ຂ່າວລະບຸວ່າ: ໃນນັ້ນ, ສິ່ງທີ່ໜ້າສົນໃຈ, ກົດໝາຍວ່າດ້ວຍປັນຍາປະດິດ 2025 ແມ່ນກົດໝາຍສະບັບທຳອິດຢູ່ ຫວຽດນາມ ທີ່ກຳນົດກ່ຽວກັບປັນຍາປະດິດ (AI) ຊຶ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນເດືອນທັນວາ 2025. ການສ້າງກົດໝາຍນີ້ແມ່ນເພື່ອສ້າງຂອບເຂດນິຕິກຳທີ່ເປັນເອກະພາບໃຫ້ແກ່ການພັດທະນາ ແລະ ການນຳໃຊ້ປັນຍາປະດິດ, ຮັບປະກັນການພັດທະນາຢ່າງປອດໄພ, ມີຄວາມຮັບຜິດຊອບ ແລະ ເພື່ອມະນຸດ; ຊຸກຍູ້ປັນຍາປະດິດໃຫ້ກາຍເປັນພື້ນຖານໂຄງລ່າງພູມປັນຍາແຫ່ງຊາດ ແລະ ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕທາງສະມັດຖະພາບ, ນະວັດຕະກຳ… ກົດໝາຍວ່າດ້ວຍປັນຍາປະດິດສະຫງວນຫຼາຍກົນໄກບຸລິມະສິດເພື່ອຊຸກຍູ້ການພັດທະນາລະບົບຊີວະພາບເຕັກໂນໂລຊີດີຈີຕອນຂອງ ຫວຽດນາມ.
ສະພາແຫ່ງຊາດກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ 2025 ໃນເດືອນທັນວາ 2025 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມີນາ ເປັນຕົ້ນໄປ ດ້ວຍຫຼາຍຈຸດໃໝ່ຕາມທິດໂປ່ງໃສ, ກະຈ່າງແຈ້ງກວ່າໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ກົດໝາຍໄດ້ຫຼຸດຜ່ອນຂະແໜງ, ອາຊີບລົງທຶນດຳເນີນທຸລະກິດໂດຍມີເງື່ອນໄຂລົງຫຼາຍ. ນັກລົງທຶນຕ່າງປະເທດສາມາດສ້າງຕັ້ງວິສາຫະກິດກ່ອນທີ່ຈະມີໂຄງການໄດ້, ຖ້າຕອບສະໜອງເງື່ອນໄຂເຂົ້າເຖິງຕະຫຼາດ.
ຈີນ ມຸ່ງໝັ້ນສ້າງຄວາມເຂັ້ມແຂງດ້ານເສດຖະກິດດ້ວຍການປະດິດສ້າງ
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ, ໂດຍເພິ່ນໄດ້ຍົກໃຫ້ເຫັນວ່າ: “ຕ້ອງຊຸກຍູ້ເສດຖະກິດໃຫ້ພັດທະນາໄປສູ່ການຂັບເຄື່ອນດ້ວຍການປະດິດສ້າງ, ມີໂຄງສ້າງເສດຖະກິດທີ່ປັບປຸງໃຫ້ດີຂຶ້ນ ແລະ ພັດທະນາໄປສູ່ທິດທາງທີ່ດີ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ, ພະຍາຍາມສູ້ຊົນເຮັດສຳເລັດໜ້າທີ່ເປົ້າ ໝາຍໝົດປີ ເພື່ອບັນລຸສະພາບການເລີ່ມຕົ້ນທີ່ດີແຫ່ງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”.
ຄໍາເຫັນ