ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ
ບັນຍາກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທີ່ພວມດໍາເນີນໄປລະຫວ່າງ ວັນທີ 19 - 25 ມັງກອນ 2026, ໄດ້ດຶງດູດຄວາມສົນໃຈ ຈາກມວນຊົນທັງພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນເຫດການທາງການເມືອງທີ່ສໍາຄັນເປັນພິເສດ, ເປັນການທົບທວນຄືນເສັ້ນທາງປ່ຽນແປງໃໝ່ເກືອບ 40 ປີ ທີ່ມີຜົນສໍາເລັດອັນຍິ່ງໃຫຍ່ຫຼາຍປະການ. ໃນຂະນະດຽວກັນ, ກໍກໍາລັງຢືນຢູ່ຕໍ່ໜ້າຄວາມທ້າທາຍ ແລະ ຄວາມຕ້ອງການໃໝ່ ໄລຍະການພັດທະນາຂັ້ນຕໍ່ໄປ ໃນສະພາບແວດລ້ອມສາກົນ ທີ່ກໍາລັງປ່ຽນແປງຢ່າງໄວວາ, ສັບຊ້ອນ ແລະ ຄາດຄະເນໄດ້ຍາກ.
ກອງປະຊມໃຫຍ ຄງທ XIV ດວຍຄວາມເຊອໝນແຫງການພດທະນາ - image 1
 

ເມື່ອທົບທວນຄືນເສັ້ນທາງແຫ່ງການພດທະນາ ນັບແຕ່ປີ 1986 ມາເຖິງປັດຈຸບັນ, ການພັດທະນາແທດຈິງຂອງຫວຽດນາມ ໄດ້ສະແດງໃຫ້ເຫັນການປ່ຽນແປງຢ່າງເລິກເຊິ່ງ ແລະ ຮອບດ້ານ.ຈາກລະບົບເສດຖະກິດແຜນການລວມສູນ, ຫວຽດນາມ ໄດ້ສ້າງຕັ້ງ ແລະ ສໍາເລັດຢ່າງສົມບູນແບບນະໂຍບາຍເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ເທື່ອລະກ້າວ, ຮັກສາອັດຕາການເຕີບໂຕ GDP ສະເລ່ຍເກີນ 6,5% ຕໍ່ປີ ໃນຫຼາຍທົດສະວັດ. ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນເກືອບ 25 ເທົ່າ, ສະທ້ອນໃຫ້ເຫັນຄວາມພາກພຽນຢ່າງຕໍ່ເນື່ອງໃນການພັດທະນາເສດຖະກິດ ຄຽງຄູ່ກັບການຮັກສາຄວາມໝັ້ນຄົງທາງການເມືອງ–ສັງຄົມ. ຄຽງຄູ່ກັນນັ້ນ, ຂະບວນການເຊື່ອມໂຍງສາກົນ ໄດ້ເປັນເຈົ້າການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ຊ່ວຍໃຫ້ຫວຽດນາມ ເປີດກວ້າງການຮ່ວມມື, ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາຕ່ອງໂສ້ການເຊື່ອມໂຍງລະດັບພາກພື້ນ ແລະ ລະດັບໂລກ, ຢັ້ງຢືນບົດບາດທີ່ສໍາຄັນຫຼາຍຂຶ້ນ ໃນບັນດາກົນໄກ ແລະ ກອບການຮ່ວມມືຫຼາຍຝ່າຍ.

ໃນລະດັບສາກົນ, ຫວຽດນາມ ນັບມື້ຖືກຮັບຮອງເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື, ມີຄວາມຮັບຜິດຊອບ ແລະ ມີຄໍາເວົ້າທີ່ສ້າງສັນໃນບັນດາບັນຫາລະດັບພາກພື້ນ ແລະ ລະດັບໂລກ. ການສ້າງຕັ້ງ ແລະ ການຍົກລະດັບຄວາມສໍາພັນເປັນຄູ່ຮ່ວມຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ກັບຫຼາຍປະເທດ, ໃນນັ້ນລວມມີບັນດາປະເທດໃຫຍ່ ແລະ ສູນກາງເສດຖະກິດຊັ້ນນໍາ, ພ້ອມກັບບົດບາດເຄື່ອນໄຫວໃນບັນດາເວທີຫຼາຍຝ່າຍເຊັ່ນ: ອາຊຽນ, ສະຫະປະຊາຊາດ, APEC…, ໄດ້ຊ່ວຍເສີມສ້າງ ແລະ ເນັ້ນເຖິງຖານະບົດບາດຂອງປະເທດ, ຂະຫຍາຍພື້ນທີ່ການພັດທະນາ ແລະ ເພີ່ມທະວີຄວາມສາມາດໃນການປັບຕົວຮັບມືກັບການຜັນແປຈາກພາຍນອກ. ນີ້ແມ່ນພື້ນຖານທີ່ສໍາຄັນ ເພື່ອໃຫ້ຫວຽດນາມສາມາດຮັກສາໄວ້ຢ່າງໝັ້ນຄົງຄວາມເປັນເອກະລາດ, ເພິ່ງຕົນເອງ, ພ້ອມກັບການເຂົ້າຮ່ວມສາກົນຢ່າງຕັ້ງໜ້າ, ເລິກເຊິ່ງ ແລະ ມີປະສິດທິຜົນ.

ກອງປະຊມໃຫຍ ຄງທ XIV ດວຍຄວາມເຊອໝນແຫງການພດທະນາ - image 2
 

ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIV, ແມ່ນຈິດໃຈແຫ່ງຄວາມປາຖະໜາໃນການພັດທະນາ ຖືກວາງໄວ້ ຊຶ່ງບໍ່ພຽງແຕ່ໃນຂອບເຂດທົ່ວປະເທດເທົ່ານັ້ນ, ແຕ່ຍັງເຊື່ອມໂຍງກັບຄວາມຈໍາເປັນໃນການຍົກສູງບົດບາດ ແລະ ຖານະຂອງຫວຽດນາມ ໃນເວທີສາກົນອີກດ້ວຍ. ວຽກງານການຈັດລຽງບັນດາເອກະສານ ເພື່ອນໍາສະເໜີຕໍ່ກອງປະຊຸມໃຫຍ່ ໄດ້ຖືກດໍາເນີນຢ່າງຄົບຊຸດ, ເປັນລະບຽບດ້ວຍວິທີວິທະຍາສາດ, ສອດຄ່ອງຕິດແທດຕົວຈິງ ລະຫວ່າງ ການສະຫຼຸບ, ທົບທວນຄືນການປະຕິບັດຈິງຕະຫຼອດ 40 ປີແຫ່ງການປ່ຽນແປງໃໝ່ ກັບການຄາດຄະເນແນວທາງການພັດທະນາຂອງພາກພື້ນ ແລະ ຂອງໂລກ. ການເກັບກໍາຄໍາເຫັນ ຈາກບັນດາຊັ້ນຊົນຕ່າງໆຂອງປະຊາຊົນຢ່າງກວ້າງຂວາງ, ດຶງດູດການມີສ່ວນຮ່ວມເກືອບ 14 ລ້ານເທື່ອຄົນ, ບໍ່ພຽງແຕ່ສະທ້ອນໃຫ້ເຫັນຄຸນຄ່າຂອງຄວາມເປັນປະຊາທິປະໄຕ ແລະ ຄວາມເຫັນພ້ອມທາງສັງຄົມໃນລະດັບສູງ, ແຕ່ຍັງຊ່ວຍປັບປຸງ ແລະ ເຮັດໃຫ້ສົມບູນຍິ່ງຂຶ້ນບັນດາທິດທາງໃຫຍ່ ກ່ຽວກັບການພັດທະນາຢ່າງຍືນຍົງ, ການຫັນປ່ຽນດິຈິຕອນ, ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າໃນການແກ້ໄຂບັນດາສິ່ງທ້າທາຍລະດັບໂລກ.

ຄວາມສົນໃຈຂອງມວນຊົນສາກົນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ສະແດງອອກຢ່າງຊັດເຈນຜ່ານການເຂົ້າຮ່ວມຂອງສື່ມວນຊົນຕ່າງປະເທດ ແລະ ຄະນະຜູ້ແທນສາກົນ ໂດຍມີນັກຂ່າວສາກົນເກືອບ 800 ຄົນ ຈາກບັນດາປະເທດ, ໃນນັ້ນ ລວມທັງນັກຂ່າວຈາກ ສປປລາວ ໄດ້ລົງທະບຽນເພື່ອຕິດຕາມ ແລະ ລາຍງານຂ່າວຢ່າງທັນການ, ໄດ້ສະທ້ອນໃຫ້ເຫັນຄວາມສົນໃຈຢ່າງເລິກເຊິ່ງຂອງປະຊາຄົມໂລກ ຕໍ່ບັນດາທິດທາງໃຫຍ່ຂອງຫວຽດນາມ, ພ້ອມທັງຄວາມຄາດຫວັງ ຕໍ່ບົດບາດທີ່ນັບມື້ພົ້ນເດັ່ນຂຶ້ນ, ມີຄວາມຮັບຜິດຊອບສູງຂຶ້ນຂອງຫວຽດນາມ ໃນພາກພື້ນ ແລະ ໃນເວທີສາກົນ.

ການກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ XIV, ຄວາມເຊື່ອໝັ້ນຂອງສັງຄົມ ໄດ້ຮັບການເສີມສ້າງຈາກບັນດາຜົນສໍາເລັດການພັດທະນາທີ່ບັນລຸໄດ້, ຈາກຂະບວນການກະກຽມທີ່ເຂັ້ມງວດ, ເປັນລະບົບ, ມີຄວາມຮັບຜິດຊອບ, ຕະຫຼອດຈົນເຖິງວິທີການທີ່ຫວຽດນາມ ໄດ້ຢັ້ງຢືນຖານະບົດບາດ ແລະ ຊື່ສຽງຂອງຕົນ ໃນເວທີສາກົນ. ບັນດາກິດຈະກໍາທາງການເມືອງ–ວັດທະນະທໍາ ທີ່ພວມດໍາເນີນໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ເຊັ່ນ: ພິທີເປີດສູນຂ່າວສານ, ການຈັດງານເທດການສະເພາະດ້ານ, ການຈັດວາງສະແດງເອກະສານປະຫວັດສາດ ຊຶ່ງບໍ່ພຽງແຕ່ຊ່ວຍແຜ່ຂະຫຍາຍບັນຍາກາດທາງການເມືອງທີ່ໝັ້ນຄົງພາຍໃນປະເທດເທົ່ານັ້ນ, ແຕ່ຍັງໄດ້ຖ່າຍທອດຂໍ້ຄວາມຢ່າງຊັດເຈນໄປສູ່ເພື່ອມິດສາກົນ ກ່ຽວກັບປະເທດຫວຽດນາມ ທີ່ມີຄວາມສະຖຽນພາບ, ມີການປ່ຽນແປງໃໝ່, ມີການເຄື່ອນໄຫວດ້ວຍການເຂົ້າຮ່ວມສາກົນ ແລະ ພ້ອມທີ່ຈະມີສ່ວນຮ່ວມດ້ວຍຄວາມຮັບຜິດຊອບຢ່າງຕັ້ງໜ້າ ໃນການສົ່ງເສີມສັນຕິພາບ, ການຮ່ວມມື ແລະ ການພັດທະນາ.

ໃນບັນຍາກາດທີ່ມຄວາມໝາຍສໍາຄັນນີ້, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ຄາດຫວັງວ່າ: ຈະສືບຕໍ່ຢັ້ງຢືນທາດແທ້, ຄວາມສາມາດ ແລະ ຄວາມສາມັກຄີຂອງພັກ ແລະ ຂອງຊາດ, ພ້ອມທັງເປັນການເປີດບັນດາກຳນົດທິດທີ່ສໍາຄັນໃນໄລຍະການພັດທະນາໃໝ່, ມຸ່ງໜ້າສູ່ເປົ້າໝາຍ ສ້າງປະເທດຫວຽດນາມ ໃຫ້ພັດທະນາຢ່າງໄວ, ຍືນຍົງ, ສີວິໄລ ແລະ ຄວາມຜາສຸກ ໃນຫຼາຍທົດສະວັດຕໍ່ໜ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຄະນະກຳມະການໂນເບວຂອງສະຖາບັນຄາໂຣລິນສະກາ ປະເທດຊູແອດ ໄດ້ປະກາດວ່າ, ນັກວິທະຍາສາດ 3 ທ່ານຄື: ຄາລ ໄດເຊີຣອດ, ປີເຕີ ເຮເກມານ ແລະ ຈອດ ເນເກລ ໄດ້ຮັບລາງວັນໂນເບວສາຂາສະລີລະວິທະຍາ ຫຼື ການແພດ ຈາກຜົນງານການຄົ້ນພົບຊ່ອງໄອອອນທີ່ຄວບຄຸມດ້ວຍແສງ ແລະ ເຕັກໂນໂລຊີ optogenetics ຊຶ່ງເປັນເຕັກນິກທີ່ສະແດງໃຫ້ເຫັນວ່າຈຸລັງປະສາດມີບົດບາດໃນການສ້າງຄວາມຊົງຈຳ, ຄວາມຮູ້ສຶກ ແລະ ພຶດຕິກຳໃນສະໝອງຂອງສິ່ງທີ່ມີຊີວິດແນວໃດ.
UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຖະແຫຼງການຮ່ວມຈາກອົງການ UNESCO, ອົງການແຮງງານສາກົນ, ກອງທຶນເດັກແຫ່ງສະຫະປະຊາຊາດ ແລະ ສະຫະພັນການສຶກສາສາກົນ ທີ່ອອກໃນວັນທີ 5 ຕຸລາ ຜ່ານມາ ຊຶ່ງກົງກັບວັນຄູໂລກ ລະບຸວ່າ: ໂລກອາດຈະຕ້ອງການຄູເພີ່ມອີກ 50 ລ້ານຄົນພາຍໃນປີ 2030. ໃນນັ້ນ, 44 ລ້ານຄົນ ແມ່ນຕ້ອງການເພື່ອສະໜັບສະໜູນການສຶກສາຂັ້ນປະຖົມ ແລະ ມັດທະຍົມຕອນປາຍ ແລະ ອີກ 6 ລ້ານຄົນສຳລັບການສຶກສາໃນໄວເດັກ.
6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງ​ບໍ່ດົນມານີ້, ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ລາຍ​ຮັບ ​ແລະ​ ລາຍ​ຈ່າຍ​ສາ​ກົນ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ 2026” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:
ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສດ​ຖະ​ກິດພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ (EAP) ຂອງ​ທະ​ນາ​ຄານ​ໂລກ (WB) ທີ່​ປະ​ກາດ​ໃນ​ວັນ​ທີ 6 ຕຸ​ລາ ຜ່ານມາ ລະບຸວ່າ, ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຄາດ​ຄະ​ເນວ່າແມ່ນພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ແຮງ​ທີ່ສຸດ​ຢູ່​ພາກ​ພື້ນ EAP, ຍ້ອນ​ການ​ບຸກ​ທະ​ລຸ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຊີ​ສູງ ພ້ອ​ມ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ, ກໍຄື​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ.
ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ຣັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31.01 ລ້ານຖັງ/ວັນ.
ເພີ່ມເຕີມ