ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ VII
ໂດຍ:ວັນໄຊ ຕະວິນຍານ
ໃນວັນທີ 14-15 ຕຸລາ 2015 ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ VII ໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ບຸນຍັງ ວໍລະຈິດ ໄດ້ໃຫ້ຄໍາເຫັນຊີ້ນໍາວ່າ: ສະຫະພັນກໍາມະບານລາວ ຕ້ອງໄດ້ເອົາໃຈໃສ່ໃນການກໍ່ສ້າງຖັນແຖວຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານກໍາລັງຮ່າງກາຍ, ສະຕິປັນຍາ ແລະ ສີມືແຮງງານທີ່ມີຄຸນນະພາບຢ່າງແທ້ຈິງ ເພື່ອກາຍເປັນກໍາລັງຫຼັກແຫຼ່ງໃຫ້ແກ່ການຫັນປະເທດເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ, ຢາກເຮັດໄດ້ຄືແນວນັ້ນ ສະຫະພັນກໍາມະບານລາວ ຕ້ອງໄດ້ເອົາໃຈໃສ່ໃນການຫັນເປັນໂຄງການໂຄສະນາ, ສຶກສາອົບຮົມ, ປຸກລະດົມໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າດ້ວຍຫຼາຍຮູບການ ແລະ ວິທີການໃຫ້ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍ, ທັງປັບປຸງ ແລະ ຂະຫຍາຍການຈັດຕັ້ງກໍາມະບານລາວໃຫ້ກວ້າງຂວາງ ແລະ ແຂງແຮງກວ່າເກົ່າ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາໃຫ້ແກ່ສະມາຊິກ ແລະ ເສີມຂະຫຍາຍກໍາລັງແຮງຂອງມະຫາຊົນຢ່າງແທ້ຈິງ; 
ກອງປະຊຸມຄັ້ງນີ້,ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດຈໍານວນ 417 ສະຫາຍຍິງ 71 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານລາວໃນທົ່ວປະເທດ ຈໍານວນ 184.314 ສະຫາຍຍິງ 77.226 ສະຫາຍ, ແຂກຖືກເຊີນຈາກພາກສ່ວນຕ່າງໆຈໍານວນ 120 ສະຫາຍ. ກອງປະຊຸມໄດ້ເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຈໍານວນ 49 ສະຫາຍຍິງ 13 ສະຫາຍ ແລະ ໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ປ້ານ ນ້ອຍມະນີ ກໍາມະການສູນກາງພັກເປັນປະທານສູນກາງສະຫະພັນກໍາມະບານລາວ, ເລືອກເອົາ ສະຫາຍ ສີມູນ ອຸ່ນລາສີ, ສະຫາຍ ຕົ່ງເຢ້ ຢາງຢົງເຊັງ, ສະຫາຍ ວັນນາ ດວງພະຈັນ ແລະ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນຮອງປະທານສູນກາງສະຫະພັນກໍາມະບານລາວ ແລະ ເລືອກເອົາ ສະຫາຍ ສີມູນ ອຸ່ນລາສີ ເປັນປະທານກວດກາສູນກາງສະຫະພັນກໍາມະບານລາວ. 
ກອງປະຊຸມໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງສະຫະພັນກໍາມະບານລາວແຕ່ລະຂັ້ນ, ການປະກອບສ່ວນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນທົ່ວປະເທດ ສ້າງໄດ້ຜົນງານອັນໃຫຍ່ຫຼວງໃນຫຼາຍດ້ານເປັນຕົ້ນ: ໄດ້ສຶກສາອົບຮົມໃຫ້ແກ່ຖັນແຖວພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກ ແຮງງານລາວໃຫ້ເຂົ້າໃຈ, ເຊື່ອມຊຶມກໍາແໜ້ນ, ປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເຂົ້າສູ່ຊີວິດຕົວຈິງນັບມື້ຫຼາຍຂຶ້ນ; ການຈັດຕັ້ງ ແລະ ສະມາຊິກກໍາມະບານກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. 
ໃນວັນທີ 3-4 ທັນວາ 2020 ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ໃຫ້ຄໍາເຫັນຊີ້ນໍາວ່າ: ສະຫະພັນກໍາມະບານລາວຈະຕ້ອງໄດ້ສືບຕໍ່ບຸກທະລຸທາງດ້ານຈິນຕະນາການຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ແຂງແຮງກວ່າເກົ່າ ໂດຍສ້າງການຫັນປ່ຽນດ້ານແນວຄິດຂອງຜູ້ຜະລິດນ້ອຍໄປສູ່ແນວຄິດຂອງຊົນຊັ້ນກໍາມະກອນ, ປັບປຸງ ແລະ ຂະຫຍາຍການຈັດຕັ້ງກໍາມະບານ ເຂົ້າສູ່ຫົວໜ່ວຍແຮງງານຢ່າງກວ້າງຂວາງທັງ ພາກລັດ ແລະ ເອກະຊົນໂດຍສະເພາະແມ່ນການລົງທຶນຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ແກ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າຢ່າງທົ່ວເຖິງ, ພ້ອມກັນນັ້ນ, ກໍຈະຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວໃຫ້ເປັນຂະບວນການ ຟົດຟື້ນ ແລະ ມີຄຸນນະພາບ. 
ກອງປະຊຸມຄັ້ງນີ້ໄດ້ມີຜູ້ແທນເຂົ້າຮ່ວມທັງໝົດ 495 ສະຫາຍ ໃນນີ້ມີຜູ້ແທນສົມບູນ ຈໍານວນ 400 ສະຫາຍຍິງ 71 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທົ່ວປະເທດ ຈໍານວນ 227.718 ສະຫາຍຍິງ 103.696 ສະຫາຍ. ຜູ້ແທນກອງປະຊຸມໃຫຍ່ໄດ້ເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຈໍານວນ 57 ສະຫາຍຍິງ 11 ສະຫາຍ ແລະ ເລືອກເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເລືອກເອົາ ສະຫາຍ ພອນສານ ວິໄລເກັ່ງ; ສະຫາຍ ນາງ ອາລິຍາວັນ ອັກຄະວົງ ແລະ ສະຫາຍ ວິໄລ ວົງຂະເສີມ ເປັນຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ. ເລືອກເອົາ ສະຫາຍ ພອນສານ ວິໄລເປັ່ງ ເປັນປະທານກວດກາ; ຈາກນັ້ນ, ກອງປະຊຸມໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ຂອງສະຫະພັນກໍາມະບານລາວແຕ່ລະຂັ້ນ ແລະ ການປະກອບສ່ວນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນທົ່ວປະເທດຊຶ່ງສ້າງໄດ້ຜົນງານອັນໃຫຍ່ຫຼວງໃນຫຼາຍດ້ານ. 
ຜູ້ແທນກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ ແລະ ຮັບຮອງທິດທາງແຜນການ 5 ປີ ໃນຕໍ່ໜ້າຊຶ່ງເປັນບາດລ້ຽວອັນສໍາຄັນ ໃນການນໍາພາ-ຊີ້ນໍາວຽກງານກໍາມະບານ ໂດຍສະເພາະແມ່ນໄດ້ສ້າງແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ IV ແຕ່ ປີ 2021-2025 ຊຶ່ງປະກອບດ້ວຍ 9 ແຜນງານ ແລະ 51 ໂຄງການ, ຮັບຮອງເອົາຄໍາຂວັນຂອງກໍາມະບານລາວ ກໍາມະ ບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນ້ໍາໃຈສາກົນກໍາມະຊີບ. 
ມາຮອດວັນທີ 9ຕຸລາ 2023ກົມການເມືອງສູນກາງພັກໄດ້ແຕ່ງຕັ້ງ ສະຫາຍ ເລັດ ໄຊຍະພອນ ກໍາມະການສູນ ກາງພັກ ມາເປັນປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ.

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ