ກອງປະຊຸມໃນຄັ້ງນີ້: ປະກອບມີປະທານສະມາຄົມນັກກົດໝາຍຂອງບັນດາປະເທດອາ
ຊຽນເຂົ້າຮ່ວມທັງໝົດ 11 ປະເທດຄື: ສິງກະໂປ (ປະເທດເຈົ້າພາບ), ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ຟີລິປິນ, ໄທ, ຫວຽດນາມ ແລະ ຕີມໍເລດສ໌ເຕ ໃນນາມປະເທດສັງເກດການ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານຕາມຜົນຂອງກອງປະຊຸມຄັ້ງທີ 45 ທີ່ເມືອງເຊບູປະເທດຟີລິປິນ ໃນປີ 2024 ຜ່ານມາ ພ້ອມດຽວກັນນີ້ ຍັງໄດ້ຮັບຟັງຜົນການເຮັດວຽກຂອງບັນດາກຸ່ມວຽກຕ່າງໆຂອງສະມາຄົມນັກກົດໝາຍອາຊຽນ, ປຶກສາຫາລື ແຜນການເຄື່ອນ ໄຫວໃນຕໍ່ໜ້າ ແລະ ບັນຫາອື່ນໆທີ່ຜູ້ແທນໃຫ້ຄວາມສົນໃຈຮ່ວມກັນ.
ໃນໄລຍະຜ່ານ ສປສສ ໄດ້ເຂົ້າຮ່ວມກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນຄັ້ງທີ່ຜ່ານມາເຖິງແມ່ນວ່າພວກເຮົາຍັງບໍ່ທັນໄດ້ເປັນສະມາຊິກຂອງສະມາຄົມນັກກົດໝາຍອາຊຽນເທື່ອກໍຕາມ ພວກເຮົາໄດ້ຖືເອົາບາດກ້າວອັນສໍາຄັນນີ້ ໃນການຄົ້ນຄວ້າ ປຶກສາຫາລື ແລະ ພິຈາລະນາກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອສ້າງຕັ້ງສະມາຄົມນັກກົດໝາຍແຫ່ງ ສປປ ລາວ, ພ້ອມດຽວກັນນີ້ ພວກເຮົາກໍໄດ້ຈັດກອງປະຊຸມຫຼາຍຄັ້ງຮ່ວມກັບພາກສ່ວນຕ່າງໆເຊັ່ນ: ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນ, ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະພາທະນາຍຄວາມແຫ່ງ ສປປ ລາວ ເພື່ອປຶກສາຫາລື ສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງສະມາຄົມນັກກົດໝາຍແຫ່ງ ສປປ ລາວ ມາຮອດປີ 2025 ນີ້ ພວກເຮົາສາມາດສໍາເລັດຮ່າງລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມນັກກົດໝາຍແຫ່ງ ສປປ ລາວ ເພື່ອສະເໜີການສ້າງຕັ້ງຕໍ່ລັດຖະບານຕາມຂັ້ນຕອນ.
ຄ່ຽງກັນນີ້ ຄະນະຜູ້ແທນຂອງ ສປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມ ສໍາມະນາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງສາກົນ, ກອງປະຊຸມ ສໍາມະນາການປະຕິບັດກົດໝາຍຂ້າມຊາດໃນອາຊຽນ, ເຄື່ອຂ່າຍສະມາຄົມນັກກົດໝາຍອາຊຽນ ແລະ ກອງເລຂາສະພາຕຸລາການອາຊຽນດ້ານກົດໝາຍລົ້ມລະລາຍ (Sideline Meetings) ແລະ ກອງປະຊຸມສໍາມະນາກົດໝາຍລົ້ມລະລາຍ, ກົດໝາຍຊັບສິນທາງປັນຍາ ສໍາລັບຜູ້ປະຕິບັດງານ ແລະ ຜູ້ພິພາກສາອາຊຽນຕື່ມອີກ.(ຂ່າວ: ສປສສ )
ຄໍາເຫັນ