ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII

ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII

ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII
ກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ - ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VII ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ນະຄອນຮາຍຟອງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ຮວ່າງ ແທັງ ຕຸ່ງ ກຳມະການສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ, ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ເລ ງັອກ ເຈົາ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາຄະນະບໍລິຫານງານພັກແຂວງຮາຍຟອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກສອງກະຊວງຍຸຕິທໍາລາວ-ຫວຽດນາມເຂົ້າຮ່ວມ.
ກອງປະຊມວຽກງານຍຕທຳບນດາແຂວງທມຊາຍແດນຕດຈອດກນ ລະຫວາງ ລາວ-ຫວຽດນາມ ເປດກວາງ ຄງທ VII - image 1
 
 ໃນກອງປະຊຸມຜູ້ແທນທັງສອງຝ່າຍ ໄດ້ຮັບຟັງການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຍຸຕິທໍາຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ເປີດກວ້າງຄັ້ງທີ VI ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍແມ່ນກະຊວງຍຸຕິທໍາ ສປປ ລາວ ເປັນເຈົ້າພາບ ຊຶ່ງໃນກອງປະຊຸມເປີດກວ້າງ ຄັ້ງທີ VII ນີ້ແມ່ນກະຊວງຍຸຕິທໍາຂອງ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ. ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານ ແລກປ່ຽນຄຳຄິດຄຳເຫັນ ເປັນຕົ້ນ ວຽກງານການຄຸ້ມຄອງ ແລະ ຈົດທະບຽນຄອບຄົວ, ສັນຊາດຕາມບໍລິເວນຊາຍແດນ, ການຕີລາຄາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານປະຕິບັດຄໍາຕັດສິນຂອງສານທາງແພ່ງ, ວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ຊ່ວຍເຫຼືອທາງດ້ານຍຸຕິທໍາໃຫ້ພົນລະເມືອງຢູ່ຕາມບໍລິເວນຊາຍແດນ, ວຽກງານຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານຍຸຕິທໍາໃນບັນຫາທາງແພ່ງ, ວຽກງານຝຶກອົບຮົມ ແລະ ບໍາລຸງກໍ່ສ້າງພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນໃນໄລຍະຜ່ານມາ.
ກອງປະຊມວຽກງານຍຕທຳບນດາແຂວງທມຊາຍແດນຕດຈອດກນ ລະຫວາງ ລາວ-ຫວຽດນາມ ເປດກວາງ ຄງທ VII - image 2
 
ຈາກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງທັງສອງກະຊວງຍຸຕິທຳລາວ-ຫວຽດນາມ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການຮ່ວມມືທີ່ໄດ້ລົງນາມໃນເດືອນກຸມພາ 2026 ແລະ ສືບຕໍ່ເຈລະຈາລົງນາມ ແລະ ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືສຳລັບປີຕໍ່ໄປ, ຈະເພີ່ມທະວີການແລກປ່ຽນປະສົບການເພື່ອເສີມສ້າງຄວາມອາດສາມາດໃນການສ້າງຮ່າງນິຕິກຳ, ປະເມີນຜົນເອກະສານທາງດ້ານກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານຍຸຕິທຳໃນບັນຫາທາງແພ່ງ, ການບໍາລຸງກໍ່ສ້າງ, ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດຂອງຂະແໜງຍຸຕິທໍາ, ປະສານສົມທົບກັນຊຸກຍູ້ສົ່ງເສີມບັນດາການເຄື່ອນໄຫວຂອງການຮ່ວມມືພາຍໃນພາກພື້ນອາຊຽນ, ໂດຍສະເພາະຜ່ານກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນ (ALAWMM) ແລະ ກອງປະຊຸມເຈົ້າໜ້າທີ່ກົດ ໝາຍອາວຸໂສອາຊຽນ (ASLOM); ການຮ່ວມມືຫຼາຍຝ່າຍລະຫວ່າງອາຊຽນ ແລະ ຄູ່ຮ່ວມອື່ນໆ. ປະສານສົມທົບກັນໃນການເຂົ້າຮ່ວມກອງປະຊຸມລັດຖະມົນຕີຍຸຕິທຳ/ກົດໝາຍແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງຄັ້ງທຳອິດ. ພິເສດ, ກະຊວງຍຸຕິທຳ ສປປ ລາວ ຈະສົ່ງຄະນະຜູ້ແທນເພື່ອເຂົ້າຮ່ວມເວທີປາໄສກົດໝາຍອາຊຽນໃນຫົວຂໍ້ "ການນຳໃຊ້ປັນ ຍາປະດິດໃນການສ້າງກົດໝາຍ ແລະ ການປະຕິບັດກົດໝາຍໃນຍຸກດີຈີຕອນ" ໃນເດືອນສິງຫາ 2026 ທີ່ຈະມາເຖິງນີ້ທີ່ ນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດນາມ, ເພີ່ມທະວີວຽກງານການໂຄສະນາເຜີຍແຜ່ກົດໝາຍ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ປະຊາຊົນໃນເຂດພູດອຍ, ຫ່າງໄກສອກຫຼີກ ແລະ ປະຊາຊົນທີ່ອາໄສຢູ່ໃນເຂດລຽບຕາມຊາຍແດນ ລາວ-ຫວຽດນາມ, ບັນດາພະແນກຍຸຕິທໍາ, ອົງການປະຕິບັດຄຳຕັດສິນຂອງສານ ຂອງສອງປະເທດທີ່ມີຊາຍແດນຕິດຈອດກັນ ແລະ ບັນດາແຂວງແຮກສ່ຽວ, ຈະເພີ່ມທະວີໃນການຫັນປ່ຽນເປັນດີຈີຕອນໃນການປະສານສົມທົບກັນ, ຈັດຕັ້ງຜັນຂະຫຍາຍບັນດາກິດຈະກໍາຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ໂດຍຖືເອົາວິທີການປະສານງານແບບເຊິ່ງໜ້າ ແລະ ທາງອອນລາຍ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ຕົກລົງເຫັນດີເປັນເອກະພາບກັນ ໃນການຈັດກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງ ສປປ ລາວ - ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VIII ທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນປີ 2028 ຕື່ມອີກ. 
 ກ່ຽວກັບການຮ່ວມມືຂັ້ນສູນກາງ: ຝ່າຍລາວສືບຕໍ່ຊຸກຍູ້ສະເໜີໃຫ້ຝ່າຍຫວຽດນາມ ກ່ຽວກັບໂຄງການ ODA ຂອງລັດຖະບານຫວຽດນາມ ທີ່ມອບໃຫ້ກະຊວງຍຸຕິທຳລາວ (ໂດຍຜ່ານຄະນະກຳມະການຮ່ວມມືສອງຝ່າຍລາວ-ຫວຽດນາມ) ພະຍາຍາມເພື່ອໃຫ້ໄດ້ການອະນຸມັດໃນປີ 2026 ເພື່ອຮັບປະກັນໃຫ້ທັນການ ກ່ຽວກັບໂຄງການຊ່ວຍເຫຼືອທາງດ້ານວິຊາການຂອງລັດຖະບານຫວຽດນາມ ທີ່ມອບໃຫ້ກະຊວງຍຸຕິທຳຂອງລາວ ຍົກສູງຄວາມອາດສາມາດໃນວຽກງານທາງດ້ານກົດໝາຍຂອງພະນັກງານກະຊວງຍຸຕິທຳລາວໃນຕົ້ນປີ 2027; ສອງກະຊວງຍຸຕິທຳ ຈັດຕັ້ງຜັນຂະ ຫຍາຍຂໍ້ຕົກລົງຂອງການຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ (ທີ່ໄດ້ລົງນາມໃນເດືອນກຸມພາ 2026), ສືບຕໍ່ເຈລະຈາ, ລົງນາມ ແລະ ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືສຳລັບປີຕໍ່ໄປ; ສອງກະຊວງຍຸຕິທຳ ຈະເພີ່ມທະວີການແລກປ່ຽນປະສົບການ ເພື່ອເສີມສ້າງຄວາມອາດສາມາດໃນການສ້າງຮ່າງນິຕິກຳ, ປະເມີນຜົນເອກະສານທາງດ້ານກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານຍຸຕິທຳໃນບັນຫາທາງແພ່ງ, ການບຳລຸງກໍ່ສ້າງ, ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດທາງດ້ານກົດໝາຍ; ສອງກະຊວງຍຸຕິທຳ ປະສານສົມທົບກັນຊຸກຍູ້ສົ່ງເສີມບັນດາການເຄື່ອນໄຫວຂອງການຮ່ວມມືພາຍໃນພາກພື້ນອາຊຽນ, ໂດຍສະເພາະຜ່ານກອງປະ ຊຸມລັດຖະມົນຕີຍຸຕິທຳອາຊຽນ (ALAWMM) ແລະ ກອງປະຊຸມເຈົ້າໜ້າທີ່ກົດໝາຍອາວຸໂສອາຊຽນ (ASLOM); ການຮ່ວມມືຫຼາຍຝ່າຍລະຫວ່າງອາຊຽນ ແລະ ຄູ່ຮ່ວມອື່ນໆ. ປະສານສົມທົບກັນໃນການເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຍຸຕິທຳ/ກົດໝາຍແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງຄັ້ງທຳອິດ. ພິເສດ, ກະຊວງຍຸຕິທຳລາວ ຈະຕ້ອງສົ່ງຄະນະຜູ້ແທນເພື່ອເຂົ້າຮ່ວມເວທີປາໄສກົດໝາຍອາຊຽນໃນຫົວຂໍ້ "ການນຳໃຊ້ປັນຍາປະດິດໃນການສ້າງກົດໝາຍ ແລະ ການປະຕິ ບັດກົດໝາຍໃນຍຸກດີຈີຕອນ" ໃນເດືອນສິງຫາ 2026 ທີ່ນະຄອນຫຼວງຮ່າໂນ້ຍ; ສອງກະຊວງຍຸຕິທໍາ ປະສານສົມທົບກັນໃນການຈັດກິດຈະກໍາຕ່າງໆ ເພື່ອລະນຶກເຖິງພິທີສະເຫຼີມສະຫຼອງວັນຄົບຮອບທີ່ສຳຄັນຂອງທັງສອງຝ່າຍໃນປີ 2027, ໂດຍສະເພາະແມ່ນ: ການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳ ລະຫວ່າງກະຊວງຍຸຕິທຳລາວ ແລະ ກະ ຊວງຍຸຕິທຳຫວຽດນາມ ຄົບຮອບ 45 ປີ (1987-2027), ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 65 ປີ (1962-2027) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ (1977-2027) ຮັບປະກັນປະສິດທິຜົນຕົວຈິງ ແລະ ຄວາມເປັນໄປໄດ້.
ກອງປະຊມວຽກງານຍຕທຳບນດາແຂວງທມຊາຍແດນຕດຈອດກນ ລະຫວາງ ລາວ-ຫວຽດນາມ ເປດກວາງ ຄງທ VII - image 3
 
ກ່ຽວກັບການຮ່ວມມືຂັ້ນທ້ອງຖິ່ນ: ສອງກະຊວງຍຸຕິທໍາ ຈະເພີ່ມທະວີວຽກງານການໂຄສະນາເຜີຍແຜ່ກົດໝາຍ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ປະຊາຊົນໃນເຂດພູດອຍ, ຫ່າງໄກສອກຫຼີກ ແລະ ເຂດຊາຍແດນ ເວົ້າລວມ (ໃນນັ້ນລວມທັງປະຊາຊົນທີ່ຢູ່ໃນເຂດລຽບຕາມຊາຍແດນ ລາວ-ຫວຽດນາມ), ຮັບປະກັນຄວາມເໝາະສົມກ່ຽວກັບສະພາບເສດຖະກິດ, ສັງຄົມ ແລະ ວັດທະນະທຳຂອງແຕ່ລະເຂດຊາຍແດນ; ບັນດາພະແນກຍຸຕິທຳ, ອົງການປະຕິບັດຄໍາຕັດສິນຂອງສານ ຂອງສອງປະເທດທີ່ມີຊາຍແດນຮ່ວມກັນ ແລະ ບັນດາແຂວງແຮກສ່ຽວ, ຈະເພີ່ມທະວີການຫັນປ່ຽນດີຈີຕອນໃນການປະສານສົມທົບກັນ, ຈັດຕັ້ງຜັນຂະຫຍາຍບັນດາກິດຈະກໍາຕ່າງໆໃນການຮ່ວມມື, ໂດຍລວມເອົາວິທີການປະສານງານແບບເຊິ່ງໜ້າ ແລະ ທາງອອນລາຍ.  
ຂ່າວ-ພາບ: ກະຊວງຍຸຕິທໍາ

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ