ລາວ-ຈີນ ຈັດກິດຈະກໍາອ່ານປຶ້ມສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ

ລາວ-ຈີນ ຈັດກິດຈະກໍາອ່ານປຶ້ມສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ

ລາວ-ຈີນ ຈັດກິດຈະກໍາອ່ານປຶ້ມສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ
ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໂດຍໄດ້ຮັບການສະໜັບສະໜູນຈາກວາລະສານຈໍາປາ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກໍາອ່ານປຶ້ມ "ສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ" ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຂຶ້ນໃນວັນທີ 24 ເມສານີ້ ທີ່ ມຊ, ໂດຍມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ທ່ານນາງ ຊູຕົ່ງຮວາ (Chu Donghua) ຫົວໜ້າສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ, ມີຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງລາວ-ຈີນ ເຂົ້າຮ່ວມ.
ລາວ-ຈນ ຈດກດຈະກາອານປມສາງປນຍາຄວາມຮໃນໝຮວມຫອງ - image 1
 

 

ໃນພິທີ, ທ່ານ ບຸນຍົງ ເພັດວິໄຊ ຮັກສາການຫົວໜ້າແທນຫົວໜ້າກົມສື່ມວນຊົນໜຸ່ມລາວ ສຊປລ ກ່າວວ່າ: ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນໍ້າຕິດຈອດກັນ, ເປັນເພື່ອນມິດຍຸດທະສາດບົນເສັ້ນທາງສັງຄົມນິຍົມ ທີ່ມີຊາຕາກໍາຮ່ວມກັນ. ຕະຫຼອດ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ມິດຕະພາບອັນເປັນມູນເຊື້ອລະຫວ່າງ ລາວ-ຈີນ ນັບມື້ນັບແໜ້ນແຟ້ນ, ຄວາມເຊື່ອໝັ້ນທາງດ້ານການເມືອງໄດ້ຮັບການລົງເລິກ ແລະ ການຮ່ວມມືຕົວຈິງກໍໄດ້ຮັບໝາກຜົນອັນດີງາມຢ່າງຫຼວງຫຼາຍ. ໃນວັນທີ 5 ກຸມພາ ທີ່ຜ່ານມາ, ການນໍາສູງສຸດຂອງສອງພັກສອງລັດ ໄດ້ຮ່ວມກັນປະກາດໃຫ້

ປີນີ້ເປັນ “ປີມິດຕະພາບ ລາວ-ຈີນ” ແລະ ໄດ້ເລີ່ມຈັດກິດຈະກໍາສະເຫຼີມສະຫຼອງຕ່າງໆ ເພື່ອສ້າງແຮງຜັກດັນໃໝ່ໃຫ້ແກ່ສາຍພົວພັນຂອງສອງຝ່າຍ. ກິດຈະກໍາໃນຄັ້ງນີ້, ກໍແມ່ນການຈັດຕັ້ງປະຕິບັດໜຶ່ງທີ່ເປັນຮູບປະທໍາ ເພື່ອຜັນຂະຫຍາຍເນື້ອໃນຂອງ “ປີມິດຕະພາບ ລາວ-ຈີນ” ແລະ ເພີ່ມທະວີການແລກປ່ຽນວັດທະນະທໍາ-ສັງຄົມ ລະຫວ່າງປະຊາຊົນສອງຊາດ.“ເພື່ອນຮ່ວມຫ້ອງ” ສໍາລັບທຸກໆຄົນໃນໄວຮຽນແລ້ວ ແມ່ນມີຄວາມໝາຍທີ່ພິເສດທີ່ສຸດ ແລະ ຄໍາວ່າ “ເພື່ອນຮ່ວມຫ້ອງ” ນີ້ກໍສາມາດນໍາມາເປັນການປຽບທຽບໃຫ້ແກ່ມິດຕະພາບ ລາວ-ຈີນ ໄດ້ຢ່າງດີ.

ລາວ-ຈນ ຈດກດຈະກາອານປມສາງປນຍາຄວາມຮໃນໝຮວມຫອງ - image 2
 

ເພາະຕະຫຼອດ 65 ປີຜ່ານມາ, ລາວ-ຈີນ ກໍປຽບເໝືອນເພື່ອນທີ່ນັ່ງຮ່ວມໂຕະດຽວກັນ, ພວກເຮົາໄດ້ຍ່າງຄຽງບ່າຄຽງໄຫຼ່, ແລກປ່ຽນບົດຮຽນການພັດທະນາຊຶ່ງກັນ ແລະ ກັນ, ຍື່ນມືເຂົ້າຊ່ວຍເຫຼືອໃນຍາມທຸກຍາກ ແລະ ຮ່ວມກ້າວເດີນໄປດ້ວຍກັນໃນຍາມເຕີບໃຫຍ່. 65 ປີ ແຫ່ງເລື່ອງລາວຂອງ “ເພື່ອນຮ່ວມຫ້ອງ” ລາວ-ຈີນ ໄດ້ຖືກຈາລຶກໄວ້ໃນຮອຍລາງລົດໄຟ, ໄວ້ໃນໂຮງໝໍ, ໂຮງຮຽນ, ທົ່ງນາ ແລະ ໃນຊີວິດປະຈໍາວັນທີ່ປະຊາຊົນລາວ ແລະ ຈີນ ໄດ້ພົບພໍ້, ຮູ້ຈັກ ແລະ ຊ່ວຍເຫຼືອເກື້ອກູນກັນ. ສໍາລັບງານອ່ານປຶ້ມຄັ້ງນີ້, ແມ່ນການນໍາໃຊ້ຕົວອັກສອນ ແລະ ເລື່ອງລາວຕ່າງໆ ເພື່ອເຮັດໃຫ້ສາຍໃຍແຫ່ງຄວາມຜູກພັນນີ້ມີຄວາມຈະແຈ້ງ ແລະ ອົບອຸ່ນຂຶ້ນກວ່າເກົ່າ. ດ້ວຍເຫດນັ້ນ, ກິດຈະກໍາອ່ານປຶ້ມ "ສ້າງປັນຍາກາດຄວາມຮູ້ໝູ່ຮ່ວມຫ້ອງ" ຈຶ່ງມີຄວາມໝາຍທີ່ສໍາຄັນຍິ່ງ. ພວກເຮົາໃຊ້ປຶ້ມເປັນສື່ກາງ ເພື່ອຫວນຄືນເບິ່ງຮອຍພື້ນຂອງປະຊາຊົນສອງຊາດ ຕັ້ງແຕ່ຮຸ່ນພໍ່ຮຸ່ນແມ່ຈົນຮອດຮຸ່ນລູກຮຸ່ນຫຼານ ທີ່ໄດ້ຝາກໄວ້ໃນຫ້ອງຮຽນຂອງກັນ ແລະ ກັນ ແລະ ເພື່ອໃຫ້ຊາວໜຸ່ມໃນມື້ນີ້ ໄດ້ສືບຕໍ່ກາຍເປັນ “ເພື່ອນຮ່ວມຫ້ອງ” ຂອງກັນ ແລະ ກັນ, ສ້າງຄວາມເຂົ້າອົກເຂົ້າໃຈ, ສ້າງຄວາມເຊື່ອໝັ້ນ ແລະ ຮ່ວມກັນສ້າງສາອະນາຄົດຮ່ວມກັນ. ຈາກນັ້ນ, ທ່ານ ອຸ່ນຫຼ້າ ສີວັນເພັງ, ທ່ານນາງ ຊູຕົ່ງຮວາ ແລະ ທ່ານ ບຸນຍົງ ເພັດວິໄຊ ໄດ້ໃຫ້ກຽດຂຶ້ນກົດປຸມເປີດນຳໃຊ້ຕູ້ປຶ້ມ "ຄັງປັນຍາຈາກພາກໃຕ້" ສປ ຈີນ ຢ່າງເປັນທາງການ.

ລາວ-ຈນ ຈດກດຈະກາອານປມສາງປນຍາຄວາມຮໃນໝຮວມຫອງ - image 3
 

ໂອກາດນີ້, ໄດ້ມີພິທີມອບລາງວັນໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຖ່າຍທອດເລື່ອງລາວ ແລະ ວິວທິວທັດຕາມເສັ້ນທາງລົດໄຟ ລາວ-ຈີນ ຜ່ານກິດຈະກຳປະກວດວີດີໂອສັ້ນ “ຂີ່ລົດໄຟໄປພົບກັບມໍຣະດົກໂລກ MUSTGO”. ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ແລະ ທ່່ານ ສົມມະໂນ ພົລເສນາ ຜູ້ອາວຸໂສຂອງຄອບຄົວພົລເສນາ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ