ກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II

ກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II

ກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II
ກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 30 ມີຖຸນາຜ່ານມາ ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນການພັກ ເລຂາພັກແຂວງເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊມສະໄໝວສາມນ ຄງທ 4 ຂອງສະພາປະຊາຊນແຂວງຫວງນາທາ ຊດທ II - image 1
 

ເຊີ່ງໃນໄລຍະຜ່ານມາ ແຂວງຫລວງນ້ຳທາ ໄດ້ມີການປັບປຸງລະບົບບໍລິຫານລັດຄືນໃໝ່ຄື: ໄດ້ຮັບຮອງ ແລະປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງປີ 2025 ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເຊີ່ງໄດ້ກາຍເປັນຂີດໝາຍທາງປະຫວັດສາດທີ່ມີຄວາມໝາຍສຳຄັນທີ່ສຸດຂອງຊາດລາວເຮົາເພື່ອປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊີ່ງ ແລະ ຮອບດ້ານໃນລະບົບອໍານາດແຫ່ງລັດ ແລະ ຍູ້ແຮງການສ້າງເສດຖະກິດເອກະລາດແລະ ເປັນເຈົ້າຕົນເອງ ຢ່າງເປັນຮູບປະທໍາ.ເພື່ອຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ກໍຄືການຈັດຕັ້ງປະຕິບັດລັດຖະທຳມະນູນໃຫ້ປະກົດຜົນເປັນຈິງນັ້ນ ຢູ່ຂັ້ນສູນກາງ ກໍໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025.ດ້ວຍເຫດນັ້ນ ລະບົບກົງຈັກບໍລິຫານລັດຢູ່ຂັ້ນແຂວງຂອງພວກເຮົາ ກໍມີຄວາມຈຳເປັນ ທີ່ຈະຕ້ອງໄດ້ມີການປັບປຸງ ໃຫ້ທ່ວງທັນ ແລະ ແທດເໝາະກັບ

ສະພາບການຕົວຈິງ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນຕາມການສະເໜີຂອງອົງການປົກຄອງແຂວງ ເພື່ອພິຈາລະນາ, ຕົກລົງບັນຫາສຳຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນ: ໄດ້ຮັບຟັງການລາຍງານສະພາບການກະກຽມ ແລະ ດໍາເນີນການປັບປຸງກົງຈັກການຈັດຕັ້ງ ແລະ ການປັບປຸງບຸກຄະລາກອນຂອງຄະນະປັບປຸງຂັ້ນແຂວງ, ພິຈາລະນາ, ຮັບຮອງເອົາການສະເໜີປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ພິຈາລະນາ, ຮັບຮອງເອົາການສະເໜີຍົກຍ້າຍບັນດາຫົວໜ້າພະແນກການຂອງແຂວງ, ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງບັນດາຫົວໜ້າພະແນກການຂອງແຂວງ. ເພື່ອຮັບປະກັນໃຫ້ການພິຈາລະນາ, ຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້ ພ້ອມນັ້ນ,ປະທານສະພາປະາຊົນແຂວງ ຍັງໄດ້ຮຽກຮ້ອງໃຫ້ກັບທຸກພາກສ່ວນທີ່ກ່ຽຂ້ອງ ຈົ່ງໃຫ້ການຮ່ວມມື ສະ ໜອງຂໍ້ມູນທີ່ຮັດກຸມ, ຊັດເຈນ ພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງມີຈຸດສຸມ, ມີເຫດຜົນ, ພາວະວິໄສ ແລະ ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບແນວທາງຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ສາມາດອອກເປັນມະຕິ ແລະ ນຳໄປຈັດຕັ້ງປະຕິບັດໄດ້.

(ຂ່າວໂດຍ: ແກ້ວກວ໋າງ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ v ຂອງອົງຄະນະພັກ ສານປະຊາຊົນສູງສຸດ (ສປສສ)ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025 , ພາຍໃຕ້ການເປັນປະທານຂອງສະຫາຍ ນ. ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ຄະນະປະຈຳພັກ ແລະ ຄະນະພັກ ເຂົ້າຮ່ວມ
ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ປະ​ກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານໂດຍ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານເອົາໃຈໃສ່ແກ້ໄຂບັນ​ຫາຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ການເປັນຢູ່ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ການແກ້ໄຂເງິນເຟີ້, ການສໍ້ລາດບັງຫຼວງ,ການຂາດແຄນຄູສອນ.
ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດ IX,ໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານນາງສູນ​ທອນໄຊ​ຍະ​ຈັກຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ໂດຍ​ສະ​ເພາະກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແລະການ​ຄຸ້ມ​ຄອງ​ການ​ລົງ​ທຶນ.
ສສຊ ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານ

ສສຊ ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍບັນຫາສຳຄັນ.
ສສຊ ເຂດ 9 ສະເໜີ ລັດຖະບານພິຈາລະນາ ຈໍາກັດໃນການນໍາເຂົ້າ ສິນຄ້າຟູມເຟືອຍ

ສສຊ ເຂດ 9 ສະເໜີ ລັດຖະບານພິຈາລະນາ ຈໍາກັດໃນການນໍາເຂົ້າ ສິນຄ້າຟູມເຟືອຍ

ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກ 2025 ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນ ຕໍ່ບົດລາຍງານຂອງລັດຖະບານໂດຍສະເພາະກ່ຽວກັບການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP).
ສຳເລັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ຄັ້ງທີ 2 ສະໄຫມທີ່ VIII.

ສຳເລັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ຄັ້ງທີ 2 ສະໄຫມທີ່ VIII.

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ແຂວງໄຊຍະບູລີ ຄັ້ງທີ 2 ສະໄຫມທີ່ VIII ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້ທີຫ້ອງປະຊຸມຂອງເມືອງໂດຍການເປັນປະທານຂອງສະຫາຍ ນາງ ເພັດດາວອນ ສຸກຜາລີ ກໍາມະການພັກເມືອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງເມືອງໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີແຂກຖືກເຊີນເຂົ້າຮ່ວມ.
ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນ ເງິນຕາ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການປີ 2026 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 10 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ຈະພິຈາລະນາຫຼາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້,ທີ່ສະພາແຫ່ງຊາດ,ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳຂັ້ນສູງພັກ-ລັດ,ອາດີດການນຳຂັ້ນສູງ, ແຂກຖືກເຊີນ ແລະ ບັນດາສະມາມຊິກ ສະພາແຫ່ງຊາດ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.
ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ວັນທີ 5 ພະຈິກ 2025ນີ້ ຢູ່ທີ່ສະໂມສອນເມືອງວິລະບູລີ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງເມືອງຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫັວນນະເຂດ ພ້ອມດ້ວຍ ບັນດາສະຫາຍການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ເພີ່ມເຕີມ