![]() |
ທ່ານ ນາງ ຕະ ເຟືອງ ຢຸງ ໄດ້ສະແດງຄວາມ ຂໍ່ານັບຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025), ຜ່ານຂະບວນການແຫ່ງໄຊຊະນະ ກໍຄືໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມນັ້ນ ກໍໄດ້ສະແດງຄວາມຂອບໃຈຕໍ່ ອົງຄະນະພັກ-ອົງການປົກຄອງແຂວງຈຳປາສັກ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງກວ້າງຂວາງ ແກ່ຜູ້ປະກອບການຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ, ຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນພາກພື້ນ, ລວມທັງ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ການສະໜັບສະໜູນ ດັ່ງກ່າວ. ເປັນການປະກອບສ່ວນ ອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໂດຍສະເພາະແມ່ນ ສອງທ້ອງຖິ່ນ.
![]() |
ທ່ານ ສຸພາບ ທຳມະຮັກສາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ຕະ ເຟືອງ ຢຸງ ພ້ອມດ້ວຍຄະນະ ສະມາຄົມນັກທຸລະກິດຫວຽດນາມ ປະຈໍາພາກໃຕ້, ຜ່າມມາສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ໄດ້ປະສານງານ ຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ, ເຮັດໃຫ້ການຮ່ວມມື ດັ່ງກ່າວ ມີຄວາມສະໜິດແໜ້ນເລິກເຊິ່ງ, ທັງເກີດຜົນປະໂຫຍດຕົວຈິງຫຼາຍຂຶ້ນ ແລະ ຂໍໃຫ້ພ້ອມກັນ ສືບຕໍ່ມູນເຊື້ອເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນ ແຂວງຈຳປາສັກ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
(ຂ່າວ: ທັດຊະນະ)


ຄໍາເຫັນ