ລາວ ສຸມໃສ່ການຫຼຸດຜ່ອນອຸບັດເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ

ລາວ ສຸມໃສ່ການຫຼຸດຜ່ອນອຸບັດເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ

ລາວ ສຸມໃສ່ການຫຼຸດຜ່ອນອຸບັດເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ
ໃນວາລະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 16 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ)ໄດ້ສືບຕໍ່ແລກປ່ຽນຄໍາເຫັນກ່ຽວກັບຄວາມຄືບໜ້າ ແລະ ທົບທວນສະຖານະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງ ກັບການບັນລຸຈຸດປະສົງຂອງສົນທິສັນຍາ.
ລາວ ສມໃສການຫດຜອນອບດເຫດ ແລະ ຊວຍເຫອຜຖກເຄາະຮາຍ - image 1
 

 

ໃນກອງປະຊຸມໄດ້ສືບຕໍ່ປຶກສາຫາລືການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ການຮ່ວມມື ເພື່ອທົບທວນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດລູກຫວ່ານ, ພ້ອມທັງການຮ່ວມມື ແລະ ການຊ່ວຍເຫຼືອຈາກສາກົນ ແລະ ກອງປະຊຸມປິ່ນອ້ອມ (Side Events) ມີ 2 ຫົວຂໍ້ຄື: ຢໍ້າຄືນຫຼັກຖານ ແລະ ເຫດຜົນໃນການຕໍ່ຕ້ານລະເບີດລູກຫວ່ານ ແລະ ການສ້າງການປະຕິບັດ 28 ໃຫ້ໄດ້ຮັບຜົນ, ຄວາມເປັນຜູ້ນຳດ້ານການສຶກສາຄວາມສ່ຽງພາຍໃຕ້ສົນທິສັນຍາ CCM, ຄວາມໂປ່ງໃສ ແລະ ມາດຕະການແຫ່ງຊາດ ໃນການປຶກສາຫາລືກ່ຽວກັບມາດຕະການຄວາມໂປ່ງໃສ, ການປະຕິບັດຕາມພັນທະ ແລະ ມາດຕະການຈັດຕັ້ງປະຕິບັດແຫ່ງຊາດ.

ໃນພິທີ, ທ່ານ ອາລົມລັງສີ ລາຊະວົງ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໄດ້ປະກອບຄໍາເຫັນ ໃນວາລະການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (EORE), ຊຶ່ງເຫັນວ່າ ໃນປີ 2026, ໜ່ວຍງານ EORE ໄດ້ເຂົ້າເຖິງ 582 ບ້ານ ແລະ ປະຊາຊົນຈໍານວນ 252,576 ຄົນ, ໃນຂະນະທີ່ການໂຄສະນາຜ່ານສື່ຕ່າງໆໄດ້ເຂົ້າເຖິງປະຊາຊົນຈຳນວນ 875,714 ຄົນ. ສປປ ລາວ ກຳລັງຢູ່ໃນຂະບວນການພັດທະນາຍຸດທະສາດດ້ານ EORE ໄລຍະປີ 2027–2030 ເພື່ອຍົກລະດັບການປະສານງານ, ການລະດົມທຶນ, ການຕິດຕາມກວດກາ ແລະ ການນຳໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານ.

ໃນຖານະປະທານ ແລະ ເຈົ້າພາບກອງປະຊຸມທົບທວນຄັ້ງທີ 3, ສປປ ລາວ ໄດ້ສຸມໃສ່ "ມາດຕະການທີ 28" ຂອງແຜນປະຕິບັດງານນະຄອນຫຼວງວຽງຈັນ ແລະ ຮຽກຮ້ອງໃຫ້ມີການຮ່ວມມື ແລະ ການສະໜັບສະໜູນ ດ້ານຊັບພະຍາກອນຢ່າງຕໍ່ເນື່ອງຈາກສາກົນ ເພື່ອສົ່ງເສີມ ແລະ ຂະຫຍາຍວຽກງານ EORE.

ພ້ອມນັ້ນ, ທ່ານ ນາງ ສຸດາຈັນ ດາລຸນພັນ ຮອງຫົວໜ້າຫ້ອງການ ຄຊກລ ໄດ້ປະກອບຄໍາເຫັນໃນວາລະການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ (Victim Assistance) ໂດຍໄດ້ແຈ້ງໃຫ້ກອງປະຊຸມ ວ່າ: ສປປ ລາວ ຍຶດໝັ້ນຕໍ່ພັນທະຂອງຕົນ ໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດລູກຫວ່ານ, ໂດຍໄດ້ຖືເອົາຜູ້ຖືກເຄາະຮ້າຍ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບ ເປັນໃຈກາງຂອງຄວາມພະຍາຍາມແກ້ໄຂບັນຫາລະເບີດບໍ່ທັນແຕກຂອງຊາດ. ລັດຖະບານສົ່ງເສີມການປະສານງານພາຍໃນ ແລະ ໄດ້ເຊື່ອມສານເອົາວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍເຂົ້າໃນວຽກງານຂອງຂະແໜງການຕ່າງໆ ເປັນຕົ້ນແມ່ນດ້ານສຸຂະພາບກາຍ, ການຟື້ນຟູສຸຂະພາບຈິດ, ການປົກປ້ອງທາງສັງຄົມ, ການສຶກສາ ແລະ ການດໍາລົງຊີວິດທີ່ມີຄຸນນະພາບໂດຍສະເພາະຊຸມຊົນໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.

ບຸລິມະສິດຫຼັກໃນປີ 2026 ແມ່ນການພັດທະນາແຜນປະຕິບັດງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ 2027-2030 ໃຫ້ສອດຄ່ອງກັບບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສົນທິສັນຍາ CCM, ສົນທິສັນຍາ ວ່າດ້ວຍສິດທິຂອງຄົນພິການ (CRPD)ແລະ ເປົ້າໝາຍການພັດທະນາແບບຍືນຍົງ SDG 18.

ຈາກນັ້ນ, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໄດ້ກ່າວຄຳເຫັນໃນວາລະການສະໜັບສະໜູນ ແລະ ການຮ່ວມມືສາກົນ (International Cooperation and Assistance) ໂດຍໄດ້ເນັ້ນວ່າ: ການຮ່ວມມື ແລະ ການຊ່ວຍເຫຼືອສາກົນ ມີຄວາມຈຳເປັນຢ່າງຍິ່ງໃນການແກ້ໄຂບັນຫາ ລບຕ, ພ້ອມທັງຍົກໃຫ້ເຫັນຄວາມສຳຄັນໃນການເປັນເຈົ້າການຂອງປະເທດ ເປັນຕົ້ນ ການສະໜັບສະໜູນດ້ານທຶນຮອນ, ດ້ານເຕັກນິກ ແລະ ການສ້າງຂີດຄວາມສາມາດລວມທັງການແລກປ່ຽນບົດຮຽນ ພາຍໃຕ້ກົນໄກການປະສານງານແລະ ການຮ່ວມມືຜ່ານກອງປະຊຸມຂະແໜງການ ລບຕ (sector working groups) ທີ່ເປີດໂອກາດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງມີສ່ວນຮ່ວມ. ນອກຈາກນີ້, ສປປ ລາວ ຍັງສະໜັບສະໜູນການລະດົມທຶນທີ່ຫຼາກຫຼາຍສາມາດຄາດຄະເນໄດ້, ມີລັກສະນະຕໍ່ເນື່ອງ ແລະ ມີນະວັດຕະກໍາໃໝ່ໆ.

ສຳລັບທິດທາງໃນຕໍ່ໜ້າ, ສປປ ລາວ ໄດ້ຮຽກຮ້ອງໃຫ້ຮັດແໜ້ນການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ການສະໜັບສະໜູນການສ້າງຊັບພະຍາກອນມະນຸດທີ່ຍືນຍົງ ພາຍໃຕ້ແຜນປະຕິບັດງານນະຄອນຫຼວງວຽງຈັນ (VCAP) ເພື່ອສົ່ງເສີມຄວາມສາມາດຂອງປະເທດໃນໄລຍະຍາວ ແລະ ຊຸກຍູ້ຄວາມຄືບໜ້າຂອງສົນທິສັນຍາ CCM ໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ.

ພ້ອມດຽວກັນນັ້ນ, ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມປິ່ນອ້ອມ (Side Events) ພາຍໃຕ້ຫົວຂໍ້: ການຜັນຂະຫຍາຍແຜນປະຕິບັດງານນະຄອນຫຼວງວຽງຈັນ ຂໍ້ທີ 28 ກ່ຽວກັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ (Making Action 28 work: risk education leadership under the CCM) ແລະ ກ່າວເປີດຮ່ວມກັບທ່ານ Tobias Privitelli ເອກອັກຄະລັດຖະທູດ ແລະ ຫົວໜ້າສູນ ການຮ່ວມມືສາກົນ ວ່າດ້ວຍວຽກງານການກວດກູ້ ລບຕ ເພື່ອມະນຸດສະທໍາເຊີແນວ (GICHD), ສູນແກ້ໄຂບັນຫາ ລບຕ ເລບານອນ (LMAC). ໃນຕອນແລງຂອງວັນດັ່ງກ່າວຍັງໄດ້ຈັດກິດຈະກໍາການສະແດງສິລະປະ ຫົວຂໍ້ການສົ່ງເສີມວຽກງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍ (Strengthening Victim Assistance Through Survivor Participation, Disability Inclusion and Partnership) ຈັດໂດຍ ສະມາຄົມຄົນພິການ ແລະ ຜູ້ດ້ອຍໂອກາດຂອງ ສປປ ລາວ, ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການມີສ່ວນຮ່ວມຂອງຜູ້ຖືກເຄາະຮ້າຍຈາກ ລບຕ ໃນສັງຄົມ ກໍຄືການເປັນໃຈກາງຂອງວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ.

ສະພາບລວມການປະກອບຄຳເຫັນຂອງຄະນະຜູ້ແທນແຕ່ລະພາກສ່ວນ ໄດ້ຢ້ຳຄືນຫຼັກການສຳຄັນຂອງ ສົນທິສັນຍາໂດຍຖືເອົາຄວາມປອດໄພຂອງປະຊາຊົນເປັນໃຈກາງ ໂດຍຜ່ານບັນດາຫົວຂໍ້ຂອງກອງປະຊຸມນັບຈາກ ການໂຄສະນາສຶກສາຄວາມສ່ຽງໄພ ແລະ ໄພອັນຕະລາຍຂອງລະເບີດລູກຫວ່ານ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ບໍ່ສະເພາະແຕ່ປິ່ນປົວທາງດ້ານຮ່າງກາຍ ແລະ ຈິດໃຈເທົ່ານັ້ນ, ຍັງຕ້ອງສືບຕໍ່ຝຶກອົບຮົມດ້ານອາຊີບ ແລະ ໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນສັງຄົມ ແລະ ມີສ່ວນຮ່ວມໃນການຫຼຸດຜ່ອນອັນຕະລາຍຈາກລະເບີດບໍ່ທັນແຕກ ຊຶ່ງຈຳເປັນຕ້ອງການການມີສ່ວນຮ່ວມຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເພື່ອຮ່ວມກັນຂັບເຄື່ອນສ້າງຄວາມປອດໄພໃຫ້ປະຊາຊົນ ເພື່ອຈຸດປະສົງລວມຄືກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ.ແຫຼ່ງຂ່າວ: ຫ້ອງການ ຄຊກລ; ພາບ: ສຳນານ

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ