ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ
ໃນວັນທີ 12 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມ ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ຄົນໃໝ່ ຂອງ ມຽນມາ, ແລະ ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ ທີ່ ບາງກອກ, ຣາຊະອານາຈັກ ໄທ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ແລະ ທັງເປັນຜູ້ຕາງໜ້າພິເສດ ຂອງ ປະທານອາຊຽນ ກ່ຽວກັບບັນຫາ ມຽນມາ.

 

ກອງປະຊມພບປະບເປນທາງການ ລະຫວາງ ລດຖະມນຕຕາງປະເທດອາຊຽນ ແລະ ລດຖະມນຕຕາງປະເທດ ຄນໃໝຂອງ ມຽນມາ ແລະ ກອງປະຊມປກສາຫາລບເປນທາງການ ແບບເປດກວາງ ກຽວກບບນຫາ ມຽນມາ - image 1
 

ກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດຄົນໃໝ່ຂອງ ມຽນມາ ໄດ້ຈັດຂຶ້ນແບບເຊິ່ງໜ້າເປັນຄັ້ງທຳອິດ ນັບຕັ້ງແຕ່ມີການຮັບຮອງເອົາ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນໃນປີ 2021. ການພົບປະດັ່ງກ່າວ ແມ່ນໜຶ່ງໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ເພື່ອເປັນການປຶກສາຫາລືຊ່ວຍ ມຽນມາ ໃນການຫາວິທີແກ້ໄຂບັນຫາພາຍໃນຂອງຕົນ ແລະ ກໍເປັນການຮັບຟັງການລາຍງານສະພາບການໃນມຽນມາ ພາຍຫຼັງທີ່ສະພາບການໃນມຽນມາ ໄດ້ມີການພັດທະ ນາໄປໃນທາງບວກ, ໂດຍສະເພາະຫຼັງຜົນສໍາເລັດການເລືອກຕັ້ງທົ່ວໄປ ແລະ ໄດ້ມີການປະກອບຄະນະລັດຖະບານໃໝ່.

ກອງປະຊມພບປະບເປນທາງການ ລະຫວາງ ລດຖະມນຕຕາງປະເທດອາຊຽນ ແລະ ລດຖະມນຕຕາງປະເທດ ຄນໃໝຂອງ ມຽນມາ ແລະ ກອງປະຊມປກສາຫາລບເປນທາງການ ແບບເປດກວາງ ກຽວກບບນຫາ ມຽນມາ - image 2
 

ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບບັນຫາ ມຽນມາ. ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ຜົນຂອງການລາຍງານສະພາບການໃນ ມຽນມາ ໂດຍລັດຖະມົນຕີກະຊວງການຕ່າງປະເທດ ຄົນໃໝ່ຂອງ ມຽນມາ ແລະ ແນວທາງໃນຕໍ່ໜ້າສຳລັບການຊ່ວຍເຫຼືອ ມຽນມາ ເພື່ອຊອກຫາວິທີທາງແກ້ໄຂບັນຫາໃນ ມຽນມາ ແບບສັນຕິວິທີ ແລະ ຍືນຍົງ ໂດຍອີງໃສ່ຫຼັກການ ມຽນມາ-ນໍາພາ, ມຽນມາ-ເປັນເຈົ້າການ, ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ. (ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫຼີ (KOTRA) ໄດ້ເຕົ້າໂຮມບັນດາບໍລິສັດ ສ ເກົາຫຼີ, ອົງການພາກລັດຂອງລາວ, ອົງການສາກົນ ແລະ ບັນດາທຸລະກິດພາຍໃນປະເທດ ເຂົ້າຮ່ວມງານ “the 2nd Korea–Laos Net-Zero Partnership 2026”ຈັດຂຶ້ນໃນວັນທີ 27–28 ສິງຫາ ທີ່ໂຮງແຮມ DoubleTree by Hilton Vientiane, ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານທົດແທນ, ການຫຼຸດຜ່ອນກາກບອນ ແລະ ການລົງທຶນສີຂຽວ.
ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ  (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ໃນວັນທີ 28 ສິງຫາ ຜ່ານມາ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນປະຕິວັດເດືອນສິງຫາ ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026). ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (5/9/1962 – 5/9/2026) ຢ່າງເປັນທາງການ.
ມອບ - ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ມອບ - ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີມອບ-ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ໂດຍການຊ່ວຍເຫຼືອຂອງລັດຖະບານອິນເດຍ​ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາຜ່ານນີ້ ທີ່ ວິທະຍາໄລສິລະປະແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ Shri Pabita Margherita ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຫັດຖະກຳ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ໂຢເກສວາ ຊັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ, ບັນດາແຂກທັງຝ່າຍລາວ ແລະ ອິນເດຍເຂົ້າຮ່ວມ.
ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ໃນວັນທີ 31 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 100 ລ້ານກວ່າຢວນ(ສະກຸນເງິນ ສປ ຈີນ) ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຊຶ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.
ວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ສະຖານທູດ ສ​ສຫວຽດນາມປະຈໍາ ສ​ປ​ປລາວຮ່ວມ​ກັບຫໍພິພິທະພັນວິຈິດສິນຫວຽດນາມ ແລະ ສູນວັດທະນະທໍາຫວຽດນາມປະຈໍາລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກຫົວໜ້າໂຄສະນາສະນາອົບຮົບສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຊານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສ​ປ​ປລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ໃນວັນທີ 26-27 ສິງຫາ 2026 ທີ່ ນະຄອນໂຮ່ຈິມິນສສ ຫວຽດນາມ ທ່ານ ນາງ ດາລານີ ພົມມະວົງສາ,ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1, ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 8 ແລະ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 7. ມີບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ບັນດາປະເທດຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ຮອງນາຍົກ ຕ້ອນຮັບຮອງເຈົ້າແຂວງເຈີຈ່ຽງ ສປ ຈີນ

ຮອງນາຍົກ ຕ້ອນຮັບຮອງເຈົ້າແຂວງເຈີຈ່ຽງ ສປ ຈີນ

ໃນວັນທີ 28 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ຊຸ ເຫວີນກໍວ່າງ ຮອງເຈົ້າແຂວງເຈີຈ່ຽງ ສປ ຈີນ ພ້ອມດ້ວຍຄະນະ.
ປາຖະກະຖາ 70 ປີ ຂອງສາຍພົວພັນ ລາວ-ອິນເດຍ

ປາຖະກະຖາ 70 ປີ ຂອງສາຍພົວພັນ ລາວ-ອິນເດຍ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍປະຈໍາ ສປປ ລາວ ໄດ້ຈັດປາຖະກະຖາພາຍໃຕ້ຫົວຂໍ້: “70 ປີຂອງສາຍພົວພັນ ລາວ - ອິນເດຍ: ຈາກຄູ່ຮ່ວມພັດທະນາສູ່ການເປັນຄູ່ຮ່ວມມືຮອບດ້ານ ຂຶ້ນໃນວັນທີ 28 ສິງຫານີ້ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ