການຫັນປ່ຽນທີ່ແຂງແຮງໃນຊຸມປີຕໍ່ໄປ.

ໃນກອງປະຊຸມ,ສະມາຊິກພັກໃນໜ່ວຍພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ໂດຍມີຜູ້ສະໝັກເປັນຄະນະໜ່ວຍພັກ 5 ສະຫາຍ, ກອງປະຊຸມປະຖົມມະລຶກຂອງຄະນະໜ່ວຍພັກຊຸດໃໝ່ໄດ້ເລືອກເອົາ: ສະຫາຍ ຄໍາກອງ ທໍາມະເທວາ ເປັນເລຂາໜ່ວຍພັກ, ສະຫາຍ ລີຈາວ ໄຊເຍ່ຍຊ່າງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນ. ກີຄໍາ ແກ່ນມະນີ ເປັນຄະນະໜ່ວຍພັກ, ທັງເປັນປະທານກວດກາ.

ໃນນັ້ນ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ນ. ວັນນະທອນ ວົງລະຄອນ ເປັນຜູ້ຊ່ວຍວຽກງານກວດກາ.

ເພື່ອເປັນທິດໃຫ້ແກ່ການເຄື່ອນໄຫວວຽກງານຂອງໜ່ວຍພັກກົມອົບຮົມ, ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບກຽດໃຫ້ການໂອ້ລົມຂອງ ສະຫາຍ ນ. ວິລະວອນ ພັນທະວົງ ຊຶ່ງເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍສຳຄັນທັງເປັນທິດຊີ້ນຳໃຫ້ໜ່ວຍພັກກໍຄືສະມາຊິກພັກພວກເຮົາໄດ້ສູ້ຊົນບຸກບືນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກເຂັ້ມແຂງ.

ກອງປະຊຸມໃຫຍ່ໄດ້ຮຽກຮ້ອງມາຍັງສະມາຊິກພັກພາຍໃນໜ່ວຍທຸກສະຫາຍຈົ່ງເພີ່ມທະວີຄວາມສາ ມັກຄີເປັນເອກະພາບ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ປັບປຸງຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານທີ່ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຮອງເອົາໃຫ້ບັນລຸຜົນສຳເລັດດ້ວຍປະສິດທິຜົນສູງເພື່ອສ້າງໜ່ວຍພັກກົມອົບຮົມສືບຕໍ່ເປັນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ. (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ); ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ສູນກາງແນວລາວສ້າງຊາດ,ໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ເພີ່ມທະວີໃນການຄົ້ນຄວ້າໃຫ້ລະອຽດ, ເລິກເຊິ່ງ ແລະ ຊັດເຈນຕື່ມກ່ອນທີ່ຈະຮັບຮອງ.
ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ໃນໄລຍະ 5 ປີ (2021-2025), ສະພາແຫ່ງຊາດ (ສພຊ) ໄດ້ພິຈາລະນາຮັບຮອງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ; ໃນນີ້, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ ເທົ່າກັບ 90.62% ຂອງແຜນການ 5 ປີ ແລະ ມາຮອດປັດຈຸບັນ ສປປ ລາວ ມີກົດໝາຍທັງໝົດ 176 ສະບັບ. ນອກຈາກຜົນງານດ້ານນິຕິບັນຍັດນີ້, ກໍຍັງມີຜົນງານໃນດ້ານຕ່າງ; ຂະນະດຽວກັນ, ກໍໄດ້ມີແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູນງສຸດ (ສປສສ) ໄດ້ຂຶ້ນຊີ້ແຈງຕາມເນື້ອໃນເຈາະຈີ້ມ ແລະ ການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030),ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊາສູງສຸດ (ອອປສ) ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ; ໃນນີ້, ສສຊ ໄດ້ມີຄຳເຫັນໂດຍສ່ວນໃຫຍ່ແມ່ນເນັ້ນໃສ່ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ; ຂະນະທີ່, ສສຊ ກໍໄດ້ສະເໜີໃຫ້ສືບຕໍ່ສ້າງ, ຝຶກຜູ້ພິພາກສາ ແລະ ພະນັກງານສານ ໃຫ້ເປັນມືອາຊີບ.
ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນ ຕໍ່ບົດລາຍງານກ່ຽວກັບການແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໃນນີ້ ທ່ານຈະເລີນເຢຍປາວເຮີຮອງປະທານສະພາແຫ່ງຊາດສສຊເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກໍໄດ້ສະເໜີ ສສຊສະເໜີໃຫ້ມີການກວດສອບທາດແທ້ຂອງສານແລະໄອຍະການ.
ເພີ່ມເຕີມ