![]() |
ການໃຊ້ແຜນການ 5 ປີເພື່ອກຳນົດທິດທາງການພັດທະນາປະເທດແມ່ນຄວາມເຫັນທີ່ເປັນເອກະພາບກັນຂອງສອງປະເທດຈີນ ແລະ ລາວ ໃນພຶດຕິກຳແຫ່ງການປົກຄອງປະເທດ. ຈີນໄດ້ສ້າງລະບົບການວາງແຜນພັດທະນາ ແລະ ການປະຕິບັດຕົວຈິງທີ່ບັງເກີດຜົນມາເປັນເວລາຫຼາຍສິບປີ, ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14 ຂອງຈີນໄດ້ຮັບຜົນສຳເລັດຢ່າງໂດດເດັ່ນເຊັ່ນ: ໄດ້ສ້າງລະບົບປະກັນສັງຄົມທີ່ໃຫຍ່ທີ່ສຸດໃນໂລກ, ອັດຕາປົກຄຸມຂອງລະບົບ 5G ໄດ້ກວມ 90% ຂອງກຸ່ມບ້ານບໍລິຫານໃນທົ່ວປະເທດ, ຄຸນນະພາບດ້ານສິ່ງແວດລ້ອມນິເວດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງໜັກແໜ້ນ, ຈີນໄດ້ຮັບການບຸກທະລຸໃນດ້ານວິທະຍາສາດເຕັກໂນໂລຊີທີ່ສຳຄັນເຊັ່ນ: ການຜະລິດເຮືອບິນໃຫຍ່ C919, ກຳປັ່ນບັນທຸກເຮືອບິນຝູຈ້ຽນ ແລະ ອື່ນໆ ຊຶ່ງໄດ້ກາຍເປັນບົດຮຽນທີ່ດີໃຫ້ແກ່ບັນດາປະເທດກຳລັງພັດທະນາ. ລາວກໍປະສົບຜົນສຳເລັດທີ່ໂດດເດັ່ນໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ເຊັ່ນດຽວກັນ: ຫຼາຍເປົ້າໝາຍທີ່ກຳນົດໄວ້ໃນແຜນດັ່ງກ່າວຂອງລາວເຊັ່ນ: ອັດຕາເຕີບໂຕດ້ານເສດຖະກິດ, ລາຍຮັບງົບປະມານ, ຍອດມູນຄ່າການຄ້າກັບຕ່າງປະເທດ ແລະ ອື່ນໆ ລ້ວນແຕ່ບັນລຸເກີນຄາດໝາຍ, ອັດຕາຄວາມທຸກຍາກໄດ້ຫຼຸດລົງຈາກ 18.3% ໃນປີ 2019 ມາເປັນ 15% ໃນປີ 2025. ຜົນງານເຫຼົ່ານີ້ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາໃນການພັດທະນາຂອງລາວທີ່ອີງໃສ່ສະພາບເງື່ອນໄຂຕົວຈິງຂອງປະເທດເທົ່ານັ້ນ, ຍັງມີຄວາມຄ້າຍຄືກັນກັບແນວຄິດແກນກາງຂອງຈີນທີ່ຖືເອົາປະຊາຊົນເປັນໃຈກາງຂອງແຜນພັດທະນາແຫ່ງຊາດ.
![]() |
6 ເປົ້າໝາຍແກນກາງທີ່ລະບຸໄວ້ໃນແຜນພັດທະນາແຫ່ງຊາດ 5 ປີຄັ້ງທີ 10 ຂອງລາວມີຄວາມຄ້າຍຄືກັບແນວຄິດການພັດທະນາຂອງຈີນເຊັ່ນ: ໃນຂົງເຂດການພັດທະນາສີຂຽວ, ລາວໄດ້ສະເໜີອອກມາວ່າໃຫ້ອັດຕາປົກຫຸ້ມຂອງປ່າໄມ້ບັນລຸເຖິງ 70%, ລະດັບພື້ນຖານໃນການປ່ອຍອາຍພິດເຮືອນແກ້ວຫຼຸດລົງ 60% ຊຶ່ງຈີນກໍໄດ້ສະເໜີຍຸດທະສາດການປ່ອຍກາກບອນໃຫ້ເຖິງຈຸດສູງສຸດ ແລະ ປອດການປ່ອຍກາກບອນ ລວມເຖິງແນວຄິດການພັດທະນາສີຂຽວໃນຂໍ້ສະເໜີກ່ຽວກັບແຜນພັດທະນາແຫ່ງຊາດ 5 ປີຄັ້ງທີ 15. ໃນດ້ານການເຊື່ອມໂຍງເຊື່ອມຈອດກັບພາກພື້ນ, ລາວໄດ້ຈັດເອົາເສັ້ນທາງລົດໄຟລາວ-ຈີນໄລຍະ 2 ແລະ ເສັ້ນທາງລົດໄຟລາວ-ໄທເຂົ້າໃນແຜນພັດທະນາແຫ່ງຊາດ ຊຶ່ງຈະກາຍເປັນກຳລັງແຮງທີ່ຊ່ວຍຊູຍູ້ໜູນການກໍ່ສ້າງພື້ນຖານໂຄງລ່າງຂ້າມຊາດພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ. ໃນດ້ານການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ລາວໄດ້ສະເໜີເປົ້າໝາຍຫຼຸດຜ່ອນອັດຕາຄວາມທຸກຍາກໃຫ້ຕ່ຳລົງ ແລະ ສ້າງວຽກເຮັດງານທຳຫຼາຍຂຶ້ນ, ສ່ວນຈີນກໍມີການສ້າງລະບົບປະກັນຊີວິດການເປັນຢູ່ຂອງປະຊາຊົນພາຍໃຕ້ທິດຊີ້ນຳ “ການສ້າງຄວາມຮັ່ງມີຮ່ວມກັນ”. ນອກຈາກນີ້, ຈີນມີບົດຮຽນອັນໃຫຍ່ຫຼວງໃນຂົງເຂດຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຢູ່ເຂດຊົນນະບົດ ຊຶ່ງຖືເປັນບົດຮຽນສຳຄັນທີ່ສຸດໃນການນຳໄປຈັດຕັ້ງປະຕິບັດຕົວຈິງຜ່ານໂຄງການທົດລອງຫຼຸດຜ່ອນຄວາມທຸກຍາກຢູ່ພາກພື້ນອາຊີຕາເວັນອອກ ແລະ ຢູ່ບ້ານຊຽງລ້ອມ ນະຄອນ-ຫຼວງພະບາງ ຂອງລາວ. ສິ່ງທີ່ໜ້າສັງເກດນັ້ນກໍຄື: ລາວໄດ້ສະເໜີໃຫ້ຖືເອົາການຫັນເປັນແບບດີຈີຕອນເປັນຂອດບຸກທະລຸໃນການພັດທະນາ, ຈີນກໍມີຍຸດທະສາດຂັບເຄື່ອນການພັດທະນາດ້ວຍການປະດິດສ້າງໃໝ່ເຊັ່ນດຽວກັນ. ຈີນ ແລະ ລາວ ສາມາດດຳເນີນການຮ່ວມມືໃນຂົງເຂດການພັດທະນາທີ່ມີຄຸນນະພາບສູງຕ່າງໆເຊັ່ນ: ເສດຖະກິດດີຈິີຕອນ, ການບໍລິຫານດ້ວຍປັນຍາປະດິດ ແລະ ອື່ນໆ ຊຶ່ງຈະສາມາດເພີ່ມພະລັງຂັບເຄື່ອນອັນແຂງແຮງເຂົ້າໃນການພັດທະນາຂອງລາວ.
![]() |
ຈາກແຜນພັດທະນາກາຍເປັນການພັດທະນາຕົວຈິງຈະຕັດແຍກອອກຈາກຄູ່ຮ່ວມຊາຕາກຳລາວ-ຈີນທີ່ໝັ້ນແກ່ນບໍ່ໄດ້. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ໄດ້ສະເໜີໃຫ້ເປີດກວ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບຈີນຢ່າງຈະແຈ້ງ, ສ່ວນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງທີ່ລະບຸໄວ້ໃນຂໍ້ສະເໜີກ່ຽວກັບແຜນພັດທະນາແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນຈະເປັນທິດຊີ້ນຳທາງຍຸດທະສາດໃຫ້ແກ່ສອງປະເທດຈີນ ແລະ ລາວ ລົງເລິກການປະສານສົມທົບກັນ, ການຮ່ວມມືຕົວຈິງຕ່າງໆເຊັ່ນ: ການເຊັນສັນຍາກ່ຽວກັບການກວດກາປະຕູດຽວ, ຄັ້ງດຽວຢູ່ດ່ານສາກົນທາງລົດໄຟລາວ-ຈີນ, ການສ້າງຕັ້ງສູນການຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ ແລະ ອື່ນໆ ຈະຊ່ວຍຊຸກຍູ້ການປະຕິບັດແຜນພັດທະນາແຫ່ງຊາດຂອງສອງປະເທດໃຫ້ປະສົບຜົນສຳເລັດຢ່າງຕໍ່ເນື່ອງ.
ສອງປະເທດຈີນ ແລະ ລາວ ພັດທະນາປະເທດແບບຊ່ວຍຊູຍູ້ໜູນກັນທາດແທ້ແລ້ວແມ່ນການສະໜັບສະໜູນຊຶ່ງກັນ ແລະ ກັນລະຫວ່າງປະເທດກຳລັງພັດທະນາ ໃນການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ ແລະ ເປັນພຶດຕິກຳຕົວຈິງແບບມີຊີວິດຊີວາໃນການຈັດຕັ້ງປະຕິບັດແນວຄິດການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພາຍໃຕ້ສະພາບແວດລ້ອມສາກົນທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ, ສອງປະເທດໄດ້ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ແລະ ປະສານສົມທົບກັນໃນດ້ານການພັດທະນາດ້ວຍຮູບແບບການວາງແຜນພັດທະນາແຫ່ງຊາດທີ່ຄ້າຍຄືກັນ ຊຶ່ງບໍ່ພຽງແຕ່ສາມາດແກ້ໄຂຄວາມຫຍຸ້ງຍາກດ້ານການພັດທະນາຂອງໃຜລາວເທົ່ານັ້ນ, ຍິ່ງສາມາດເປັນແບບຢ່າງທີ່ດີໃຫ້ແກ່ການຮ່ວມມື ພາກພື້ນ. ຄຽງຄູ່ກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໄດ້ຮັບການຈັດຕັ້ງປະຕິບັດນັບມື້ກ້າວສູ່ລວງເລິກ, ນີ້ຍ່ອມຈະກາຍເປັນຜົນການຮ່ວມມືຕົວຈິງທີ່ເປັນຮູບປະທຳຫຼາຍຂຶ້ນຢ່າງແນ່ນອນ ແລະ ຊ່ວຍໃຫ້ປະຊາຊົນສອງປະເທດຊົມໃຊ້ໂອກາດໃນການພັດທະນາໄດ້ດີກວ່າເກົ່າ.
ໂດຍ: ຊີອາໄອ



ຄໍາເຫັນ