![]() |
ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອຄຳຄິດຄຳເຫັນຢ່າງກົງໄປກົງມາ, ຜ່ານການດໍາເນີນກອງປະຊຸມ ໄດ້ເປັນເອກະພາບກັນ ຄື: ໄດ້ເຫັນດີເປັນເອກະພາບ ຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກຫ້ອງການ, ກຳນົດທິດທາງແຜນການຈັດຕັ້ງປະຕິບັດ ໃນຕໍ່ໜ້າ ແລະ ບົດສຳຫຼວດການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຫ້ອງການ ສະໄໝທີ VIII; ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບັນດາສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີຜ່ານມາ; ກອງປະຊຸມ ໄດ້ຮັບຮອງເອົາແຜນພັດທະນາວຽກງານຫ້ອງການ ຄະນະໂຄສະນາອົບຮົມ ສູນກາງພັກ ໃນໄລຍະ 5 ປີຕໍ່ໜ້າ(2026-2030) ຂອງໜ່ວຍພັກຫ້ອງການ, ຊຶ່ງລວມມີທັງໝົດ ຈໍານວນ 5 ແຜນງານ, 22 ໂຄງການ; ບັນດາສະຫາຍສະມາຊິກພັກ ຂອງໜ່ວຍພັກຫ້ອງການ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຫ້ອງການຊຸດໃໝ່, ຊຶ່ງມີຜູ້ສະໝັກຮັບເລືອກຕັ້ງ ຈຳນວນ 7 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 5 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກຫ້ອງການ ຄັ້ງທີ IX ໄດ້ເປັນເອກະສັນເລືອກເອົາ ເລຂາໜ່ວຍພັກ ແລະ ຄະນະກວດກາໜ່ວຍພັກ ຄື: ສະຫາຍ ບຸນເພັງ ຈັນທະດາລາ, ເປັນເລຂາໜ່ວຍພັກ, ສະຫາຍ ບຸນມີ ຫຼວງປັນຍາ, ເປັນຮອງເລຂາໜ່ວຍພັກ, ສະຫາຍ ສົດ ວົງພະຈັນ ເປັນຮອງເລຂາໜ່ວຍພັກ (ປະທານກວດກາໜ່ວຍພັກ), ສະຫາຍ ພູວຽງ ພົງສະຫວັດດີ ແລະ ສະຫາຍ ບຸນອູ້ມ ລາດຊະວົງ ເປັນຄະນະໜ່ວຍພັກ.
![]() |
ບັນດາສະຫາຍສະມາຊິກພັກ ຂອງໜ່ວຍພັກຫ້ອງການ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຫ້ອງການຊຸດເກົ່າ ທີ່ໄດ້ເອົາໃຈໃສ່ ແລະ ໃກ້ຊິດຕິດແທດສະມາຊິກພັກ, ພະນັກງານ-ລັດຖະກອນ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ຊຶ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງຈໍານວນໜຶ່ງ ໂດຍໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຫ້ອງການຊຸດໃໝ່ນີ້ ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂໃຫ້ໝົດສິ້ນໄປ. ນອກຈາກນັ້ນ, ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາວຽກງານດ້ານຕ່າງໆຢ່າງເລິກເຊິ່ງ, ທັງມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຫ້ອງການຊຸດໃໝ່ ຈະສາມາດສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງຂຶ້ນກວ່າເກົ່າ.
![]() |
ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ, ລັດຖະກອນ ຈົ່ງເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນເລື້ອຍໆ, ເຮັດໃຫ້ວຽກງານຫ້ອງການ ໄດ້ມີການຫັນ ປ່ຽນຢ່າງຕັ້ງໜ້າ ຮອບດ້ານ, ເຮັດໃຫ້ໜ່ວຍພັກຫ້ອງການ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
(ຂ່າວ: ແສງຈັນ)



ຄໍາເຫັນ