ກອງປະຊຸມວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ

ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7

ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7
ກອງປະຊຸມວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນຄັ້ງທີ 7 (The 7th Meeting of the ASEAN Data Protection and Privacy Forum)ໄດ້ເປີດຂຶ້ນໃນຕອນເຊົ້າ

ຂອງວັນທີ 22ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີເຈົ້າໜ້າທີ່46ທ່ານ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນກອງປະຊຸມຍ່ອຍຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນ (ADGSOM) ທີ່ໄດ້ຈັດຂຶ້ນໃນນະຄອນຫຼວງວຽງຈັນ ໃນລະຫວ່າງ21-25ຕຸລານີ້,ກອງປະຊຸມວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນອາຊຽນໄດ້ສຸມໃສ່ປຶກສາຫາລືກ່ຽວກັບການປະຕິບັດຫຼັກການປົກຂໍ້ມູນແລະເພື່ອອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄວາມຮູ້ ແລະ ການປະຕິບັດທີ່ດີທີ່ສຸດສຳລັບວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ລະຫວ່າງບັນດາປະເທດສະມາຊິກອາຊຽນ.
ກອງປະຊຸມໄດ້ຈັດຂຶ້ນເປັນເວລາໜຶ່ງວັນ ຊຶ່ງໃນພາກເຊົ້າແມ່ນກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານປົກປ້ອງຂໍ້ມູນ ຂອງແຕ່ລະປະເທດສະມາຊິກອາຊຽນ ທັງດ້ານນິຕິກຳ, ເຫດການຕ່າງໆ ແລະ ການແກ້ໄຂສິ່ງທ້າທາຍ ໃນວຽກງານປົກປ້ອງຂໍ້ມູນ, ສຳລັບ ສປປ ລາວ ນຳພາໂດຍ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈີຕອນ ແລະ ຂຶ້ນລາຍງານວຽກງານປົກປ້ອງຂໍ້ມູນ ຂອງ ສປປ ລາວ ໂດຍ ທ່ານ ສຸເນດໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພໄຊເບີກະຊວງເຕັກໂນໂລຊີແລະການສື່ສານ. ຈາກນັ້ນ ປະເທດສິງປະໂປ ໄດ້ລາຍງານເພີ່ມຕື່ມ ກ່ຽວກັບແຜນຈັດຕັ້ງປະຕິບັດຂອບການຮ່ວມມືອາຊຽນທາງດ້ານຂໍ້ມູນລັດຖະບານ (initiatives under ASEAN Framework on Digital Data Governance), ຂອບຮ່ວມມືສຳລັບການໂອນຍ້າຍຂໍ້ມູນສ່ວນບຸກຄົນຂ້າມແດນ (Operational Framework for the Global Cross-Border Privacy Rules (Global CBPR) System). ນອກຈາກນັ້ນ, ຜູ້ແທນຈາກປະເທດກໍາປູເຈຍ ໃນນາມປະທານຂອງກອງປະຊຸມ ໄດ້ລາຍງານ ບັນດາຂໍ້ລິເລີ່ມ ພາຍໃຕ້ແຜນງານ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໃນຕອນບ່າຍ ຂອງວັນດຽວກັນ ແມ່ນການຈັດສຳມະນາ ພາຍໃນຫົວຂໍ້ ເຕັກໂນໂລຊີໃໝ່ ແລະ ໃນການປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ (Industry EngagementForum On Emerging Technologies and Data Privacy). ໂດຍມີການນໍາສະເໜີ ຈາກອົງການປົກປ້ອງຂໍ້ມູນເອເລັກໂຕຣນິກ ຂອງປະເທດຍີ່ປຸ່ນ, ພາກສ່ວນທຸລະກິດຈາກບັນດາປະເທດອາຊຽນ ແລະ ມີການແລກປ່ຽນຄຳເຫັນກ່ຽວກັບ ຄວາມກັງວົນຕໍ່ກັບມາດຕະຖານປົກປ້ອງຂໍ້ມູນສ່ວນບຸກຄົນຂອງພາກທຸລະກິດ, ການແບ່ງປັນຂໍ້ມູນຂອງພາກລັດໃນແບບຂໍ້ມູນເປີດ, ລວມທັງການນຳໃຊ້ຂໍ້ມູນເພື່ອຕໍ່ຍອດໃຫ້ແກ່ ເຕັກໂນໂລຊີໃໝ່.
ກອງປະຊຸມຄັ້ງນີ້ , ຜູ້ເຂົ້າຮ່ວມໄດ້ສະແດງຄວາມຫວັງໃນອະນາຄົດຂອງການປົກປ້ອງຂໍ້ມູນໃນພາກພື້ນອາຊຽນຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມມຸ່ງໝັ້ນລວມຂອງບັນດາປະເທດສະມາຊິກເພື່ອເສີມສ້າງກົນໄກການປົກປ້ອງຂໍ້ມູນສ່ວນບຸກຄົນແລະສົ່ງເສີມວັດທະນະທໍາຄວາມເປັນສ່ວນຕົວທີ່ສອດຄ່ອງກັບຄວາມຕ້ອງການຂອງພົນລະເມືອງແລະທຸລະກິດ.
ຂ່າວ:ກະຊວງເຕັກໂນໂລຊີແລະການສື່ສານ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ