![]() |
ໃນທີ່ປະຊຸມ ທ່ານ ສີເຮັງ ຫອມສົມບັດ ໄດ້ກ່າວໄຂ ກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງບົດລາຍງານ ແລະ ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ດັ່ງນີ້: ບົດລາຍງານໂດຍສັງເຂບຂອງທ່ານ ປະທານຄະນະກໍາມະການປົກຄອງແຂວງ ກ່ຽວກັບການເຄື່ອນ ໄຫວວຽກງານພົ້ນເດັ່ນຂອງອົງການປົກຄອງແຂວງປະຈໍາ 5 ປີ (2021-2025), ປະຈໍາປີ 2025;
ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ບົດລາຍງານຂອງພະແນກການເງິນແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ (2021-2025),ປະຈໍາປີ 2025 ແລະ ແຜນການ ປະຈໍາປີ 2026, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ (2026-2030); ບົດລາຍງານຂອງອົງການກວດສອບແຫ່ງລັດ ປະຈໍາພາກໃຕ້ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ 5 ປີ (2021-2025),ປະຈຳປີ 2025 ແລະ ແຜນການປະຈຳປີ 2026, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024; ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນການ ປະຈຳປີ 2026, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023; ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນການ ປະຈໍາປີ 2026, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030); ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນການ ປະຈໍາປີ 2026, ຮ່າງແຜນການ ເຄື່ອນໄຫວວຽກງານ 5 ປີ (2026-2030); ບົດລາຍງານຂອງສະພາປະຊາຊົນແຂວງກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025),ປະຈຳປີ 2025 ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V, ແຜນການປະຈຳປີ 2026, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030); ບົດປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງສາລະວັນ ຕໍ່ການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງສາລະວັນ 5 ປີ (2021-2025), ປະຈຳປີ 2025; ບົດລາຍງານການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V; ຮັບຟັງລາຍງານບັນຫາສໍາຄັນ ວຽກງານທີ່ພົ້ນເດັ່ນອື່ນໆຂອງແຂວງ.
![]() |
ເພື່ອເປັນບ່ອນອີງໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ໃນການຈັດຕັ້ງປະຕິບັດກອງປະຊຸມເທື່ອນີ້ ຈະໄດ້ຮັບຮອງເອົາມະຕິກອງປະຊຸມ ລວມມີ 8 ສະບັບ ຄື: ມະຕິສະ ພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ (2021-2025),ປະຈໍາປີ 2025 ແລະ ແຜນການປະຈໍາປີ 2026; ມະຕິສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ມະຕິສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ມະຕິສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025),ປະຈຳປີ 2025 ແລະ ແຜນການປະຈຳປີ 2026; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ຂອງອົງການກວດສອບປະຈໍາພາກໃຕ້; ມະຕິສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການ ປະຈຳປີ 2026, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາລັດແຂວງ; ມະຕິສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການ ປະຈໍາປີ 2026 ຂອງສານປະຊາຊົນແຂວງ; ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນການປະຈໍາປີ 2026 ອົງການໄອຍະການປະຊາຊົນແຂວງ; ມະຕິສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025),ປະຈຳປີ 2025 ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V, ແຜນການປະຈຳປີ 2026.
ພ້ອມນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ຮັດກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງແຂວງ ໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການແກ້ໄຂທີ່ສອດຄ່ອງຕໍ່ບັນຫາເຄັ່ງຮ້ອນ ແລະ ສັງຄົມໃຫ້ຄວາມສົນໃຈ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງໃນຄັ້ງນີ້ ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ.
ກອງປະຊຸມຈະດໍາເນີນໄປ ເຖິງວັນທີ 19 ທັນວາ 2025 ຈຶ່ງຈະສໍາເລັດ
(ພາບ: ຈັນທີ ດວງປັນຍາ ຂ່າວ: ດີລໍາພົນ ພົມມະຈັນ


ຄໍາເຫັນ