![]() |
ການລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ໃນຄັ້ງນີ້ ແມ່ນສືບຕໍ່ຈາກການລົງນາມເອກະສານແລກປ່ຽນ ໂຄງການປັບປຸງສະໜາມບິນສາກົນວັດໄຕ ໃນປີ 2024 ທີ່ຜ່ານມາ ຈາກເດີມມູນຄ່າ2,836,000,000 ເຢນ ມາເປັນ 3,863,000,000 ເຢນ (ເພີ່ມຂຶ້ນ 1,027,000,000 ເຢນ). ການເພີ່ມມູນຄ່າການຊ່ວຍເຫຼືອດັ່ງກ່າວກໍແມ່ນເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໂຄງການສາມາດດໍາເນີນໄດ້ຢ່າງຕໍ່ເນື່ອງ ແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້ ເນື່ອງຈາກມີຫຼາຍປັດໄຈທີ່ເຮັດໃຫ້ລາຄາການຈັດຊື້-ຈັດຈ້າງເພີ່ມຂຶ້ນ ລວມທັງຜົນກະທົບຈາກບັນຫາເງິນເຟີ້ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງ ກໍຄືຂະແໜງການຄົມມະນາຄົມຂົນສົ່ງທາງອາກາດ ພ້ອມທັງໄດ້ຢືນຢັນວ່າລັດຖະບານລາວຈະສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ບັນລຸຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ພ້ອມດຽວກັນນີ້, ກໍຍັງໄດ້ສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກ ຍີ່ປຸ່ນ ໃນຊຸມປີຕໍ່ໜ້າ.
ຄຽງຄູ່ກັນນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວຢ່າງຮຸນແຮງ ຢູ່ແຂວງຄຸມະໂມໂຕ ປະເທດຍີ່ປຸ່ນ ໃນວັນທີ 28 ກໍລະກົດຜ່ານມາ.
ໃນໂອກາດດຽວກັນນີ້, ທ່ານ ໂຄອິຊຸມິ ຊຶໂຕະມຸ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ ປະຊາຊົນສອງຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ.
(ຂ່າວ: ກຕທ)

ຄໍາເຫັນ