ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025 ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຍັງຖືວ່າເປັນວຽກງານບູລິມະສິດຂອງລັດຖະບານທີ່ຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍຢ່າງໜັກແໜ້ນ ແລະ ບຸກທະລຸ ແນໃສ່ສ້າງຄວາມເຂັ້ມແຂງດ້ານເສດຖະກິດ ຂອງ ສປປ ລາວ ຫຼາຍຂຶ້ນ.ໃນໄລຍະ 2026-2030ຈະສຸມໃສ່ສະເໜີຄົ້ນຄວ້າເຊື່ອມສານເນື້ອໃນຈິດໃຈ ແລະ ບັນດາວຽກງານຈຸດສຸມຂອງວາລະແຫ່ງຊາດ ໃນໄລຍະ 2021-2025 ເຂົ້າໃນເນື້ອໃນ ແລະ ມາດຕະການການຈັດຕັ້ງປະຕິບັດຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (2026-2030), ແຜນປະຕິບັດງານຂອງແຕ່ລະຂະແໜງການຕິດພັນກັບການຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ພ້ອມທັງຄົ້ນຄວ້າກໍານົດຄາດໝາຍສູ້ຊົນໃນແຕ່ລະດ້ານ ອີງໃສ່ໝາກຜົນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ຄາດໝາຍດ້ານເສດຖະກິດມະຫາພາກໃນໄລຍະຕໍ່ໜ້າ;ສືບຕໍ່ຊຸກຍູ້ການຂະຫຍາຍຕົວເສດຖະກິດແຫ່ງຊາດ ໃຫ້ຢູ່ໃນລະດັບ5-6% ຕໍ່ປີ ໂດຍສຸມໃສ່ການສ້າງເງື່ອນໄຂ ແລະ ປັບປຸງປັດໄຈການຜະລິດຂອງຂະແໜງການເສດຖະກິດທີ່ເປັນບູລິມະສິດ ແລະ ເປັນປາຍແຫຼມ ລວມມີ: 1) ຂະແໜງພະລັງງານ, 2)ຂະແໜງການຜະລິດກະສິກໍາ ແລະ ປຸງແຕ່ງກະສິກໍາ, 3) ຂະແໜງການຜະລິດປຸງແຕ່ງອຸດສາຫະກຳ ລວມທັງປຸງແຕ່ງແຮ່ທາດ, 4). ຂະແໜງ ການທ່ອງທ່ຽວ, 5) ຂະແໜງການບໍລິການຂົນສົ່ງ ແລະ ໂລຈິສຕິກ, 6)ຂະແໜງອຸດສາຫະກໍາປຸງແຕ່ງທີ່ເປັນຕ່ອງໂສ້ການຜະລິດພາກພື້ນ (ຕິດພັນກັບທ່າແຮງດ້ານຊັບພະຍາກອນ, ທີ່ຕັ້ງ ເຊື່ອມຈອດ) ແລະ 7) ຂະແໜງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ; ການສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ: ສືບຕໍ່ສຸມໃສ່ການສ້າງຄວາມເຂັ້ມ ແຂງດ້ານການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽບອາຫານໃຫ້ພຽງພໍ ແລະ ສາມາດຈໍລະຈອນສະໜອງສິນຄ້າດັ່ງກ່າວໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ໂດຍສະເພາະແກ້ໄຂບັນຫາດ້ານຕົ້ນທຶນຂອງການຂົນ ສົ່ງ; ສຸມໃສ່ການຜະລິດ ແລະ ສະໜອງແນວພັນພືດ ແລະ ສັດພາຍໃນໃຫ້ພຽງພໍ, ຫຼຸດຜ່ອນການນໍາເຂົ້າແນວພັນພືດ ແລະ ສັດໃຫ້ໄດ້ຫຼາຍທີ່ສຸດ. ນອກຈາກນັ້ນ, ມີຄວາມຈໍາເປັນທີ່ຈະໄດ້ປັບປຸງບັນຊີສິນຄ້າສົ່ງ ເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າຢ່າງຈະແຈ້ງ ພ້ອມທັງສົ່ງເສີມຢ່າງມີຈຸດສຸມ, ກຳນົດເຂດການຜະລິດ ແລະ ເຂດທີ່ຈຳເປັນຕ້ອງໄດ້ນໍາເຂົ້າສິນຄ້າຢ່າງຈະແຈ້ງ, ມີນະໂຍບາຍຄຸ້ມຄອງຢ່າງມີປະສິດທິຜົນ ແລະ ຈັດສັນງົບປະມານສະເພາະ ເພື່ອສົ່ງເສີມການຜະລິດສິນຄ້າທີ່ເປັນທ່າແຮງ. ອີກດ້ານໜຶ່ງ, ສຸມໃສ່ຂະຫຍາຍການຜະລິດກະສິກຳທີ່ໄດ້ຮັບໂກຕ້າເຂົ້າເຖິງຕະຫຼາດຢູ່ປະເທດເພື່ອນບ້ານໃກ້ຄຽງໃຫ້ເປັນຮູບປະທຳ ໂດຍສະເພາະການຮັບປະກັນ ແລະ ຢັ້ງຢືນດ້ານຄຸນນະພາບ, ການພັດທະນາໂຄງລ່າງພື້ນຖານສະໜັບສະໜູນຂະບວນການຜະລິດຂອງສິນຄ້າກະສິກຳທີ່ມີທ່າແຮງ ແລະ ຫັນໄປສູ່ການປຸງແຕ່ງພາຍໃນໃຫ້ໄດ້ຫຼາຍຂຶ້ນ ເປັນຕົ້ນການປຸງແຕ່ງຢາງພາລາ, ປຸ໋ຍ ແລະ ອື່ນໆ;ການຄຸ້ມຄອງດ້ານການເງິນງົບປະມານ ຄວນສຸມໃສ່ການຂະຫຍາຍຖານລາຍຮັບພາຍໃນ ໃຫ້ໄດ້ໃນລະດັບ 20% ຂອງ GDP ເປັນຕົ້ນຖານອາກອນມູນຄ່າເພີ່ມ, ອາກອນຊົມໃຊ້, ອາກອນທີ່ດິນ, ອາກອນສິ່ງແວດລ້ອມ ແລະ ອື່ນໆ, ຫຼຸດຜ່ອນການຍົກເວັ້ນການເກັບລາຍຮັບດ້ານພາສີ-ອາກອນ ໂດຍສະເພາະຕິດພັນກັບໂຄງການລົງທຶນສໍາປະທານຕ່າງປະເທດ ແລະ ສືບຕໍ່ເລັ່ງການຫັນເປັນທັນສະໄໝຂອງວຽກງານການເງິນ. ການເພີ່ມຂຶ້ນຂອງລາຍຮັບພາຍໃນ ຈະສ້າງເງື່ອນໄຂໃນການປັບໂຄງສ້າງດ້ານລາຍຈ່າຍ ຊຶ່ງສາມາດມີແຫຼ່ງທຶນຊຳລະໜີ້ສິນ ແລະ ຈັດສັນເຂົ້າສູ່ການພັດທະນາເສດຖະກິດ-ສັງຄົມໄດ້ຫຼາຍຂຶ້ນ ໄປຄ່ຽງຄູ່ກັບການສຸມໃສ່ປັບປຸງປະສິດທິຜົນດ້ານລາຍຈ່າຍງົບປະມານຢ່າງມີຈຸດສຸມ; ສຸມໃສ່ການແກ້ໄຂໜີ້ສິນສາທາລະນະໃຫ້ຜ່ອນຄາຍລົງ ໂດຍສຸມໃສ່ການຈຳກັດການເບີກຖອນເງິນກູ້ຢືມ, ຂົນຂວາຍນໍາໃຊ້ແຫຼ່ງທຶນທີ່ບໍ່ແມ່ນການກູ້ຢືມ, ເລັ່ງເກັບຄືນເງິນກູ້ຢືມຕໍ່ຈາກບັນດາລັດວິສາຫະກິດ ແລະ ຈຳກັດການອອກຄໍ້າປະກັນໃໝ່ໃຫ້ໂຄງການ ຫຼື ລັດວິ ສາຫະກິດ ແລະ ປັບໂຄງສ້າງໜີ້ ໂດຍການຕໍ່ອາຍຸ ຫຼື ກູ້ຢືມໃນເງື່ອນໄຂທີ່ມີຕົ້ນທຶນຕໍ່າກວ່າເພື່ອຊຳລະໜີ້ສິນ ແລະ ອື່ນໆ.

ທ່ານ ສະເຫຼີມໄຊ ກົມມະສິດ ຍັງກ່າວຕື່ມວ່າ: ຄຽງຄູ່ກັນນັ້ນ, ຈະສືບຕໍ່ສ້າງຄວາມເຂັ້ມແຂງດ້ານເງິນຕາ ໂດຍສຸມໃສ່ການປັບປຸງນິຕິກໍາ, ເຄື່ອງມື ແລະ ກົນໄກການຄຸ້ມ ຄອງເງິນຕາໃຫ້ພຽງພໍ ແລະ ມີປະສິດທິຜົນສູງ, ດັດປັບບັນດາອັດຕາດອກເບັ້ຍພື້ນຖານຂອງ ທຫລ ເຮັດໃຫ້ ສາມາດຊີ້ນໍາຕະຫຼາດໄດ້ດີ, ດັດປັບອັດຕາເງິນແຮຝາກບັງຄັບໃຫ້ສອດຄ່ອງໃນແຕ່ໄລຍະ, ຊຸກຍູ້ການເຄື່ອນໄຫວຕະຫຼາດລະຫວ່າງທະນາຄານໃຫ້ເຂັ້ມແຂງ, ຕະຫຼາດຊື້-ຂາຍເງິນຕາຕ່າງປະເທດທີ່ຫຼາກຫຼາຍ, ເຂັ້ມງວດການຄຸ້ມຄອງກະແສໄຫຼເຂົ້າ-ອອກຂອງເງິນຕາຕ່າງປະທດ, ເພີ່ມທະວີການສ້າງເຄື່ອງມື ແລະ ມາດຖານໃນການຄຸ້ມຄອງລະບົບທະນາຄານທຸລະກິດ ແລະ ຫຼຸດຜ່ອນຄວາມສ່ຽງການດໍາເນີນທຸລະກິດທະນາຄານ, ສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂຄງການສິນເຊື່ອເພື່ອຊຸກຍູ້ເສດຖະກິດ ຮັບປະກັນຊຸກຍູ້ການຂະຫຍາຍຕົວເສດຖະກິດ ແລະ ຂະແໜງການຜະລິດ ແລະ ບໍລິການທີ່ເປັນບູລິມະສິດ;ສືບຕໍ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກໍາ ແລະ ນິຕິກໍາລຸ່ມກົມໝາຍ ທີ່ເປັນພື້ນຖານໃນການດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ຂະຫຍາຍຖານລາຍຮັບ ແລະ ສ້າງຖານລາຍຮັບໃໝ່, ຄຸ້ມຄອງດ້ານລາຍຈ່າຍຕາມທິດປະຢັດ ແລະ ມີປະສິດທິຜົນສູງ; ເພີ່ມທະວີການປະຕິຮູບ ແລະ ປັບກົງຈັກລັດໃຫ້ເຂັ້ມແຂງ ແລະ ຕາມທິດກະທັດຮັດ, ສືບຕໍ່ຫັນຫົວໜ່ວຍລັດຄຸ້ມຕົນເອງໃຫ້ຫຼາຍຂຶ້ນ ແລະ ມອບສິດອໍານາດການຄຸ້ມຄອງລົງສູ່ທ້ອງຖິ່ນໃຫ້ຫຼາຍຂຶ້ນ ໄປຄ່ຽງຄູ່ກັບການປັບປຸງຄວາມອາດສາມາດໃນການຄຸ້ມຄອງວຽກງານຂອງທ້ອງຖິ່ນໃຫ້ເຂັ້ມແຂງ, ເລັ່ງການຫັນເປັນທັນສະໄໝໃນກົງຈັກບໍລິຫານລັດ ແລະ ສືບຕໍ່ປັບປຸງຫຼຸດຜ່ອນຂອດຂັ້ນ, ຂັ້ນຕອນທີ່ເປັນອຸປະສັກຕໍ່ການລົງທຶນ ແລະ ການດໍາເນີນທຸລະກິດ.

(ຂ່າວ: ວັນເພັງ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ