ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື
ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.

 

ລາວ ແລະ ການາດາ ປກສາຫາລເພອເສມຂະຫຍາຍການພວພນຮວມມ - image 1
 

ໃນການພົບປະ, ສອງຝ່າຍ ຕ່າງກໍສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້ ຊຶ່ງເປັນການພົບປະຄັ້ງທໍາອິດຂອງທັງສອງລັດຖະມົນຕີຕ່າງປະເທດພາຍຫຼັງຮັບຕໍາແໜ່ງໃໝ່. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບແລະ ການຮ່ວມມືອັນຍາວນານລະຫວ່າງ ສປປ ລາວ ແລະ ການາດາ ຕະຫຼອດໄລຍະ 51 ປີຜ່ານມາ (ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1974) ຊຶ່ງສອງປະເທດສາມາດຮັກສາໄດ້ການພົວພັນ ແລະ ການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ພ້ອມກັນນີ້, ສອງຝ່າຍໄດ້ປຶກສາຫາລືທິດທາງໃນການຮ່ວມມື ໃນຕໍ່ໜ້າ, ໂດຍສະເພາະໃນຂອບການຮ່ວມມື ອາຊຽນ-ການາດາ ໃນນາມທີ່ ສປປ ລາວ ເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມືອາຊຽນ-ການາດາ (2024-2027). ສອງຝ່າຍຍັງໄດ້ຕົກລົງເຫັນດີຊຸກຍູ້ໃຫ້ມີການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ໂດຍສະເພາະການຄ້າ - ການລົງທຶນ ໄປຄຽງຄູ່ກັບການຮ່ວມມືດ້ານການເມືອງ, ຊຸກຍູ້ການຈັດກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດລາວ - ການາດາ ຄັ້ງທີ 5 ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ລາວ-ຫວຽດນາມ ຮ່ວມມືດ້ານວຽກງານການພິມ ແລະ ການຈັດພິມ

ກົມວັນນະຄະດີ ແລະ ພິມຈໍາໜ່າຍ ສປປ ລາວ ຮ່ວມກັບກົມຈັດພິມ, ການພິມ ແລະ ຈໍາໜ່າຍ ສສ ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມດ້ານວຽກງານການພິມ ແລະ ການຈັດພິມຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ສປປ ລາວ ແລະ ທ່ານ ຫງ້ວຽນ ຫງວຽນ ຫົວໜ້າກົມຈັດພິມ, ການພິມ ແລະ ຈໍາໜ່າຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຈາກກົມກອງ, ຜູ້ອໍານວຍການສໍານັກພິມ, ໂຮງພິມ, ປະທານສະມາຄົມ, ຜູ້ປະກອບການພາກລັດ ແລະ ວິສາຫະກິດ ພ້ອມດ້ວຍສໍາມະນາກອນ, ພະນັກງານວິຊາການພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສນຊ ປາຖະກະຖາວັນຊາດຫວຽດນາມ ຄົບຮອບ 80 ປີ

ສນຊ ປາຖະກະຖາວັນຊາດຫວຽດນາມ ຄົບຮອບ 80 ປີ

ພິທີປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ, ມີບັນດາກໍາມະການ ສນຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ

ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດໄທ

ໃນຕອນບ່າຍຂອງວັນທີ 8 ກັນຍາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ປະດັບຫຼຽນກາມິດຕະພາບໃຫ້ທ່ານທູດ ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ລມຕ ກະຊວງການຕ່າງປະເທດຕ້ອນຮັບ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ

ລມຕ ກະຊວງການຕ່າງປະເທດຕ້ອນຮັບ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ

ໃນ​ວັນ​ທີ 8 ກັນຍາ ນີ້ ທີ່​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ, ທ່ານ​ ທອງ​ສະຫວັນ​ ພົມວິຫານ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ ​​ທ່ານ ນາງ ການນີວິຍາຣາຈາ (Ms. KanniWignaraja) ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP).
Vietjet ນຳສະເໜີໂປຣໂມຊັນ 9/9 Mega Sale ຮັບສ່ວນຫຼຸດ 99% ພ້ອມບໍ່ເສຍຄານໍ້າໜັກກະເປົາເດີນທາງ

Vietjet ນຳສະເໜີໂປຣໂມຊັນ 9/9 Mega Sale ຮັບສ່ວນຫຼຸດ 99% ພ້ອມບໍ່ເສຍຄານໍ້າໜັກກະເປົາເດີນທາງ

ເຊີນນັກທ່ອງທ່ຽວໃຫ້ສະເຫຼີມສະຫຼອງວັນຄູ່ 9/9 ກັບສາຍການບິນ Vietjet ດ້ວຍໂປຣໂມຊັນປີ້ຍົນລາຄາຫຼຸດ 99% ສໍາລັບຄ່າປີ້ພື້ນຖານໃນທຸກໆເສັ້ນທາງ, ລວມທັງເສັ້ນທາງນະຄອນຫຼວງວຽງຈັນ ສປປ ລາວ - ນະຄອນໂຮ່ຈິມິນ ສສ ຫວຽດນາມ. ຜູ້ໂດຍສານຍັງຈະໄດ້ຮັບສິດບໍ່ເສຍຄ່າກະເປົາສຳລັບໂຫຼດໃຕ້ທ້ອງເຄື່ອງໜັກ 20 ກິໂລກຣາມ, ເຮັດໃຫ້ການຈັດກະເປົາສຳລັບການເດີນທາງຄັ້ງຕໍ່ໄປງ່າຍຂຶ້ນ.
ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ມອບ-ຮັບ ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ

ພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ລະຫວ່າງກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກັບ ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 5 ກັນຍາຜ່ານມາ ທີ່ໂຮງຮຽນດັ່ງກ່າວ ບ້ານສອງເໝືອງ ເມືອງໜອງບົກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ລາວ-ສ. ເກົາຫຼີ ວາງສະແດງໜັງສືໃບລານ-ຄໍາພີຈິກຈີ

ລາວ-ສ. ເກົາຫຼີ ວາງສະແດງໜັງສືໃບລານ-ຄໍາພີຈິກຈີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດສາທາລະນະລັດ ເກົາຫຼີ (ສ. ເກົາຫຼີ) ປະຈໍາ ສປປ ລາວ ໄດ້ຈັດງານວາງສະແດງໜັງສືໃບລານ ແລະ ຄໍາພີຈິກຈີ (JIKJI) ພ້ອມທັງມອບ-ຮັບປື້ມສໍາເນົາຈິກຈີ ຂອງ ສ. ເກົາຫຼີ ທີ່ໄດ້ຮັບຮອງເປັນຄວາມຊົງຈໍາຂອງໂລກ (UNESCO) ໃຫ້ແກ່ຫໍສະໝຸດແຫ່ງຊາດໃນວັນທີ 4 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ; ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະມາຄົມມິດຕະພາບ ລາວ - ສ. ເກົາຫຼີ ພ້ອມດ້ວຍແຂກຖືກເຊີນທັງ 2 ຝ່າຍ.
ກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18

ກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18

ໃນລະຫວ່າງ ວັນທີ 3-4 ກັນຍາ ຜ່ານມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18 (AMME 18) ແລະ ກອງປະຊຸຸມລັດພາຄີວ່າດ້ວຍສັນຍາອາຊຽນ ດ້ານມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນຄັ້ງທີ 20 (COP20) ແລະ ກອງປະຊຸມປິ່ນອ້ອມຕ່າງໆ ຊຶ່ງຈັດຂຶ້ນທີ່ ປະເທດມາເລເຊຍ, ກອງປະຊຸມດັ່ງກ່າວ ປະກອບມີບັນດາລັດຖະມົນຕີອາຊຽນ ດ້ານສິ່ງແວດລ້ອມ, ເລຂາທິການໃຫຍ່ອາຊຽນ, ບັນດາປະເທດຄູ່ຮ່ວມອາຊຽນ ແລະ ຄູ່ຮ່ວມພັດທະນາຕ່າງໆ ພາຍໃຕ້ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ

ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ ໃນວັນທີ 8 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ, ໂດຍທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢູນນານ, ພ້ອມພະນັກງານສໍານັກງານກຸ່ມໜັງສືພິມລາຍວັນຢຸນນານໃຫ້ກຽດຕ້ອນຮັບເປັນຢ່າງດີ.
ປະທານສະມາຄົມມິດຕະພາບ ລາວ-ກູບາ ເຂົ້າຢ້ຽມຂໍ່ານັບປະທານປະເທດກູບາ

ປະທານສະມາຄົມມິດຕະພາບ ລາວ-ກູບາ ເຂົ້າຢ້ຽມຂໍ່ານັບປະທານປະເທດກູບາ

ສະຫາຍ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດສ-ກາແນນ ເບມຸເດັດສ (Miguel Díaz-Canel Bermúdez) ປະທານປະເທດແຫ່ງ ສ ກູບາ ໃນໂອກາດມາຢ້ຽມຢາມ ສປປ ລາວ ລະຫວ່າງ ວັນທີ 6-7 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ