ກອງຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41

ກອງຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41
ກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງທີ 41 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 17 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ:“ເພີ່ມທະວີການເປັນຄູ່ຮ່ວມໃນການສົ່ງເສີມສັນຕິພາບ, ຄວາມສະຫງົບ ແລະ ຄວາມໝັ້ນຄົງ” ໂດຍການເປັນປະທານກ່າວເປີດກອງປະຊຸມໂດຍ  ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ(ປກສ), ມີບັນດາຫົວໜ້າ ແລະ ຄະນະຜູ້ແທນຈາກປະເທດສະມາຊິກຕໍາຫຼວດອາຊຽນ, ຄູ່ເຈລະຈາ ແລະ ປະເທດສັງເກດການເຂົ້າຮ່ວມ.
ໃນພິທີ ທ່ານ ພົຕ ຄໍາກິ່ງ ຜຸ້ຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບຫົວໜ້າກໍາລັງຕໍາຫຼວດລາວ ໄດ້ກ່າວຕ້ອນຮັບຄະນະຜູ້ແທນຂອງແຕ່ລະປະເທດ ແລະ ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈມາຍັງບັນດາຫົວໜ້າ, ຄະນະຜູ້ແທນທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41  ຊຶ່ງກໍາລັງຕໍາຫຼວດລາວຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິງທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສໍາຄັນໃນຄັ້ງນີ້.
ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ວ່າ: ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ໄດ້ເປີດຂຶ້ນໃນເງື່ອນໄຂສະພາບແວດລ້ອມທີ່ມີທັງສິ່ງອໍານວຍຄວາມສະດວກ ແລະ ສິ່ງທ້າທາຍທົດສອບຫຼາຍດ້ານ, ກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງນີ້, ເປັນກອງປະຊຸມໜຶ່ງທີ່ສໍາຄັນ, ເພາະເປັນການສືບຕໍ່ເຈດຕະນາລົມແຫ່ງການຮ່ວມມືດ້ານວຽກງານຕໍາຫຼວດ ລະຫວ່າງ ບັນດາປະເທດສະມາຊິກຕໍາຫຼວດອາຊຽນ, ຄູ່ເຈລະຈາ ແລະ ປະເທດສັງເກດການ ເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນການລັກລອບຄ້າ-ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າ-ຂາຍອາວຸດ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າ ແລະ ການປອມແປງບັດເຄຣດິດ, ການສໍ້ໂກງຂ້າມຊາດ, ການປອມແປງເອກະສານເດີນທາງ, ອາຊະຍາກໍາທາງຄອມພິວເຕີ ແລະ ອາຊະຍາກໍາອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາທາງດ້ານວັດທະນະທໍາ-ສັງຄົມ ຂອງພາກພື້ນ ແລະ ສາກົນ, ດັ່ງນັ້ນກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມສໍາຄັນຢ່າງຍິງຕໍ່ກັບການເພີ່ມທະວີການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ໃນການຕອບຕ້ານຄືນບັນຫາອາຊະຍາກໍາຕ່າງໆ, ເພື່ອແນໃສ່ເຮັດໃຫ້ພາກພື້ນ, ກໍຄື ປະຊາຄົມໃນທົ່ວໂລກ ມີສັນຕິພາບ, ຄວາມສະຫງົບ ແລະ ໝັ້ນຄົງ.
ກອງປະຊຸມຄັ້ງນີ້ ຈະເປັນນິມິດໝາຍອັນສໍາຄັນ ໃຫ້ບັນດາຄະນະຜູ້ແທນປະເທດສະມາຊິກຕໍາຫຼວດອາຊຽນ, ປະເທດຄູ່ເຈລະນາ ແລະ ຜູ້ສັງເກດການ, ນັບທັງອົງການຈັດຕັ້ງພາກພື້ນ ແລະ ສາກົນທີ່ກ່ຽວຂ້ອງ ໄດ້ຮ່ວມກັນພະຍາຍາມໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັບປະກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການຕ້ານອາຊະຍາກໍາຂ້າມຊາດ ໃນຍຸກໂລກາພິວັດ ແລະ ເພື່ອເຮັດໃຫ້ຕໍາຫຼວດອາຊຽນ ກາຍເປັນເວທີແຫ່ງການຮ່ວມມື ທາງດ້ານວິຊາສະເພາະຕໍາຫຼວດ ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ຈະໄດ້ພ້ອມກັນປຶກສາຫາລື ແລະ ຜັນຂະຫຍາຍບັນຫາທີ່ມີຄວາມສົນໃຈຮ່ວມກັນ ໃຫ້ເກີດໝາກຜົນເທື່ອລະກ້າວ ໃນນີ້ສະເໜີໃຫ້ຕໍາຫຼວດອາຊຽນ ສືບຕໍ່ຢຶດໝັ້ນຄວາມເປັນອັນໜຶ່ງອັນດຽວກັນ, ຢຶດໝັ້ນຕໍ່ຄວາມພະຍາຍາມຮ່ວມມືປ້ອງກັນ, ສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະ ແມ່ນການຄ້າ-ຂາຍຢາເສບຕິດ, ສານເຄມີຕົ້ນ ທີ່ກຸ່ມອາຊະຍາກໍານໍາໃຊ້ເປັນສ່ວນປະສົມຜະລິດຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ; ຮ່ວມມືກັນຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ນິຕິກໍາອື່ນໆ ທີ່ກ່ຽວກັບການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ແລະ ການຈັດຕັ້ງປະຕິບັດຖະແຫຼງການຮ່ວມ ຂອງກອງປະຊຸມໃນແຕ່ລະປີໃຫ້ໄດ້ຮັບຜົນດີ; ເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານວຽກງານຕໍາຫຼວດໃຫ້ຫຼາຍຂຶ້ນກວ່າເກົ່າ, ເພື່ອເຮັດໃຫ້ພາກພື້ນອາຊຽນ ເປັນພາກພື້ນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື; ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງກອງເລຂາຕໍາຫຼວດອາຊຽນ ໃຫ້ກາຍເປັນອົງການຕົວແທນທີ່ສໍາຄັນ ຂອງບັນດາປະເທດສະມາຊິກຕໍາຫຼວດອາຊຽນ ໃນການຮ່ວມມື, ປະສານງານ, ເກັບກໍາຂໍ້ມູນ ເພື່ອຮັບໃຊ້ການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ຢູ່ພາກພື້ນ ແລະ ສາກົນ; ສະເໜີໃຫ້ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ ແລະ ຜູ້ສັງເກດການ ເພີ່ມທະວີຄວາມພະຍາຍາມຂຶ້ນຕື່ມ ໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຍົກລະດັບຂີດຄວາມສາມາດຂອງເຈົ້າໜ້າທີ່ຕໍາຫຼວດ ບັນດາປະເທດສະມາຊິກອາຊຽນ ໃຫ້ທັນກັບສະພາບຄວາມເປັນຈິງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ ໃນການຕ້ານອາຊະຍາກໍາຂ້າມຊາດ; ເພີ່ມທະວີການແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານ ກ່ຽວກັບບັນຫາອາຊະຍາກໍາຂ້າມຊາດ ທັງໃນຂອບເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.ກອງປະຊຸມຕໍາຫຼວດອາຊຽນຄັ້ງທີ 41 ນີ້ ແມ່ນຈະດໍາເນີນໄປຈົນເຖີງວັນທີ 19 ຕຸລາ 2023.
ຂ່າວ: ຍຸພິນທອງ, ພາບ: ບຸນຕອມ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ