ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ສະໄໝທີ V

ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ສະໄໝທີ V

ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ສະໄໝທີ V
ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດ ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ເລຂາຄະນະບໍລິຫານງານຊາວໜຸ່ມ ສະພາແຫ່ງຊາດ; ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທັນຕາ ກອງຜາລີ ກຳມະການຄະນະບໍລິຫານງານພັກສະພາແຫ່ງຊາດຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາສະຫາຍໃນຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມສະພາແຫ່ງຊາດເຂົ້າຮ່ວມ.

 

ໃນພິທີດັ່ງກ່າວ, ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ; ຈາກນັ້ນ, ສະຫາຍ ໄກມະນິນ ເທບບົວລີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສະພາແຫ່ງຊາດ ໄດ້ຜ່ານບົດລາຍງານການເມືອງ ປະກອບມີ 2 ພາກຄື: ພາກທີ I ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດຄັ້ງທີ IV (2020-2025) ແລະ ພາກທີ II ທິດທາງແຜນການຂອງຄະນະບໍລິຫານງານຊາວໜຸ່ມ ສະພາແຫ່ງຊາດໃນ 5 ປີ ຕໍ່ໜ້າ (2025-2023). ໃນໄລຍະ 5 ປີ ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາພາບັນດາໜ່ວຍຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມສ້າງຂະບວນການຕ່າງໆ ໂດຍຕິດພັນກັບວິຊາສະເພາະຢ່າງກວ້າງຂວາງ ເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດເປັນກ້າວໆ ໂດຍສະເພາະຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ໄດ້ເອົາໃຈໃສ່ ແລະ ຊຸກຍູ້ສະມາຊິກຊາວໜຸ່ມຕັ້ງໜ້າປະຕິບັດວຽກງານວິຊາສະເພາະ ເພື່ອເປັນເສນາທິການຫຼັກ ໃນການຄົ້ນຄວ້າຮ່າງເນື້ອໃນ, ເກັບກຳສັງລວມຂໍ້ມູນໃຫ້ຄະນະປະຈຳສະພາແຫ່ງຊາດ, ກຳມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ກົງຈັກທີ່ຄະນະປະຈຳສະພາແຫ່ງຊາດສ້າງຕັ້ງ ໃນການປະຕິບັດພາລະບົດບາດ ນິຕິບັນຍັດ, ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃຫ້ມີປະສິດທິຜົນສູງ.

ກອງປະຊຸມຍັງໄດ້ ມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນຳໜ້າ ຂະບວນການ 4 ບຸກໃຫ້ຄະນະຊາວໜຸ່ມສະພາແຫ່ງຊາດ, ໄດ້ມີການຜ່ານບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ສະໄໝທີ IV, ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດສະໄໝທີ IV, ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ສະພາແຫ່ງຊາດຊຸດໃໝ່ ຊຶ່ງມີຜູ້ສະໝັກ 18 ສະຫາຍ, ເລືອກເອົາ 15 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ສົມບູນ ໂຄດໄຊ ເປັນເລຂາ, ສະຫາຍ ສົມຈິດ ພົມຖາວົງ ເປັນຮອງເລຂາທັງເປັນປະທານກວດກາ, ສະຫາຍ ຈັນໄລວັນ ພົມມາໄຊ ເປັນຮອງເລຂາ, ສະຫາຍ ສົມຈັນ ໄຊມົ້ງຢາງ ເປັນຮອງປະທານກວດກາ, ສະຫາຍ ເສລິສັນ ວົງແສງຈັນ ເປັນກຳມະການ.

ໃນໂອກາດດັັ່ງກ່າວ, ສະຫາຍ ທັນຕາ ກອງຜາລີ ແລະ ສະຫາຍ ທອງລີ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະບໍລິຫານງານ ແລະ ສະມາຊິກຊາວໜຸ່ມສະພາແຫ່ງຊາດ ທີ່ຍາດຜົນງານມາໄດ້ໃນໄລຍະທີ່ຜ່ານມາ ແລະ ເພື່ອເຮັດສໍາເລັດໜ້າທີ່ທີ່ວາງອອກໃນ 5 ປີຕໍ່ໜ້ານັ້ນ ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຊາວໜຸ່ມເຮົາເຂົ້າໃຈໄດ້ເຖິງຄຸນຄ່າຂອງສັນຕິພາບ, ເອກະລາດ ທີ່ການນໍາ ແລະ ນັກປະຕິວັດ ໄດ້ເສຍສະຫຼະເລືອດເນື້ອເພື່ອພວກເຮົາມີວັນນີ້; ທັງນີ້, ກໍເພື່ອເຮັດໃຫ້ສະມາຊິກຊາວໜຸ່ມມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຊາວໜຸ່ມສະພາແຫ່ງຊາດໃຫ້ກະທັດຮັດ ແລະ ໃຫ້ສອດຄ່ອງກັບກົງຈັກຂອງສະພາແຫ່ງຊາດ ທີ່ກໍາລັງຄົ້ນຄວ້າເພື່ອປັບປຸງຕາມທິດຊີ້ນໍາຂອງພັກ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ລະບອບສ່ອງແສງລາຍງານໃຫ້ເປັນປົກກະຕິ, ຍົກສູງສະຕິຕໍ່ການຈັດຕັ້ງ ແລະ ເປັນແບບຢ່າງນໍາໜ້າໃນການປະຕິບັດວຽກງານຊາວໜຸ່ມ; ພ້ອມດຽວກັນນັ້ນ, ກໍຈະຕ້ອງໄດ້ເອົາໃຈໃສ່ປະຕິບັດທິດທາງແຜນການ ແລະ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ