![]() |
ຈຸດປະສົງໃນການປະຕິບັດຍິງລູກປືນແທ້ໃນຄັ້ງນີ້, ເພື່ອປະຕິບັດຕາມທິດທາງແຜນການອົບຮົມ-ຫັດແອບການເມືອງ, ການທະຫານ ພະລາທິການ ແລະ ເຕັກນິກປະຈຳປີ 2025 ຂອງກົມກອງໃຫ້ເປັນຮູບປະທຳຕົວຈິງ ແລະ ມີປະສິດທິຜົນສູງ. ພ້ອມນີ້, ຍັງເປັນການຍົກສູງກວດກາຕີລາຄາຄືນລະດັບຄວາມຮູ້-ຄວາມສາມາດຂອງພະນັກງານນຳພາ-ບັນຊາແຕ່ລະຂັ້ນເຂົ້າໃນວຽກງານອົບຮົມ ເພື່ອເປັນການທົດສອບຄວາມຮູ້ ແລະ ກຳແໜ້ນທາງດ້ານທິດສະດີຫຼັກການທ່າຈັງຫວະໃນການນຳໃຊ້ອາວຸດໃຫ້ມີຄວາມຊຳນິຊຳນານ ເພື່ອກຽມພ້ອມຮັບໃຊ້ໃນວຽກງານສູ້ຮົບ ແລະ ສູ້ຮົບມີໄຊ ທັງນີ້ຍັງເປັນການທົດສອບສະມັດຖະພາບທາງດ້ານເຕັກນິກ, ພາຫະນະ, ອາວຸດຍຸດໂທປະກອນແຕ່ລະຊະນິດໃຫ້ນຳໃຊ້ໄດ້ຍາວນານ.
ໂອກາດນີ້, ສະຫາຍ ພັນເອກ ສົມແພງ ແກ້ວສີລາ ໄດ້ມີຄຳເຫັນໂອ້ລົມ ເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງຍົກສູງຄວາມຮັບຜິດຊອບໃນການນຳໃຊ້ອາວຸດບໍ່ໃຫ້ຕົກເຮ່ຍເສຍຫາຍ, ກຳແໜ້ນທິດສະດີ-ຫຼັກການໃຫ້ມີຄວາມຄ່ອງແຄ້ວໃນການດັບສູນເປົ້າໝາຍ, ປະຕິບັດຂໍ້ກຳນົດກົດລະບຽບຢູ່ໃນພາກສະໜາມໃຫ້ເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພ100%.
ຂ່າວ: ປິ່ນ ຂຸນພົນ, ພາບ: ອິນກອງ ສຸກໄຊ
ຍະ
ຄໍາເຫັນ