ກອງປະຊຸມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດທົ່ວປະເທດ

ກອງປະຊຸມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດທົ່ວປະເທດ
ເມື່ອບໍ່ດົນມານີ້ທີ່ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດທົ່ວປະເທດ ຂຶ້ນທີ່ຫ້ອງປະຊຸມສູນຝຶກອົບຮົມສູນກາງແນວລາວສ້າງຊາດນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຈາກກະຊວງ, ອົງການ, ຫົວໜ່ວຍທຸລະກິດເຂົ້າຮ່ວມ.
ທ່ານນາງ ດວງມະນີ ລາວມາວຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານນັບແຕ່ປີ 2020 ຫາ 2023 ແລະ ທິດທາງແຜນການປີ 2024 ຫາ 2025 ຊຶ່ງເປັນການຕີລາຄາຄືນຜົນງານອັນພົ້ນເດັ່ນທີ່ສາມາດຍາດມາໄດ້ໃນການເຄື່ອນໄຫວວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕະຫຼອດໄລຍະທີ່ຜ່ານມາ ເປັນຕົ້ນການປະກອບສ່ວນອັນສຳຄັນໃນການຊຸກຍູ້, ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງຂອງລັດ ແລະ ບັນດາຫົວໜ່ວຍທຸລະກິດເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໃນການບໍລິການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນຈາກການດໍາເນີນທຸລະກິດ ດ້ວຍວິທີການແກ້ໄຂ ຄື: ການໄກ່ເກ່ຍ ແລະ ການຕັດສິນ ໂດຍກໍາມະການຕັດສິນ. ຄຽງຄູ່ກັນນັ້ນ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຍັງປະກອບສ່ວນໃນການຫຼຸດຜ່ອນການນໍາເອົາຂໍ້ຂັດແຍ່ງໄປດໍາເນີນການຮ້ອງຟ້ອງຢູ່ສານປະຊາຊົນ ແລະ ວຽກງານແກ້ໄຂຂໍ້ຂັດແຍ່ງນີ້ ຍັງປະກອບສ່ວນໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ຢູ່ ສປປ ລາວ.    
ຈຸດປະສົງເພື່ອເປັນການສະຫຼຸບ ການຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ທົ່ວປະເທດແຕ່ປີ 2020 ຫາ 2023 ແລະ ວາງທິດທາງແຜນການປີ 2024 ຫາ 2025 ແລະ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄວາມຮັບຮູ້ເຖິງທີ່ຕັ້ງພາລະບາດ, ສິດ ແລະ ໜ້າທີ່ ຂອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງຈະໄດ້ປະກອບຄຳເຫັນ ເພື່ອເປັນການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ກ່ຽວກັບຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມກັນກໍານົດທິດທາງແຜນການເຄື່ອນໄຫວ
ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຢ່າງກົງໄປກົົງມາ ໂດຍມີການສົມທຽບດ້ານທິດສະດີໃສ່ກັບພຶດຕິກໍາຕົວຈິງ, ການລາຍງານສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃນໄລຍະທີ່ຜ່ານມາຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຂະແໜງສົ່ງເສີມວຽກງານຍຸຕິທໍາ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ ແລະ ການນຳສະເໜີບົດຮຽນ; ຜ່ານການປະກອບຄໍາເຫັນແລ້ວ ເຫັນວ່າ ຜູ້ເຂົ້າຮ່ວມແມ່ນມີຄວາມຮັບຮູ້ໄດ້ເຖິງທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ລວມໄປເຖິງຜົນປະໂຫຍດທີ່ຈະໄດ້ຮັບຈາກການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ຫຼາຍຂຶ້ນກວ່າເກົ່າ ຊຶ່ງເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍຢ່າງຈົບງາມ.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານລັດຖະມົນຕີ ຊຶ່ງທ່ານໄດ້ເນັ້ນໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດສືບຕໍ່ປັບປຸງກົງຈັກການຈັດຕັ້ງແລະ ພັດທະນາບຸກຄະລາກອນໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມທາງດ້ານປະລິມານແລະ ຄຸນນະພາບ; ໃຫ້ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ລວມທັງຜູ້ໄກ່ເກ່ຍ ແລະ ຜູ້ຕັດສິນ ທີ່ປະກອບສ່ວນໂດຍກົງໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສັງຄົມ ຈົ່ງຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງ-ນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງຍາມໃດກໍເຫັນເຖິງຄວາມສຳຄັນໃນການສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອພັດທະນາວຽກງານດັ່ງກ່າວໃຫ້ມີບົດບາດສູງຂຶ້ນໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ລວມທັງການເຂົ້າຮ່ວມລົງນາມສົນທິສັນຍາຫຼາຍສະບັບ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃຫ້ນັບມື້ສູງຂຶ້ນ ແລະ ແນໃສ່ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດການຄ້າ, ການລົງທຶນ, ການບໍລິການຂອງພາກລັດ ແລະ ເອກະຊົນໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ເປັນການປະກອບສ່ວນໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ.
ຂ່າວ-ພາບ: ໄໝສີສົດ

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ