ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 3

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 3

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 3
ກົມເຄຫາ ແລະ ຜັງເມືອງ ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດ (ສປຊ)ໄດ້ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 3 (3nd Lao National Urban Forum) ຂຶ້ນໃນວັນທີ 10 ທັນວານີ້ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າຂອງທ່ານ ງາມປະສົງ

ເມືອງມະນີລັດຖະມົນຕີ ກະຊວງຍທຂ,ທ່ານ ບັກໂຮເດັຍ ເບີຄະນ໋ອບ ຜູ້ປະສານງານອົງການ ສປຊ ປະຈໍາ ລາວ, ທ່ານ ອາວີ ຊາກາ ຫົວໜ້າທີ່ປຶກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍລິການພື້ນຖານໃນຕົວເມືອງ ຫົວໜ້າຫ້ອງການ UN Habitat ປະຈໍາ ລາວ,ທ່ານເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ມີບັນດາຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ ປະຈໍາ ລາວ, ຫົວໜ້າກົມ-ຮອງກົມ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ພາຍໃຕ້ຫົວຂໍ້ “ການຫັນເປົ້າໝາຍການພັດທະນາແບບຍືນຍົງ ໃນລະດັບທ້ອງຖິ່ນ ອັນສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງການຈັດວາງເປົ້າໝາຍການພັດທະນາແບບຍືນຍົງທົ່ວໃນໂລກ ກັບສະພາບການທ້ອງຖິ່ນຂອງປະເທດ. ອັນນີ້ບໍ່ແມ່ນເປັນພຽງຂະບວນການປັບຕົວເທົ່ານັ້ນແຕ່ຍັງເປັນຂະບວນການຂອງການປ່ຽນແປງໂດຍເປົ້າໝາຍໃນລະດັບໂລກ ສອດຄ່ອງກັບຄວາມເປັນຈິງຂອງປະເທດ ແລະ ທ້ອງຖິ່ນ.ໃນນັ້ນ, ຫົວຂໍ້ຍ່ອຍ“ການຮ່ວມມືກັບຊາວໜຸ່ມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ເພາະຊາວໜຸ່ມ ຄືອະນາຄົດຂອງປະເທດຊາດ; ຊາວໜຸ່ມເປັນກໍາລັງແຮງ, ມີຫົວຄິດປະດິດສ້າງ ແລະ ວິໄສທັດຂອງພວກເຂົາ ແມ່ນຊັບພະຍາກອນສໍາຄັນ ແລະ ຂາດບໍ່ໄດ້ ໃນການເດີນທາງໄປສູ່ການພັດທະນາຕົວເມືອງແບບຍືນຍົງ.

ການພັດທະນາຕົວເມືອງທຸກລະດັບໃຫ້ໜ້າຢູ່ ປະຊາຊົນທຸກຄົນມີທີ່ຢູ່ອາໄສ ຊຶ່ງເປັນໜຶ່ງໃນປັດໄຈຂັ້ນພື້ນຖານ ທີ່ເໝາະສົມ ແລະ ພຽງພໍ ແມ່ນວຽກງານບຸລິມະສິດລໍາດັບຕົ້ນໆ ທີ່ທຸກປະເທດໃນທົ່ວໂລກຕ່າງກໍໃຫ້ຄວາມສໍາຄັນໂດຍສະເພາະແມ່ນອົງການ UN Habitat ທີ່ໄດ້ເປັນເຈົ້າການຈັດກອງປະຊຸມເວທີຕົວເມືອງໂລກ ຂຶ້ນເປັນປະຈໍາທຸກໆປີ.ການຂະຫຍາຍຕົວຂອງຕົວເມືອງໃນທົ່ວໂລກ ໄດ້ເກີດຂຶ້ນຢ່າງວ່ອງໄວ, ລວມທັງໃນ ສປປ ລາວ. ສະນັ້ນ, ກະຊວງ ຍທຂ ຈຶ່ງໄດ້ກຳນົດວິໄສທັດຮອດປີ 2030 ແຜນຍຸທະສາດ ໄລຍະ 2022-2030 ແລະ ແຜນປະຕິບັດ ໄລຍະ 2022-2025. ພ້ອມນັ້ນ, ກໍໄດ້ນໍາເອົາວາລະການພັດທະນາເມືອງໃໝ່ (New Urban Agenda) ແລະ ຫຼັກການໃນການພັດທະນາຕົວເມືອງແບບຍືນຍົງມານໍາໃຊ້.

ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້, ເພື່ອເປັນເວທີໃນການນໍາສະເໜີປຶກສາຫາລື, ສົນທະນາ ແລະ ແລກປ່ຽນບົດຮຽນ ຈາກທຸກພາກສ່ວນກ່ຽວຂ້ອງ ທີ່ມີຄວາມທຸ້ມເທພະຍາຍາມ ແລະ ມີຄວາມຮັບຜິດຊອບຮ່ວມກັນ ໃນການກໍານົດອະນາຄົດຂອງຕົວເມືອງໂດຍສະເພາະແມ່ນກາລະໂອກາດ ແລະ ສິ່ງທ້າທາຍ ໃນການຫັນເປັນຕົວເມືອງ ທີ່ຕິດພັນກັບສ້າງພື້ນຖານເສດຖະກິດຕົວເມືອງໃຫ້ມີຄວາມເຂັ້ມແຂງເປັນແຮງຂັບເຄື່ອນໃຫ້ເກີດການຟື້ນຟູ ແລະ ການເຕີບໂຕ ຂອງເສດຖະກິດແຫ່ງຊາດ.

ທ່ານ ງາມປະສົງ ເມືອງມະນີ ກ່າວຕື່ມວ່າ: ການພັດທະນາແບບຍືນຍົງ (SGDs) ແລະ ການພັດທະນາສິ່ງແວດລ້ອມເພື່ອຊຸກຍູ້ການເຮັດກະສິກຳ ແບບຍືນຍົງ ຊຶ່ງເປັນຫົວຂໍ້ທີ່ສໍາຄັນໃນການປຶກສາຫາລື, ແລກປ່ຽນ ແລະ ເຮັດວຽກຮ່ວມກັນລະຫວ່າງພາກລັດ, ເອກະຊົນ ແລະ ຜູ້ທີ່ມີສ່ວນຮ່ວມໃນແຕ່ລະຂະແໜງການ. ນອກຈາກນີ້, ເວທີຕົວເມືອງແຫ່ງຊາດ ຄັ້ງທີ 3ຈະໄດ້ຈັດຂຶ້ນເປັນເວລາ5 ວັນເລີ່ມແຕ່ວັນທີ 9 ທັນວາ ຮອດວັນທີ 13 ທັນວາ 2024ຍັງມີອີກຫຼາກຫຼາຍຫົວຂໍ້ສົນທະນາ ແລະ ການນໍາສະເໜີຈາກພາກສ່ວນຕ່າງໆ ທີ່ຈະແບ່ງປັນປະສົບການ, ສິ່ງທ້າທ້າຍ ແລະ ກາລະໂອກາດ ເພື່ອກ້າວໄປສູ່ວາລະການພັດທະນາຕົວເມືອງຂອງພວກເຮົາ. ສະນັ້ນ, ຈຶ່ງສະເໜີມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ມີສ່ວນຮ່ວມໃນການພັດທະນາ ແລະ ແກ້ໄຂບັນຫາຂອງຕົວເມືອງໃນປະເທດເຮົາ ໃຫ້ມີຄວາມຍືນຍົງ, ໜ້າຢູ່ ແລະ ທັນສະໄໝ.

ໂອກາດນີ້, ທ່ານນາງ ວິສາພອນ ອິນທິລາດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ຍັງໄດ້ຂຶ້ນນໍາສະເໜີຄວາມເປັນມາຂອງເວທີຕົວເມືອງແຫ່ງຊາດ ຕື່ມອີກ.

  (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ