ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊບັ້ງໄຟຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊບັ້ງໄຟຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊບັ້ງໄຟຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊບັ້ງໄຟ ແຂວງຄໍາມ່ວນຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ມີນານີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງສະຫາຍ ວັນໄຊ ພອງສະຫວັນ

 ກໍາມະກາສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ 166 ສະຫາຍ ຍິງ 14 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງຈໍານວນ 1,859 ສະຫາຍ ຍິງ 540 ສະຫາຍ.

ສະຫາຍ ທອງໄຊ ມັງໜໍເມກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເຊບັ້ງໄຟ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ພ້ອມນັ້ນຍັງໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ, ຊຶ່ງສະຫາຍ ໄດ້ຕີລາຄາໜາກຜົນສໍາເລັດ ແລະ ຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນໄລຍະ 5 ປີ ຜ່ານມາ. ໃນທ່າມກາງບັນຍາກາດ ສະພາບແວດລ້ອມພາຍໃນແຂວງເວົ້າລວມ, ເວົ້າສະເພາະພາຍໃນເມືອງເຊບັ້ງໄຟໄດ້ມີທັງສິ່ງເອື້ອອໍານວຍຄວາມສະດວກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍດ້ານເປັນຕົ້ນທາງດ້ານເສດຖະກິດ, ອັດຕາແລກປ່ຽນເງີນຕາມີການເໜັງຕີງ, ເງີນກີບອ່ອນຄ່າ, ລາຄາສີ້ນຄ້າ, ຄ່າຄອງຊີບສູງຂຶ້ນ, ການລະບາດຂອງພະຍາດໂຄວິດ 19 ແລະ ການປ່ຽນແປງດິນຟ້າອາກາດຊຶ່ງທັງໝົດນັ້ນ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການປະຕິບັດມະຕິ, ແຜນການ ແລະ ບັນດາຄາດໝາຍທີ່ໄດ້ຮັບຮອງໄວ້ ໃນມະຕິກອງປະຊຸມສະໄໝທີ່ຜ່ານມາບວກກັບອິດທິກຳລັງປໍລະປັກ ຍັງບໍ່ລົດລະສຸມກຳລັງເພື່ອຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງ, ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນຊາວເມືອງເຊບັ້ງໄຟ ໄດ້ເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັດແໜ້ນຄວາມສາມັກຄີ ແລະ ການປະກອບສ່ວນທຸກພາກສ່ວນ ເຮັດໃຫ້ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເຊັ່ນ: ລະບົບການເມືອງຢູ່ຂັ້ນຮາກຖານມີຄວາມເຂັ້ມແຂງ, ໜັກແໜ້ນ; ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານວັດທະນະທຳ-ສັງຄົມ ກໍໄດ້ຮັບການປັບປຸງຢ່າງຕັ້ງໜ້າ, ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.

ກອງປະຊຸມຄັ້ງນີ້, ສະຫາຍຜູ້ແທນທີ່ເຂົ້າຮ່ວມ ຈະໄດ້ຮັບຟັງ ແລະ ປະກອບຄໍາຄິດ-ຄໍາເຫັນໃສ່ຮ່າງລາຍງານການເມືອງຄັ້ງທີ VII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2025-2029 ໂດຍສະເພາະຈາກຕາງໜ້າຂົງເຂດ ປກຊ-ປກສ, ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄອບຄົວຕົວແບບດ້ານກະສິກໍາ, ຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດເສດຖະກິດ ແລະ ຜ່ານຮ່າງບົດສໍາຫຼວດການນໍາພາ-ຊີ້ນຳລວມ ຂອງອົງຄະນະພັກເມືອງ ຊຸດທີ VII. ທີ່ສໍາຄັນແມ່ນຈະໄດ້ດໍາເນີນການປ່ອນບັດເລືອກເອົາ ຄະນະບໍລິຫານງານພັກເມືອງຊຸດໃໝ່. ພ້ອມທັງເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງຄຳມ່ວນ ແລະ ຮັບຟັງການໂອ້ລົມຈາກຄະນະພັກຂັ້ນເທິງ. ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສໍາເລັດ.

(ແຫຼ່ງຂ່າວ: ແຂວງຄໍາມ່ວນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ດ່ານສາກົນຂົວມິດຕະພາບ 1 ຄັ້ງທີ II ຈັດຂຶ້ນວັນທີ 13 ມັງກອນນີ້ ທີ່ດ່ານສາກົນຂົວມິດຕະພາບ 1 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງສະຫາຍ ດາວເພັດ ອາລຸນ ກຳມະການພັກ ນວ ເລຂາຄະນະພັກຮາກຖານດ່ານສາກົນຂົວມິດຕະ ພາບ 1, ມີສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ນວ ປະທານສະພາປະຊາຊົນ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ຫ້ອງວ່າການແຂວງ ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 7 ມັງກອນ ນີ້ ທີ່ຫ້ອງປະຊຸມ ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ສະຫາຍ ພາກອນ ແກ້ວມະນີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍໃນຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.
ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ IX

ພະແນກການຕ່າງປະເທດແຂວງຊຽງຂວາງ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ຂຶ້ນໃນວັນທີ 5 ມັງກອນນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດແຂວງ, ມີຄະນະພະແນກ, ມີບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ