ລາວ-ຈີນ ສະແດງສິລະປະວັນນະຄະດີສະຫຼອງບຸນປີໃໝ່ຈີນປີ 2026

ລາວ-ຈີນ ສະແດງສິລະປະວັນນະຄະດີສະຫຼອງບຸນປີໃໝ່ຈີນປີ 2026

ລາວ-ຈີນ ສະແດງສິລະປະວັນນະຄະດີສະຫຼອງບຸນປີໃໝ່ຈີນປີ 2026
ງານສະແດງສິລະປະວັນນະຄະດີ ສະຫຼອງບຸນປີໃໝ່ຈີນປີ 2026 ລະຫວ່າງລາວ-ຈີນ ພາຍໃຕ້ຫົວຂໍ້: ລະດູບານໃໝ່ອັນສົດໃສ ສາຍໃຍເພື່ອນບ້ານທີ່ແໜ້ນແຟ້ນຈັດຂຶ້ນໃນຄໍ່າຄືນວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ, ທ່ານ ຢູຢຸ້ນຊຽນ ຮອງຫົວໜ້າກົມພາສາຕ່າງປະເທດແຫ່ງຊາດຈີນ, ທ່ານ ຊິນ ຈີນເຊີ້ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ, ທ່ານ ໄຊຊຽງຢົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ພັກກອມມູນິດຈີນ ແຂວງຢຸນນານ, ມີບັນດາທູຕານຸທູດ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ລາວ-ຈນ ສະແດງສລະປະວນນະຄະດສະຫອງບນປໃໝຈນປ 2026 - image 1
 

ທ່ານ ຄໍາມອນ ຈັນທະຈິດ ກ່າວວ່າ: ວັນບຸນກຸດຈີນ ບໍ່ພຽງແຕ່ເປັນວັນແຫ່ງການສະເຫຼີມສະຫຼອງການປ່ຽນຜ່ານຂອງລະດູການ, ແຕ່ຍັງແມ່ນສັນຍາລັກແຫ່ງ "ຄວາມຫວັງ, ການເລີ່ມຕົ້ນໃໝ່ ແລະ ຄວາມກົມກຽວ". ສໍາລັບຄະນະໂຄສະນາອົບຮົມສູນກາງພັກຍາມໃດກໍຕີລາຄາສູງ ຕໍ່ການພົວພັນຮ່ວມມືຖານສະຫາຍອ້າຍນ້ອງ ໂດຍສະເພາະໃນວຽກງານການເມືອງ-ແນວຄິດ ແລະ ການແລກປ່ຽນວັດທະນະທຳ. ພວກເຮົາເຊື່ອໝັ້ນວ່າພະລັງແຫ່ງຄວາມເຂົ້າອົກເຂົ້າໃຈກັນ ແລະ ເປັນຄູ່ຮ່ວມຊາຕາກຳ ຈະເປັນແຮງຊຸກດັນໃຫ້ສອງຊາດກ້າວໄປສູ່ຄວາມມັ່ງຄັ່ງເຂັ້ມແຂງ.

ລາວ-ຈນ ສະແດງສລະປະວນນະຄະດສະຫອງບນປໃໝຈນປ 2026 - image 2
 

ໃນໂອກາດອັນເປັນສິຣິມຸງຄຸນນີ້, ທ່ານ ຄໍາມອນ ຈັນທະຈິດ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ບັນດາທ່ານ, ຕະຫຼອດຮອດຄອບຄົວ ແລະ ພີ່ນ້ອງເຊື້ອສາຍຈີນ ຈົ່ງມີສຸຂະພາບພາລະນາໄມທີ່ສົມບູນເຂັ້ມແຂງທັງກາຍ ແລະ ໃຈ, ປະສົບຜົນສຳເລັດອັນຍິ່ງໃຫຍ່ໃນພາລະກິດການງານ ແລະ ການສ້າງສາພັດທະນາປະເທດຊາດ, ຂໍໃຫ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ແລະ ສາຍພົວພັນບົນພື້ນຖານຫຼັກການ 4 ດີຄື: ເພື່ອນມິດທີ່ດີ, ສະຫາຍທີ່ດີ, ພັນທະມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ.

ລາວ-ຈນ ສະແດງສລະປະວນນະຄະດສະຫອງບນປໃໝຈນປ 2026 - image 3
 

ທ່ານ ນາງ ຟາງຫົງ ກ່າວວ່າ: ບຸນກຸດຈີນ ແມ່ນບຸນປະເພນີທີ່ສໍາຄັນທີ່ສຸດຂອງປະຊາຊົນຈີນ ແລະ ໄດ້ຖືກຈົດບັນທຶກເປັນມໍຣະດົກວັດທະນະທຳນາມມະທຳຂອງມວນມະນຸດ ໂດຍອົງການອົງການອຸຍແນັສໂກ. ໃນນາມເປັນສັນຍະລັກທາງວັດທະນະທຳທີ່ບົ່ງບອກເຖິງການມາພົບປະສ້າງສັນ, ຄວາມກົມກຽວ ແລະ ການອວຍພອນ, ບຸນກຸດຈີນໄດ້ກາຍເປັນບຸນປະເພນີທີ່ທົ່ວໂລກຮ່ວມກັນສະເຫຼີມສະຫຼອງ.

ລາວ-ຈນ ສະແດງສລະປະວນນະຄະດສະຫອງບນປໃໝຈນປ 2026 - image 4
 

ບຸນກຸດຈີນບໍ່ພຽງແຕ່ແມ່ນຊ່ວງເວລາແຫ່ງການແບ່ງປັນຄວາມເບີກບານມ່ວນຊື່ນ ແລະ ສົ່ງມອບຄວາມຫວັງເທົ່ານັ້ນ, ແຕ່ຍັງເປັນການຊຸກຍູ້ການແລກປ່ຽນທາງວັດທະນະທຳ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ໃນຄໍ່າຄືນນີ້, ນັກສິລະປິນຈາກສອງຊາດລາວ-ຈີນໄດ້ຂຶ້ນເວທີສະແດງຮ່ວມກັນ ເພື່ອມອບຄວາມສຸກທາງວັດທະນະທຳອັນດີງາມໃຫ້ທຸກໆທ່ານ ຊຶ່ງຈະເປັນການຊຸກຍູ້ການແລກປ່ຽນຮຽນຮູ້ອາລິຍະທຳລະຫວ່າງ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ, ພ້ອມທັງສົ່ງເສີມຄວາມຮັກແພງ ແລະ ການເຊື່ອມໂຍງຈິດໃຈຂອງປະຊາຊົນທັງສອງຊາດໃຫ້ນັບມື້ນັບເລິກເຊິ່ງຂຶ້ນ.

ລາວ-ຈນ ສະແດງສລະປະວນນະຄະດສະຫອງບນປໃໝຈນປ 2026 - image 5
 

ລາຍການສະແດງສິລະປະວັນນະຄະດີໃນຄັ້ງນີ້ ປະກອບມີຫຼາຍລາຍການຄື: ການສະແດງເປີດງານລະດູໃບໄມ້ປົ່ງທີ່ສົດໃສ, ຮ້ອງເພງ ແລະ ຟ້ອນ ບົດເພງແຫ່ງຄວາມສິລິມຸງຄຸນມີ: ເພງສະຫຼອງບຸນປີໃໝ່ຈີນ, ໂຊກດີປີ ໃໝ່, ຟ້ອນລໍາສຽງນົກຂານຕ້ອນຮັບແສງຕາເວັນໃໝ່, ຟ້ອນນາງແກ້ວ, ສຽງເພງມ່ວນຊື່ນຂອງເສັ້ນທາງແຫ່ງມິດຕະພາບ, ດົນຕີພື້ນເມືອງປະສານສຽງຊ້າຍໜ້າ, ແພງຮັກຂອງເຜົ່າອີຊູ, ດົນຕີອໍແຄັສຕຣາ ສະບາຍດີຫຼວງພະບາງ, ຫຼຽງຈູ້, ບົດເພງທັດສະນະຄະຕິທີ່ດີ, ຄວາມຮັກປຽບດັ່ງສາຍນໍ້າ ແລະ ອື່ນໆ ໃຫ້ຄວາມມ່ວນຊື່ນ ແລະ ປະທັບໃຈໃຫ້ຜູ້ເຂົ້າຮ່ວມເປັນຢ່າງດີ.

ລາວ-ຈນ ສະແດງສລະປະວນນະຄະດສະຫອງບນປໃໝຈນປ 2026 - image 6
 

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ