ຂ່າວລະບຸວ່າ: ກ່ອນດຳເນີນກອງປະຊຸມ, ທ່ານ ອັນໂຕນີໂອ ຄອສຕາ ປະທານສະພາເອີຣົບຊີ້ແຈ້ງວ່າ: ກອງປະຊຸມຄັ້ງນີ້ແມ່ນຂີດໝາຍສຳຄັນ, ສຸມໃສ່ແກ້ໄຂບັນດາບັນຫາຫຼັກແຫຼ່ງຄືຍົກສູງຄວາມສາມາດໃນການແກ້ງແຍ້ງ, ຮັບປະກັນຄວາມໝັ້ນຄົງ ແລະ ເພີ່ມທະວີຄວາມສາມາດໃນການເປັນເຈົ້າຍຸດທະສາດ. ໜຶ່ງໃນບັນດາເນື້ອໃນຈຸດສຸມໃນກອງປະຊຸມແມ່ນຍົກສູງກຳລັງແຮງເສດຖະກິດພາຍໃນກຸ່ມ. ບັນດາການນຳ EUປຶກສາຫາລືກ່ຽວກັບການປັບປຸງຕະຫຼາດລວມ, ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ພິເສດ, ກອງປະຊຸມພິຈາລະນາບັນດາມາດຕະການເພື່ອແນໃສ່ເພີ່ມທະວີບົດບາດທົ່ວໂລກຂອງສະກຸນເງິນເອີໂຣ, ຊ່ວຍພື້ນຖານເສດຖະກິດ EU ໃຫ້ມີຄວາມໝັ້ນແກ່ນຕໍ່ໜ້າບັນດາການຜັນແປທີ່ສັບສົນກ່ຽວກັບພູມີສາດເສດຖະກິດຈາກພາຍນອກ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ກອງປະຊຸມຄາດວ່າຈະຮັບຮອງເອົາຂໍ້ຕົກລົງວ່າດ້ວຍການອະນຸຍາດ ບູນກາຣີ ເຂົ້າຮ່ວມເຂດນຳໃຊ້ສະກຸນເງິນເອີຣົບ(Eurozone) ຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ 2026, ກາຍເປັນປະເທດທີ 21ທີ່ ນຳໃຊ້ສະກຸນເງິນ Euro.
CMG ປະກາດສັດນຳໂຊກງານລາຕີບຸນກຸດຈີນປີ 2026
ຂ່າວສານຊີອາໄອລາຍງານວ່າ: ມ້າສວຍສົດງົດງາມສີ່ໂຕໄດ້ປະກົດຕົວ,ອອກເດີນທາງ
ຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.
ຄໍາເຫັນ