ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຮ່ວມ

ລາວ ເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ

ລາວ ເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ
ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນຮ່ວມ ກັບສະມາຊິກລັດຖະສະພາອາຊຽນ ແລະ ຜູ້ຊົງຄຸນວຸດທິຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນຂຶ້ນໃນວັນທີ 12 ສິງຫານີ້ ທີ່ນະຄອນຫຼວງວຽງຈັນສປປ ລາວ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ),

 

ມີຜູ້ຊົງຄຸນວຸດທິ, ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ສະມາຊິກລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ, ສະມາຊິກລັດຖະສະພາແມ່ຍິງ, ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມແຫ່ງຕີມໍແລັດສະເຕພ້ອມດ້ວຍຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຫົວໜ້າຄະນະຜູ້ແທນອາຊຽນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າໃນຫຼາຍບັນຫາຫຼາຍຂົງເຂດທີ່ສໍາຄັນ ເພື່ອຮ່ວມກັນພັດທະນາຍຸດທະສາດໃດທີ່ມີທ່າແຮງໃນການເພີ່ມທະວີການສ້າງນະໂຍບາຍຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເພື່ອເສີມຂະຫຍາຍບັນດາກົນໄກນິຕິບັນຍັດທີ່ມີຢູ່ແລ້ວ ແລະ ກຳນົດກາລະໂອກາດທີ່ມີຄວາມເປັນໄປໄດ້ໃນການຮ່ວມມືກັບລັດຖະສະພາ ແລະ ຜັນຂະຫຍາຍບົດບາດຂອງສະພາລະຫວ່າງຊາດອາຊຽນທີ່ສາມາດໃຫ້ການສະໜັບສະໜູນແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນຫຼັງປີ 2025.

ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານອາຊຽນຂອງສປປ ລາວ ໃນປີ 2024 ເພື່ອປະກອບສ່ວນເຂົ້າໃນການພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນຫຼັງປີ 2025ຊຶ່ງໃນໄລຍະຜ່ານມາໜ່ວຍງານພັດທະນາເອກະສານດັ່ງກ່າວໄດ້ມີການປະຊຸມຮ່ວມກັບບັນດາສູນ ແລະ ອົງການກ່ຽວຂ້ອງຂອງອາຊຽນຍັງໄດ້ສະແດງຄວາມເຫັນຕໍ່ບັນດາຂະແໜງການພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ບັນດານັກຄົ້ນຄວ້າ, ສະຖາບັນຄົ້ນຄວ້າຕ່າງໆ ແລະ ບັນດາອົງການຈັດຕັ້ງທາງສັງຄົມ. ຢ່າງໃດກໍຕາມ ສປປ ລາວ ໄດ້ປະກອບສ່ວນເຂົ້າໃນການສ້າງວິໄສທັດປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດຕ່າງໆ ຊຶ່ງໃນຕົ້ນປີນີ້, ໜ່ວຍງານພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນຫຼັງປີ 2025 ໄດ້ຖືກສ້າງຕັ້ງຂຶ້ນເພື່ອປະຕິບັດໜ້າທີ່ຂອງຕົນ.

ທ່ານນາງ ສວນສະຫວັນ ວິຍະເກດ ກ່າວອີກວ່າ: ອີງຕາມວິໄສທັດປະຊາຄົມອາຊຽນປີ 2045 ທີ່ຖືກຮັບຮອງຈາກຜູ້ນຳອາຊຽນເປັນພື້ນຖານໃຫ້ພາກພື້ນອາຊຽນມີຄວາມເຂັ້ມແຂງ, ມີນະວັດຕະກຳໃໝ່, ແຂງແກ່ນ ແລະ ປະຊາຊົນເປັນແກນກາງ. ຈາກປະຊາຄົມວັດທະນະທຳ-ສັງຄົມອາຊຽນ ກາຍເປັນຂົງເຂດຍຸດທະສາດຫຼັກ ແລະ ເປັນຕົວຊີ້ວັດຍຸດທະສາດທີ່ສາມາດຊຸກຍູ້, ສົ່ງເສີມ ແລະ ປະຕິບັດຕົວຈິງເພື່ອການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງເພື່ອເພີ່ມທະວີການພົວພັນຮ່ວມມືໃຫ້ກ້າວໄປສູ່ຈຸດປະສົງເປົ້າໝາຍຂອງປະຊາຄົມພວກເຮົາ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມ ຂອງ ສປປ ລາວ ແລະ ບົດຮຽນປະສົບການ ຂອງ ສສ ຫວຽດນາມ”. ໃນວັນທີ 5 ສິງຫານີ້, ທີ່ໂຮງ ແຮມເມືອງແທັງ ນະຄອນຫຼວງວຽງຈັນ.
ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ໃນວັນທີ 4 ສິງຫາ 2026 ທີ່ໂຮງແຮມ ຮໍລິເດອິນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣູດ (Kate Goodfroot), ເລຂານຸການໂທ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂັ້ນສູນກາງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) 8 ແຂວງ, ວິທະຍາໄລຄູ 8 ແຫ່ງ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ດວນມິງຮວນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 4 ສິງຫານີ້ ທີ່ສະພາທິດສະດີສູນກາງພັກ.
ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາຜ່ານ​ມາ ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ ສໍາລັບໄລຍະປີ 2026–2030 ເຊິ່ງຕາງໜ້າລົງນາມບົດບັນທຶກຝ່າຍລາວ ແມ່ນທ່ານ ສົົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຝ່າຍຫວຽດນາມ ແມ່ນ ທ່ານ ຮອງສາດສະດາຈານ ປະລິນຍາເອກ ຟ້າມມິງເຊິນ ຜູ້ອໍານວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ມີ​ພະ​ນັກ​ງານ​ທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ ຈາກ ສ ເກົາຫຼີ, ຍີ່ປຸ່ນ ແລະ ລາວ ໄດ້​ໄປ​ທັດ​ສະ​ນະ​ສາ​ສາ ການປະຕິບັດວຽກຂອງອົງການ IFAD ຢູ່ແຂວງຫຼວງພະບາງ ໃນກິດຈະກຳ ຂໍ້ລິເລີ່ມ ສໍາລັບໄວໜຸ່ມລາວ ພາຍໃຕ້ຫົວຂໍ້: ສິ່ງທ້າທາຍໃນການນໍາໃຊ້ ICT ໃນຂະແໜງການກະສິກຳ.
ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ໃນວັນທີ 30 ກໍລະກົດ 2026 ຜ່ານມານີ້, ກອງຮ້ອຍທະຫານຊາຍເເດນ 541 ທີ່ຂຶ້ນກັບກອງບັນຊາການທະຫານແຂວງອັດຕະປື ກອງທັບປະຊາຊົນລາວ ແລະ ຄ້າຍທະຫານຊາຍແດນ 671 ທີ່ຂຶ້ນກັບກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມກັນ 2 ຈຸດ ຄື: ຫຼັກໝາຍທີ 761-763, ຢູ່ທີ່ດ່ານເຣີລ໋ອງ ຄ້າຍທະຫານຊາຍແດນ 671 ກອງບັນຊາການທະຫານແຂວງກວາງຫງ໋າຍ.
ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ໃນວັນທີ 3 ສິງຫາ ນີ້ ທີ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ມີຄຳເຫັນໃນໂອກາດລະນຶກວັນເກີດຂອງສະຫາຍ ຟິແດນ ກັສໂຕຣ (Fidel Castro) ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນ ຂອງການປະຕິວັດກູບາ ຄົບຮອບ 100 ປີ (13/8/1926-13/8/2026) ຊຶ່ງສະຫາຍ ຈະເລີນ ເຢຍປາວເຮີ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ຮ່ວມກັບບັນດາສະຫາຍ ແລະ ເພື່ອນມິດຈາກທົ່ວໂລກ ມີຄຳເຫັນຕໍ່ສະຫາຍ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ.
ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 1-2 ສິງຫາຜ່ານມາ, ຄະນະນັກກິລາເຈົ້າໜ້າທີ່ຕຳຫຼວດແຫ່ງ ສປປ ລາວ ນຳພາໂດຍສະຫາຍ ພັອ ອານຸສິນ ສັກປະເສີດ (ຫົວໜ້າຄະນະ) ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນກິລາກ໊ອບ ຕຳຫຼວດອາຊຽນເປີດກວ້າງປະຈຳປີ 2026 (ASEAN Police Open Golf Tournament 2026) ທີ່ສະໜາມ Nova World Phan Thiet Golf Club ແຂວງລາມດົງ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ.
ສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີ

ສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີ

ພິທີປະດັບຫຼຽນຈາກພັກ-ລັດຖະບານແຫ່ງສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີຈັດ​ຂຶ້ນ​ໃນ​ວັນ​ທີ 1 ສິງ​ຫາ​ຜ່ານ​ມາທີ່ ແຂວງ​ໄຊ​ຍະ​ບູ​ລີໂດຍ​ມີສະຫາຍເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ, ສະຫາຍຮວາງຢາງຮອງເລຂາພັກແຂວງຜູ້ປະຈໍາການປະທານສະພາປະຊາຊົນແຂວງລາວກ່າຍສສຫວຽດນາມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊຍະບູລີ-ລາວກ່າຍ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ໄຊຍະບູລີ-ລາວກ່າຍ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງໄຊຍະບູລີ ສປປ ລາວ ແລະ ຄະນະຜູ້ແທນແຂວງ ລາວກ່າຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາຜ່ານ​ມາ ທີ່ແຂວງໄຊຍະບູລີ, ຝ່າຍ​ແຂວງ​ໄຊ​ຍະ​ບູ​ລີນຳ​ໂດຍທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີພ້ອມ​ຄະ​ນະ, ຝ່າຍຫວຽດນາມ ນໍາໂດຍ ທ່ານ ຮວາງ ຢາງ ຮອງເລຂາພັກແຂວງ ຜູ້ປະຈໍາການ ປະທານສະພາປະຊາຊົນແຂວງລາວກ່າຍ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ເພີ່ມເຕີມ