ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ເປີດຂຶ້ນໃນວັນທີ 25 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ແຂກທີ່ຖືກເຊີນ ທີ່ມາຈາກສູນກາງ ແລະ ຕາງໜ້າຄະນະລິຫານງານພັກນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.

 

ກອງປະຊມໃຫຍຜແທນອງຄະນະພກແຂວງບລຄຳໄຊ ຄງທ VIII - image 1
 

ສະຫາຍ ສອນທະນູ ທໍາມະວົງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ຊຶ່ງເປັນເຫດການ-ການເມືອງທີ່ສໍາຄັນອີກຄັ້ງໜຶ່ງ ໃນຂະບວນວິວັດການຈັດຕັ້ງປະຕິບັດແນວທາງ-ນະໂຍບາຍຂອງພັກ ໃນການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ທີ່ພັກວາງອອກ ແລະ ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ຕະຫຼອດໄລຍະຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະຜ່ານມາ, ທັງເປັນການສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດທີ່ພັກວາງອອກໃຫ້ປະກົດຜົນເປັນຈິງ. ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາຄືນຜົນສຳເລັດການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ໃນໄລຍະ 5 ປີທີ່ຜ່ານມາ ໂດຍສະຫຼຸບສັງລວມ, ຖອດຖອນບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາທິດທາງໜ້າທີ່, ວຽກງານຈຸດສຸມ ໃນສະເພາະໜ້າ (ປີ 2025-2030) ຊຶ່ງເປັນໄລຍະແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄປຕາມທິດ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສ້າງປະຖົມປັດໄຈນຳພາປະເທດເຮົາຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2026, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງຕັ້ງຕາແສງ ແລະ ບ້ານເປັນຫົວໜ່ວຍພັດທະນາ.

ໃນໂອກາດນີ້, ສະຫາຍ ສອນທະນູ ທໍາມະວົງ ຍັງໄດ້ຂຶ້ນຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງສະໄໝທີ VII ວ່າ: ໃນໄລຍະ 5 ປີ ຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງ ພັກ, ຄະນະບໍລິຫານງານພັກແຂວງ ໄດ້ພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ໄດ້ເປັນເຈົ້າການ ແລະ ມີຜົນສໍາເລັດຫຼາຍດ້ານ; ລະບົບການເມືອງຍັງສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ວັດທະນະທໍາສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ເຮັດໃຫ້ການດໍາລົງຊີວິດຂອງພະນັກງານທະຫານຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບທາງດ້ານວັດຖຸ ແລະ ຈິດໃຈ ດີຂຶ້ນເປັນກ້າວໆ. ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 4 ແຜນງານ 41 ໂຄງການ ລົງສູ່ກົມກອງ ຮາກຖານ ໂດຍໄດ້ຖືເອົາການລົງກໍ່ສ້າງຮາກຖານການເມືອງຕາມມູນເຊື້ອຂອງກໍາລັງ ປກຊ - ປກສ ເພື່ອສຶກສາອົບຮົມການເມືອງ-ແນວຄິດ, ສ້າງ ແລະ ປັບປຸງກໍາລັງໃຫ້ມີຄວາມໜັກ ແໜ້ນ ຈົ່ຮັກພັກດີຕໍ່ປະຊາຊົນ ແລະ ລະບອບໃໝ່.

ການພັດທະນາເສດຖະກິດ ໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິ່ກເຊິ່ງ ທີ່ກຳນົດອອກໃນມະຕິ VII ອົງຄະນະພັກແຂວງ ດ້ວຍການເສີມຂະຫຍາຍຄວາມເປັນເຈົ້າຂອງສັງຄົມ ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V, ໂດຍໄດ້ຍົກລະດັບການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດການເງິນເປັນວາລະແຫ່ງຊາດ ຊຶ່ງໄດ້ດໍາເນີນບັນດາມາດຕະການຕ່າງໆ ທີ່ມີຈຸດສຸມດ້ວຍການປັບປຸງລະບອບ-ລະບຽບການ, ກົນໄກຄຸ້ມຄອງເສດຖະກິດຕາມທິດເອື້ອອໍານວຍ ແລະ ສົ່ງເສີມການຜະລິດທຸລະກິດ; ໄດ້ປັບປຸງກົນໄກການຈັດເກັບ ແລະ ຂຸດຂົ້ນແຫຼ່ງລາຍຮັບໃໝ່ດ້ວຍເຄື່ອງມືທັນສະໄໝຈໍານວນໜຶ່ງ, ເພີ່ມຄວາມເຂັ່ມງວດ, ອັດການຮົ່ວໄຫຼ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານມີທ່າອ່ຽງເພີ່ມຂຶ້ນ, ເພີ່ມທະວີການຄຸ້ມຄອງລາຍຈ່າຍຕາມນະໂຍບາຍປະຢັດແຫ່ງຊາດ; ຊຸກຍູ້ແຮງການຜະລິດເປັນສິນຄ້າ-ຕິດພັນກັບອຸດສາຫະກໍາປຸງແຕ່ງ ນໍາໃຊ້ທຸລະກິດຫຼາຍພາກສ່ວນເຂົ້າມີສ່ວນຮ່ວມໃນການພັດທະນາແກ້ໄຂຄວາມທຸກຍາກ; ໄດ້ປັບປຸງຂັ້ນຂອດການບໍລິການລົງທຶນຢູ່ພາຍໃນແຂວງ ໂດຍຜ່ານການລົງທຶນປະຕູດຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນໄວຂຶ້ນ, ມີມາດຕະການລະອຽດ ເພື່ອແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ໜີ້ສິນສາທາລະນະຫຼຸດລົງ; ນຳໃຊ້ທ່າແຮງທີ່ມີຍາດແຍ່ງເອົາການຊ່ວຍເຫຼືອດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດສົ່ງເສີມການທ່ອງທ່ຽວສົ່ງເສີມການຜະລິດ-ການບໍລິການໃຫ້ເຊື່ອມຈອດພາຍໃນ ແລະ ຕ່າງປະເທດ; ນຳໃຊ້ວິທະຍາສາດ-ເຕັກນິກທີ່ກ້າວໜ້າເຂົ້າໃນການຜະລິດກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບແກ່ການພັດທະນາ; ເຮັດໃຫ້ວິໄສທັດຂອງແຂວງປະກົດຜົນເປັນຈິງ “ສ້າງແຂວງ ໃຫ້ເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ” ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ-ໝັ້ນທ່ຽງ ຢູ່ໃນລະດັບ 5.1% ທຽບໃສ່ແຜນການແມ່ນລື່ນຄາດໝາຍ 0.1%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນບລຸ 15,249 ຕື້ກີບ, ລາຍຮັບສະເລ່ຍ 44 ລ້ານກ່ວາກີບ ຫຼື 1,923 ໂດລາ/ຄົນ/ປີ, ໂຄງປະກອບເສດຖະກິດກະສິກຳ ກວມ 35%, ອຸດສາຫະກຳ-ກໍໍ່ສ້າງ ກວມ 44% ແລະ ບໍລິການ ກວມ 21% ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໄດ້ໂດຍພື້ນຖານ.

ກອງປະຊມໃຫຍຜແທນອງຄະນະພກແຂວງບລຄຳໄຊ ຄງທ VIII - image 2
 

ໃນທົ່ວແຂວງ ມີເມືອງພົ້ນທຸກ 5 ເມືອງ, ຍັງບໍ່ພົ້ນທຸກ 2 ເມືອງ, ເມືອງເຂັ້ມແຂງຮອບດ້ານ 1 ເມືອງ, ບ້ານພົ້ນທຸກ ກວມ 93.66%, ຄອບຄົວພົ້ນທຸກ ກວມເອົາ 97.31%, ຄອບຄົວທຸກຍາກ-ອະນາຖາ ກວມ 2.69%, ບ້ານພັດທະນາ ກວມ 80.63%,ຄອບຄົວພັດທະນາ ກວມ 91.04%, ຄອບຄົວຍັງບໍ່ທັນບັນລຸພັດທະນາ 8.96% ແລະ ວຽກງານ 3 ສ້າງ ຄື: ບ້ານໃຫຍ່ທີ່ເປັນຕົວເມືອງນ້ອຍໃນຊົນນະບົດ 4 ບ້ານ; ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ບັນລຸໄດ້ 7 ດ້ານ ສະເລ່ຍໃນ 60 ຕົວຊີ້ບອກ ບັນລຸໄດ້ 90.90%; ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ, 47 ຕົວຊີ້ບອກ; ໃນນີ້: ເມືອງບັນລຸ 4 ດ້ານ ສຳເລັດ 5 ເມືອງ, ບັນລຸ 3 ດ້ານ ມີ 1 ເມືອງ, ບັນລຸ 2 ດ້ານ 1 ເມືອງ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ, 30 ຕົວຊີ້ບອກ ບັນລຸ 82.39%, ໄດ້ປັບປຸງຈາກ 8 ຕໍາແໜ່ງງານມາເປັນ 5 ໜ່ວຍງານສໍາເລັດ 100% ສ້າງບ້ານພັດທະນາ 4 ດ້ານໄດ້ 234 ບ້ານ ກວມເອົາ 82.39% ຂອງຈໍານວນບ້ານທັງໝົົດ.

ສຳລັບທິດທາງລວມ ແລະ ຄາດໝາຍສູ້ຊົນ ວຽກງານຈຸດສຸມ 5 ປີຕໍ່ໜ້າ (2026-2030) ແມ່ນສືບຕໍ່ຮັບປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພທາງດ້ານສັງຄົມຢ່າງໜັກແໜ້ນ, ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະໃໝ່ເປັນຂອງທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງເຖິງຖອງ, ຕັ້ງໜ້າກໍ່ສ້າງກໍາລັງປະກອບອາວຸດໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະ

ໄໝ. ເສດຖະກິດເປັນໃຈກາງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ມີຄຸນນະພາບ ແລະ ເຕີບໂຕໄປຕາມທິດສົມດຸນ, ດຸ່ນດ່ຽງການພັດທະນາ ແລະ ການສະໜອງທຶນໃຫ້ສອດຄ່ອງກັບເງື່ອນໄຂໃໝ່ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ຖືເອົາການຜະລິດກະສິກຳເປັນພື້ນຖານ ໃຫ້ແກ່ການຂະຫຍາຍຕົວຂອງອຸດສາຫະກຳປຸງແຕ່ງ; ເປັນເຈົ້າຕົນເອງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ ເພື່ອເຮັດໃຫ້ແຂວງກຸ້ມຕົນເອງດ້ານງົບປະມານ.

ນອກຈາກນີ້, ບັນດາຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນຢ່າງເລິກເຊິ່ງ, ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນຂອງກອງປະຊຸມ ແລະ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ບັນລຸຜົນສຳເລັດຢ່າງຈົບງາມ. ໃນກອງປະຊຸມໃຫຍ່ຄັ້ງນີ້ ບັນດາສະຫາຍຜູ້ແທນສົມບູນພວກເຮົາຍັງຈະໄດ້ດຳເນີນການປ່ອນບັດຄັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງບໍລິຄໍາໄຊຊຸດໃໝ່ ເພື່ອສືບຕໍ່ນຳພາປະຊາຊົນບັນດາເຜົ່າ ປະຕິບັດແນວທາງການ ເມືອງຂອງພັກໃຫ້ປະກົດຜົນເປັນຈິງ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.

(ຂ່າວ-ພາບ: ບຸນຕອມ).

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ